Ad

Ad

2 February 2017

ຍ້ອນຫຍັງພະຍາດອາຍາສິດ ແລະ ການສໍ້ລາດບັງຫລວງໃນຖັນແຖວພະນັກງານຈຶ່ງແຜ່ຫລາຍ

  ໃນໂອກາດໂອ້ລົມຕໍ່ກອງປະຊຸມກວດກາທົ່ວປະເທດເມື່ອບໍ່ດົນນີ້ຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໄດ້ຊີ້ໃຫ້ເຫັນວ່າ: ປັດຈຸບັນບັນຫາທີ່ສັງຄົມເປັນຫ່ວງຫລາຍທີ່ສຸດແມ່ນປາກົດການພະຍາດອາຍາສິດ, ການລະເມີດສິດຂອງປະຊາຊົນ, ສວຍໃຊ້ໜ້າທີ່ຕຳແໜ່ງ, ລະເມີດລະບຽບກົດໝາຍ ແລະ ການສໍ້ລາດບັງຫລວງທີ່ມີລັກ ສະນະຮ້າຍແຮງ, ແກ່ຍາວມາຫລາຍປີທີ່ເກີດຂຶ້ນຢ່າງແຜ່ຫລາຍໃນຖັນແຖວພະນັກງານຢູ່ທຸກລະດັບ, ມີທ່າອ່ຽງສັບສົນ, ແກ້ໄຂໄດ້ຍາກ,
ບາງກໍລະນີເຈົ້າໜ້າທີ່ຂອງພັກ-ລັດຍັງກ່ຽວຂ້ອງໂດຍກົງກັບການຄ້າຂາຍເຖື່ອນ, ບັນຫາໄມ້, ຢາເສບຕິດ, ແຕ່ການກວດກາພັດບໍ່ທັນເລິກເຊິ່ງທົ່ວເຖິງ, ການແກ້ໄຂຜົນຂອງການກວດກາຍັງຊັກຊ້າ ຫລື ບໍ່ທັນໄດ້ຮັບການກວດກາລົງເລິກ ແລະ ແກ້ໄຂຢ່າງ ເດັດຂາດ. ຖັນແຖວພະນັກງານ-ສະມາຊິກພັກທີ່ເສຍທາດຂາດຄຸນຈຳນວນບໍ່ໜ້ອຍກໍບໍ່ໄດ້ຮັບການກວດກາເລິກເຊິ່ງ ແລະ ແກ້ໄຂຕາມຫລັກການຢ່າງເດັດຂາດ ແລະ ທັນການ.

           ທ່ານຮອງນາຍົກລັດຖະມົນຕີ ກ່າວວ່າ: ສາເຫດທີ່ພາໃຫ້ມີສະພາບດັ່ງກ່າວແຜ່ຫລາຍຍ້ອນວ່າ: ການຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິ-ຄຳສັ່ງຂອງພັກ, ຂໍ້ກຳນົດ, ກົດໝາຍ ແລະ ລະບຽບການຕ່າງໆມີຫລາຍອົງຄະນະພັກຍັງເຮັດຊັກຊ້າ, ບໍ່ທົ່ວເຖິງເລິກເຊິ່ງ, ບາງກໍລະນີກໍບໍ່ເຮັດຕາມການແນະນຳຂອງຂັ້ນເທິງເຊັ່ນ: ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ X ຂອງພັກ, ຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III, ຍຸດທະສາດຕ້ານການສໍ້ລາດບັງຫລວງ, ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ແລະ ອື່ນໆ; ວຽກງານປັບປຸງກໍ່ສ້າງພັກ, ການເຄົາລົບລະບຽບຂອງພັກ, ບັນດາຂໍ້ຫ້າມສຳລັບສະມາຊິກພັກຍັງມີຫລາຍບັນຫາບໍ່ເຂັ້ມງວດ, ການປັບປຸງຮາກຖານພັກ ເປັນຕົ້ນການກໍ່ສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ຫລາຍບ່ອນບໍ່ໄດ້ຕາມຄາດໝາຍທັງບໍ່ຮັບປະກັນຄຸນນະພາບ, ການຂະຫຍາຍພັກຈຳນວນໜຶ່ງຍັງແລ່ນນຳຈຳນວນບໍ່ຮັບປະກັນມາດຖານ ແລະ ຄຸນນະພາບ, ການປະຕິບັດລະບອບປະຊຸມ ແລະ ການລວມຊີວິດຂອງຄະ ນະພັກ ແລະ ໜ່ວຍພັກບາງບ່ອນບໍ່ປົກກະຕິ ແລະ ບໍ່ມີເນື້ອໃນເລິກເຊິ່ງແທດຕົວຈິງ, ສະມາຊິກພັກ, ພະນັກງານນັບທັງການນຳຈຳນວນໜຶ່ງມີການເຊື່ອມຖອຍດ້ານຄຸນທາດ ແລະ ຄຸນສົມບັດສິນທຳ, ຂາດຄວາມເປັນແບບຢ່າງ, ການດຳລົງຊີວິດບໍ່ໂປ່ງໃສ, ມີການສວຍໃຊ້ໜ້າທີ່ຕຳແໜ່ງ, ລະເມີດລະບຽບກົດໝາຍ, ພົວພັນສັງຄົມບໍ່ເໝາະສົມ, ບໍ່ເອົາໃຈໃສ່ ແລະ ບໍ່ເຂັ້ມງວດເທົ່າທີ່ຄວນໃນການນຳພາແກ້ໄຂສະພາບຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນພັກ, ໃນຂະແໜງການ ແລະ ທ້ອງຖິ່ນຂອງຕົນ ຈຶ່ງເກີດມີສຽງວິພາກວິຈານ, ມີການລາຍງານກ່າວຟ້ອງຕໍ່ການປະຕິບັດໜ້າທີ່ຂອງພະນັກງານ, ສະ ມາຊິກພັກພວກເຮົາ. ນອກຈາກນີ້ການຈັດຕັ້ງປະຕິບັດແຜນງົບປະມານ ແລະ ຄຸ້ມຄອງການລົງທຶນຂອງລັດໂດຍລວມເຫັນວ່າດີ, ແຕ່ສະພາບຂອງການລະເມີດວິໄນແຜນການການເງິນ, ການຄຸ້ມຄອງລາຍຮັບ-ລາຍຈ່າຍບໍ່ໄດ້ດີເທົ່າທີ່ຄວນ, ມີການຮົ່ວໄຫລຫລວງຫລາຍ, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ການຈັດຊື້-ຈັດຈ້າງຍັງມີຫລາຍກໍລະນີບໍ່ເຮັດໄປຕາມລະບຽບກົດໝາຍ, ມູນຄ່າ ແລະ ຄຸນນະພາບການກໍ່ສ້າງໂຄງການຍັງເປັນຂອດໜຶ່ງທີ່ຕ້ອງສືບຕໍ່ເອົາໃຈໃສ່ຕື່ມ; ການປະຕິບັດນະໂຍບາຍປະຢັດແຫ່ງຊາດບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຢ່າງເລິກເຊິ່ງກວ້າງ ຂວາງ, ການຄຸ້ມຄອງ, ນຳໃຊ້ຊັບພະຍາກອນຂອງປະເທດ ເປັນຕົ້ນປ່າໄມ້ (ໄມ້), ທີ່ດິນ ແຮ່ທາດ ແລະ ອື່ນໆ ເຖິງວ່າໄດ້ມີລະບຽບກົດໝາຍ ແລະ ປີຜ່ານມາກໍໄດ້ມີບັນດາຄຳສັ່ງ ແລະ ມາດຕະການສະເພາະກ່ຽວກັບການຄຸ້ມຄອງການຂຸດຄົ້ນໄມ້, ທຸລະກິດໄມ້, ແຕ່ການຈັດຕັ້ງປະຕິບັດຕົວຈິງກໍບໍ່ທັນດີເທົ່າທີ່ຄວນ, ການບຸກລຸກດິນຂອງລັດ, ການລັກຂຸດຄົ້ນ ແລະ ເຄື່ອນຍ້າຍໄມ້ຍັງມີຢູ່ໃນບາງທ້ອງຖິ່ນ. ການບຸກທະລຸດ້ານກົນໄກ, ລະບອບລະບຽບການຄຸ້ມຄອງບໍລິຫານລັດຢູ່ແຕ່ລະຂັ້ນບໍ່ທັນແຂງແຮງ, ມີຫລາຍອັນຍັງຫຍຸ້ງເຫຍືອງຊັກຊ້າ ແລະ ມີອັນບໍ່ເຮັດໄປຕາມລະບຽບກົດໝາຍ, ການສະກັດກັ້ນ ແລະ ແກ້ໄຂການສໍ້ລາດບັງຫລວງໃນກົງຈັກການຈັດຕັ້ງຂັ້ນຕ່າງໆ ເຖິງວ່າໄດ້ມີຄວາມພະຍາຍາມ, ແຕ່ກົນໄກ, ລະບອບລະບຽບການລະອຽດເພື່ອອັດຊ່ອງຫວ່າງທີ່ຈະເກີດມີການສໍ້ລາດບັງຫລວງບໍ່ທັນພຽງພໍ, ອັນທີ່ມີແລ້ວການປະຕິບັດບໍ່ທັນເຂັ້ມງວດ ຈຶ່ງພາໃຫ້ເກີດມີຊ່ອງຫວ່າງສວຍໂອ ກາດສໍ້ລາດບັງຫລວງດ້ວຍຫລາຍຮູບແບບ, ຫລາຍລະດັບ, ເກີດມີຄວາມບໍ່ໂປ່ງໃສ, ບໍ່ຍຸຕິທຳ ແລະ ສະພາບຫຍໍ້ທໍ້ອື່ນໆໃນການຈັດຕັ້ງກໍຄືຖັນແຖວພະນັກງານ-ສະມາຊິກພັກ, ເຊິ່ງສົ່ງຜົນກະທົບບໍ່ໜ້ອຍເຖິງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຢູ່ໃນແຕ່ລະຂັ້ນ.

No comments:

Post a Comment