Ad

Ad

3 February 2017

ລະວັງ !!! ປີນີ້ອາດມີການລະບາດຂອງພະຍາດໄຂ້ເລືອດອອກ

ໜ່ວຍເຝົ້າລະວັງພະຍາດ, ກະຊວງສາທາລະນະສຸກລາຍງານວ່າ: ເຖິງແມ່ນວ່າປັດຈຸບັນຈະຢູ່ໃນລະດູແລ້ງ ແລະ ມີສະພາບອາກາດໜາວແຕ່ການລະບາດຂອງໄຂ້ຍຸງລາຍຢູ່ຫລາຍແຂວງມີແນວໂນ້ມເພີ່ມຂຶ້ນ, ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ ແລະ  ບາງ ແຂວງພາກໃຕ້, ຊຶ່ງນັບແຕ່ປີໃໝ່ມານີ້ທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວຫຼາຍກວ່າ 270 ກໍລະນີ, ໂຊກດີຍັງບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ, ແຕ່ຖືເປັນສັນຍານເຕືອນຂອງການລະບາດແຕ່ຫົວຫີ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ ຈຳປາສັກມີຈຳນວນຜູ້ຕິດເຊື້ອແລ້ວບ່ອນລະຫຼາຍກວ່າ 70 ກໍລະນີ, ອັດຕະປື 64 ກໍລະນີ, ບໍລິຄຳໄຊ 16
ກໍລະນີ, ສະຫວັນນະເຂດ 14 ກໍລະນີ, ເຊກອງ 9 ກໍລະນີ, ຄຳມ່ວນ 7 ກໍລະນີ ແລະ ແຂວງ ອື່ນໆອີກຈຳນວນໜຶ່ງ, ເຖິງວ່າຜ່ານມາ, ກະຊວງສາທາລະນະສຸກ ແລະ ອຳນາດການປົກຄອງໄດ້ສຸມໃສ່ການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວຢ່າງຈິງຈັງດ້ວຍການຮ່ວມມືກັນໂຄສະນາແນະນຳປະຊາຊົນຮູ້ປ້ອງກັນຕົນເອງ ແລະ ທຳລາຍແຫລ່ງເພາະພັນຂອງຍຸງລາຍຢູ່ຕາມບ້ານເຮືອນ ແລະ ເຂດທີ່ມີຄວາມສ່ຽງຕ່າງໆ, ແຕ່ກໍເຫັນວ່າການລະບາດຂອງພະຍາດດັ່ງກ່າວຍັງມີລັກສະນະເພີ່ມຂຶ້ນ, ດັ່ງ ນັ້ນ ໃນປີນີ້ພາກສ່ວນກ່ຽວ ແລະ ປະຊາຊົນລາວບັນດາເຜົ່າໃນຂອດທົ່ວປະເທດທຸກຄົນຈົ່ງເພີ່ມທະວີການປ້ອງກັນ ແລະ ສະກັດກັ້ນໃຫ້ແຂງແຮງກວ່າເກົ່າ, ເພື່ອບໍ່ໃຫ້ເກີດການລະບາດໃຫຍ່ດັ່ງທີ່ເຄີຍເປັນມາແລ້ວນັ້ນ, ສິ່ງສຳຄັນແມ່ນໃຫ້ປະຊາຊົນເປັນເຈົ້າການທຳລາຍແຫຼ່ງເພາະພັນ ຂອງໜອນນ້ຳຍຸງລາຍທີ່ເປັນພາຫະນຳເຊື້ອ, ດ້ວຍການປະຕິບັດຄຳຂັວນ 5 ປ ທີ່ກະຊວງສາທາລະນະສຸກວາງອອກໃຫ້ແຂງແຮງຄື: 1 ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່. 2 ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. 3 ປ່ອຍປາຫາງນົກຍູງເພື່ອກິນໜອນນ້ຳ. 4 ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ 5 ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປພົບແພດໝໍດ່ວນເພື່ອສາມາດຈຳກັດພະຍາດນີ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແລະ ດັບສູນ.

No comments:

Post a Comment