Ad

Ad

3 February 2017

ສານປະຊາຊົນນະຄອນຫລວງຕັດສີນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກຕະຫລອດຊີວິດ


ພາບ-ຂ່າວ : ຫນັງສືພິມ ປກສ
            ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນໄດ້ຕັດສີນລົງໂທດທ້າວ ໂອດ ອາຍຸ 45 ປີຢູ່ບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນຈໍາຄຸກຕະຫລອດຊີວິດ, ພ້ອມປັບໃໝ 500 ລ້ານກີບໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີວັດຖຸລະ ເບີດໄວ້ຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ, ເຊິ່ງຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວເມື່ອຕົ້ນປີ 2016 ພ້ອມຂອງກາງຢາບ້າຈໍານວນ 6 ພັນເມັດ ແລະ ລູກປືນຈໍານວນໜຶ່ງທີ່ຊຸກເຊື່ອງໄວ້ຢູ່ພາຍໃນເຮືອນຂອງຕົນ.
            ຕາມສຳນວນຄະດີຂອງເຈົ້າໜ້າທີ່ຮູ້ວ່າ: ທ້າວໂອດໄດ້ມີການເຄື່ອນໄຫວຄ້າຂາຍຢາເສບຕິດແຕ່ປີ 2015 ເປັນຕົ້ນມາ, ໂດຍໄດ້ຊື້ນໍາຂະບວນການຄ້າຂາຍຢາເສບຕິດຢູ່
ແຂວງວຽງຈັນຫລາຍຄັ້ງແລ້ວເອົາມາຂາຍໃຫ້ຊາວໜຸ່ມຢູ່ນະຄອນຫລວງວຽງຈັນ, ກ່ອນຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ ແລະ ສານໄດ້ຕັດສີນລົງໂທດດັ່ງກ່າວ.
 ແຫລ່ງຂ່າວໃຫ້ຮູ້ອີກວ່າ: ເມື່ອທ້າຍເດືອນມັງກອນຜ່ານມານີ້, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ, ໄດ້ຈັບທ້າວ ແສງແກ້ວ ອາຍຸ 23 ປີຢູ່ບ້ານສາຍລົມ, ເມືອງ ແລະ ແຂວງຫລວງພະບາງ, ພາຍຫລັງເອົາຢາບ້າຈໍານວນ 5.600 ເມັດຊຸກເຊື່ອງມານໍາລົດຕູ້ໂດຍສານຈາກເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ເພື່ອໄປສົ່ງໃຫ້ລູກຄ້າຢູ່ຫລວງພະບາງ, ແຕ່ມາຮອດຂົວບ້ານນໍ້າເກິ່ງເມືອງຫ້ວຍຊາຍໄດ້ມີເຈົ້າໜ້າທີ່ຕັ້ງດ່ານກວດກາລົດແລ້ວພົບເຫັນຢາເສບຕິດດັ່ງກ່າວຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວຊື້ມາຈາກຂະບວນການຄ້າຂາຍຢາເສບຕິດຢູ່ບ້ານໂພນໂຮມເມືອງຕົ້ນເຜິ້ງແຂວງບໍ່

ແກ້ວ, ຊຶ່ງຄະດີຢາເສບຕິດລາຍນີ້ເຈົ້າໜ້າທີ່ຈະຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາລົງໂທດຕາມລະບຽບກົດໝາຍ.

No comments:

Post a Comment