Ad

Ad

18 November 2014

ສົກປີ 2014-2015 ຂະແໜງ ສ່ວຍສາອາກອນຈະສູ້ຊົນເກັບ ລາຍຮັບໃຫ້ໄດ້ 10 ພັນກວ່າຕື້ກີບ



      ທ່ານຫົວກົມສ່ວຍສາອາ ກອນ, ກະຊວງການເງິນ ສິດທິ ສອນ ເທບພາສີ ໃຫ້ຮູ້ເມື່ອບໍ່ດົນ ນີ້ວ່າ: ສຳລັບຄາດໝາຍສູ້ຊົນ ເກັບລາຍຮັບໃນຂະແໜງສ່ວຍ ສາອາກອນສົກປີ 2014 - 2015 ແມ່ນຈະໃຫ້ໄດ້ 10.400 ຕື້ກີບ, ເພີ່ມຂຶ້ນຈາກໃນສົກປີ 2013- 2014 ປະມານ 35% ແລະ ກວມ ປະມານ 50% ຂອງລາຍຮັບພາຍ ໃນ, ຊຶ່ງນັບວ່າເປັນສິ່ງທ້າທາຍ ພໍສົມຄວນ, ຂະນະທີ່ສົກປີ 2013-2014 ຜ່ານມາຂະແໜງ ສ່ວຍສາອາກອນກໍເກັບລາຍຮັບບໍ່ບັນລຸແຜນການຄືໄດ້ພຽງ 83% ຂອງແຜນ ການປີເທົ່ານັ້ນ.
      ທ່ານຫົວໜ້າກົມສ່ວຍສາອາກອນ ກ່າວວ່າ: ຈຳນວນຕົວ ເລກທີ່ກ່າວມານັ້ນ, ພາກສ່ວນກົມຮັບຜິດຊອບຄຸ້ມຄອງແມ່ນ ມີອາກອນລາຍຮັບປົກກະຕິ, ຈາກໂຄງການບໍ່ຄຳ ແລະ ລາຍຮັບວິ ຊາການປະມານ 6.600 ຕື້ກີບ, ສ່ວນບັນດາແຂວງເປັນ ຜູ້ຄຸ້ມຄອງປະກອບມີອາກອນປົກກະຕິ ແລະ ລາຍຮັບຈາກທີ່ດິນປະມານ 3.800 ຕື້ກີບ. ສະນັ້ນເພື່ອເຮັດໃຫ້ການຈັດເກັບ ລາຍຮັບຂອງຂະແໜງສ່ວຍສາອາກອນບັນລຸຕາມແຜນການວາງໄວ້, ຈຶ່ງມີມາດຕະ ການຈັດຕັ້ງປະຕິບັດຄື ຕ້ອງເພີ່ມທະວີການ ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະ ນັກງານເພື່ອຍົກສູງຄຸນທາດ ການເມືອງ, ມີທັດສະນະຫລັກໝັ້ນຮັບພິຊອບຕໍ່ ໜ້າທີ່ຂອງຕົນທີ່ຖືກມອບໝາຍ, ໂດຍຈະຖືເອົາວຽກງານການຂຸດຄົ້ນລາຍຮັບເປັນມາດຖານໜຶ່ງໃນການຕີລາຄາພະນັກງານ
ຂັ້ນນຳໃນຂະ ແໜງສ່ວຍສາອາກອນແຕ່ລະຂັ້ນ, ສືບຕໍ່ປັບປຸງການຈັດຕັ້ງໃຫ້ ເຂັ້ມແຂງ, ປັບປຸງກົດໝາຍເພື່ອຮັບໃຊ້ວຽກງານ ສ່ວຍສາອາກອນໂດຍສະເພາະປັບປຸງອາ ກອນຊົມໃຊ້ບາງປະເພດສີນຄ້າ, ປັບປຸງກົນໄກວິທີການຄຸ້ມຄອງໃຫ້ກະທັດຮັດ ແລະ ເອກກະສານ, ນິຕິກຳຕ້ອງອອກຈາກກົມສ່ວຍສາອາກອນເທົ່ານັ້ນ, ເພີ່ມທະວີການໂຄສະນາເຜີຍແຜ່ລະບຽບກົດໝາຍ ໃຫ້ທົ່ວ ເຖິງ, ຄຸ້ມຄອງການເກັບລາຍຮັບນຳ ຫົວໜ່ວຍທຸລະກິດໃຫ້ຄົບຖ້ວນທັນເວລາ, ເອົາໃຈໃສ່ຂຸດຄົ້ນ ລາຍຮັບທີ່ຍັງບົ່ມຊ້ອນໃຫ້ ຄົບຖ້ວນ,ເພີ່ມທະວີການຈັດຕັ້ງປະຕິບັດອາກອນມູນຄ່າເພີ່ມ, ພ້ອມທັງເລັ່ງທວງໜີ້ຄ້າງຈ່າຍໃນປີ ຜ່ານມາ, ຄັດເລືອກເປົ້າ ໝາຍຫົວໜ່ວຍທີ່ມີລາຍຮັບຫລາຍ, ມີຄວາມສ່ຽງ ຫລື ມີປະຫວັດການ ຫລົບຫລີກເຊື່ອງອຳອາກອນ ເພື່ອເລັ່ງທວງເກັບລາຍ ຮັບໃຫ້ຄົບຖ້ວນ ແລະ ຖ້າຫົວໜ່ວຍໃດ ລະເມີດຕ້ອງປະຕິບັດມາດຕະ ການຕ່າງໆຕາມລະບຽບກົດ ໝາຍ, ຄຽງຄູ່ກັນນັ້ນ, ກໍເລັ່ງພັດ ທະນາລະບົບໄອທີເພື່ອນຳໃຊ້ ເຂົ້າໃນການຄຸ້ມຄອງການເກັບ ອາກອນໃຫ້ມີຄວາມທັນສະໄໝ ແລະ ວ່ອງໄວ.
     ທ່ານຫົວໜ້າກົມສ່ວຍສາ ອາກອນ ກ່າວວ່າ: ການເກັບ ລາຍຮັບສ່ວຍສາອາກອນຂອງ ສົກປີ 2013-2014 ຜ່ານມານັ້ນ, ເບື້ອງຕົ້ນສະພາແຫ່ງຊາດໄດ້ຮັບຮອງຕົວເລກແມ່ນ 9.778 ຕື້ກວ່າ ກີບ ແລະ ໄດ້ດັດແກ້ມາເປັນ 9.179 ຕື້ກວ່າກີບ, ກວມ ປະມານ 48 % ຂອງລາຍຮັບພາຍໃນ, ແຕ່ ຜ່ານການຈັດຕັ້ງປະຕິບັດເກັບ ລາຍຮັບຕົວຈິງໄດ້ພຽງ 7.630 ຕື້ ກວ່າກີບ, ເທົ່າ ກັບ 83 % ຂອງ ແຜນດັດແກ້, ໃນນັ້ນກົມສ່ວຍ ສາອາກອນເກັບໄດ້ 4.555 ຕື້ ກວ່າກີບ, ບັນດາແຂວງເກັບໄດ້ 3.075 ຕື້ກວ່າກີບ ແລະ ແຂວງທີ່ເກັບໄດ້ 100% ຂຶ້ນໄປມີ: ຜົ້ງ ສາລີ, ຫລວງນ້ຳທາ, ອຸດົມໄຊ, ບໍ່ ແກ້ວ, ຫົວພັນ, ຊຽງຂວາງ, ແຂວງວຽງຈັນ, ສາລະວັນ, ເຊກອງ ແລະ ອັດຕະປື.

No comments:

Post a Comment