Ad

Ad

18 November 2014

ວິ​ໄສ​ທັດ​ຂອງອາ​ຊຽນຫຼັງ​ 2015​ ເນັ້ນ​ການ​ຮ່ວມ​ມື​ທີ່​ເປັນ​ໜຶ່ງ​ດຽວ



        ໃນ​ວັນ​ທີ 17 ພະ​ຈິກນີ້, ທ່ານ​ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນ ຕີ​ຊ່ວຍ​ວ່າການ​ກະຊວງ​ກການ​ຕ່າງປະ​ເທດ, ທັງ​ເປັນ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອາຊຽນຂອງ ສປປ ລາວ ໄດ້​ຖະ​ແຫຼ່ງກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 25  ​ແລະ ວິ​ໄສ​ທັດ​ຂອງ​ບັນດາ​ຜູ້ນຳ​ອາ​ຊຽນຫຼັງ​ປີ 2015 ວ່າ: ​ໃນ​ກອງ​ປະຊຸມ​ສອດ​ຍອດ​ອາ​ຊຽນຄັ້ງ​ທີ 25 ຜ່ານ​ມາ ບ​ັນດາ​ຜູ້ນຳ​ອາ​ຊຽນ​ເນັ້ນ​ຕ້ອງ​ໃຫ້​ມີ​ອົງ​ປະກອບ​ຫຼັກ​ເພື່ອຮ່າງ​ວິ​ໄສ​ທັດ​ອາ​ຊຽນຫຼັງ​ປີ 2015,ອາ​ຊຽນຮອດ​ປີ 2015 ແມ່ນການ​ເມືອງ​ຄວາມ​ໝັ້ນ​ຄົງ, ປົກ​ປັກ​ຮັກສາ​,​ ເສີມ​ຂະຫຍາຍ​ສັນຕິພາບ​ສະຖຽນ​ສະພາບ​ໃນ​ອາ​ຊຽນ,​   ເສ​ດ​ຖະກິດ​ແມ່ນ​ສ້າງ​​ເປັນ​ຕະ ຫຼາດ​ດຽວ, ຖານ​ການ​ຜະລິດ​ໜຶ່ງ ດຽວ,​ ໂດຍ​ມີ​ການ​ໄຫຼ່​ວຽນ​ເສລີ​ເປັນ​ຕົ້ນ​ແມ່ນ​ຜະລິດ​ຕະພັນ, ການ ບໍລິການ, ການ​ລົງ​ທຶນ ​ແລະ ດ້ານ​ສີມື​ແຮງ​ງານ​ແມ່ນ​ມີ​ຄວາມ​ເສ​ລີກ່ວາ​ເກົ່າ, ດ້ານ​ສັງ​ຄົມ​ວັດ ທະນະທຳ​ຕ້ອງ​ເປັນ​ສັງຄົມ​ທີ່​ມີ​ຄວາມ​ເອື້ອ​ເຟື້ອ​ເພື່ອ​ແຜ​່ຊ່ວຍ​ເຫຼືອ​​ເຊິ່ງກັນ​ແລະ​ກັນ, ຂະນະ​ດຽວ​ກັນ​ຫຼັງ​ປີ 2015 ບັນດາ​ຜູ້ນຳ​ອາ​ຊຽນ​ເນັ້ນ​ຮ່າງ​ 3 ອົງ​ປະກອບ​ຫຼັກ​ທີ່​ໃຫຍ່ໆ​ເຊັ່ນ: ອົງ​ປະ
ກອບ​ທາງ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ​ອົງ​ປະກອບ​ຫຼັກ​ຕ້ອງສືບ​ຕໍ່​ປົກ​ປັກ​ຮັກສາ ​ແລະ ​ເສີມ​ສ້າງ​ສັນຕິພາບສະຖຽນ​ລະ​ພາບ​ແລະ​ຄວາມ​ວັດທະ ນາ​ຖາວອນ,​ ແຕ່​ຕ້ອງ​ມີ​ຄວາມ​ໝາຍ​ໝັ້ນ​ຍຶດໝັ້ນ​ໃນ​ຫຼັກການ​ພື້ນຖານ​ຂອງ​ອາ​ຊຽນ, ທີ່​ຊຽນອາ​ຮັບຮອງ​ກັນ​ຢູ່​ໃນ​ກົດ​ບັດ​ອາ​ຊຽນ, ຢູ່​ໃນ​ສົນທິ​ສັນຍາ​ບາລີ​ ແລະ ​​ເອກະສາ​ນ ກົດໝາຍ​ອື່ນໆ​ຂອງ​ອາ​ຊຽນພາຍ​ໃຕ້​ຄວາມ​ເປັນ​ເອກະສັນ​ກັນ, ບົນ​ຫຼັກການ​ທີ່​ທຸກ​ປະ​ເທດ​ຮັບ​ໄດ້, ທາງ​ດ້ານ​ເສດ​ຖະກິດ​ຫຼັງປີ 2015 ອົງ​ປະກອບ​ຫຼັກ​ແມ່ນ​ຕ້ອງ​ເສີມ​ຂະຫຍາຍ​ເສດຖະກິດ​ອາ​ຊຽນ​ໃຫ້​ມີ​ຄວາມ​ເຊື່​ອມ​ໂຍງ​ກັນ​ຢ່າງ​ເລິກ​ເຊິ່ງ ​ແລະ​ມີ​ຄວາມ​ເປັນ​ປຶກ​ແຜນ,​​ເພີ້​ງຕົນ​ເອງ​ໄດ້​, ​ເພື່ອ​ສາມາດ​ຮັບ​ມື​ກັບ​ວິ​ກິດ​ການ​ຕ່າງໆ​ຈາກ​ພາຍ​ນອກ, ທາງ​ດ້ານ​ສັງຄົມ​ວັດທະ ນະທຳ​ຕ້ອງ​ຮັບປະກັນ​ການ​ພັດ ທະນາ​ສັງຄົມ​ໃຫ້​ມີ​ຄວາມ​ດຸ່ນ ດຽງ,​ ໂດຍ​ສະ​ເພາະ​ແມ່ນ​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ ​ແລະ​ສ້າງ​​ເງື່ອນ​ໄຂ​ໃຫ້​ທຸກໆ​ຊັ້ນ​ຄົນ​ໃນ​ສັງຄົມ​ໄດ້ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະ​ນາ​ຕົນ​ເອງ,​ ເຊິ່ງ​ທັງ​ໝົດ​ທີ່​ກ່າວ​ມາ​ນັ້ນ​ແມ່ນ​ອົງ​ປະ ກອບ​ຫຼັກທີ່​ບັນດາ​ຜູ້​ນຳ​ອາ​ຊຽນ​ໄດ້​ວິ​ໄສ​ທັດ​​ຫຼັງ​ປີ 2015 ທີ່​ບັນດາ​ປະ​ເທດ​ສະມາ​ຊິກ​ອາ​ຊຽນຈະ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ໃຫ້ບັດ​ໃຫ້​ສຳ​ເລັດ.

No comments:

Post a Comment