Ad

Ad

3 February 2017

ໄທສະໜອງເງິນກູ້ໃຫ້ລາວພັດທະນາພື້ນຖານໂຄງລ່າງໄຟຟ້າ

  ພິທີລົງນາມສັນຍາສະໜອງເງິນກູ້ຈໍານວນ 85 ລ້ານໂດລາສະຫະລັດເພື່ອນໍາໃຊ້ເຂົ້າໃນການພັດທະນາພື້ນຖານໂຄງລ່າງໄຟຟ້າລະຫວ່າງທ່ານ ພັດຊະລະ ສະມາລະພາ ຮອງຜູ້ອໍານວຍການໃຫຍ່ທະນາຄານກະສິກອນໄທ ແລະ ທ່ານ ບຸນອູ້ມ ສີວັນເພັງ ອໍານວຍການລັດວິສາຫະກິດໄຟຟ້າລາວ,ໄດ້ມີຂຶ້ນໃນວັນທີ 2 ກຸມພານີ້, ທີ່ນະຄອນຫລວງວຽງຈັນ, ໂດຍມີທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຄໍາມະນີ ອິນທິລາດ ເຂົ້າຮ່ວມເປັນສັກຂີພິຍານ.

  ທ່ານອໍານວຍການລັດວິສາຫະກິດໄຟຟ້າລາວ ກ່າວວ່າ: ເພື່ອປະຕິບັດຕາມແນວທາງນະໂຍ ບາຍຂອງພັກ ແລະ ແຜນຍຸດທະສາດການພັດທະນາພະລັງງານຂອງລັດຖະບານຄື: ກໍາລັງການຜະລິດກະແສໄຟຟ້າແມ່ນໃຫ້ເພີ່ມຂຶ້ນຈາກ 6.500 ເປັນ 10 ພັນກວ່າເມກາວັດ ແລະ ອັດຕາການຊົມໃຊ້ໃຊ້ໄຟຟ້າຖາວອນຂອງປະຊາຊົນເພີ່ມຂຶ້ນຈາກ 91 ເປັນ 95% ຂອງຄອບຄົວທົ່ວປະເທດ ແລະ ການກູ້ຢືມເງິນດັ່ງກ່າວກໍເປັນວຽກງານໜຶ່ງທີ່ນອນໃນແຜນພັດທະນາຂອງໄຟຟ້າລາວເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງສະຖານີ ແລະ ຂະຫຍາຍຕາຂ່າຍໄຟຟ້າໄປສູ່ເຂດຊົນນະບົດຫ່າງໄກສອກຫລີກ, ທັງເປັນການຮອງຮັບການຂະຫຍາຍຕົວຂອງຂະແໜງພະລັງງານຂອງປະເທດໃນອານາຄົດໃຫ້ມີຄວາມຍືນຍົງ.

            ທ່ານຮອງຜູ້ອໍານວຍການໃຫຍ່ທະນາຄານກະສິກອນໄທ ກ່າວວ່າ: ການສະໜອງເງິນກູ້ດັ່ງກ່າວແມ່ນຢັ້ງຢືນໃຫ້ເຫັນເຖິງຄວາມເຊື້ອໝັ້ນຂອງພວກເຮົາທີ່ມີຕໍ່ລັດວິສາຫະກິດໄຟຟ້າລາວ ແລະ ມີຄວາມຍີນດີທີ່ໄດ້ເປັນສ່ວນໜຶ່ງໃນການຊຸກຍູ້ສົ່ງເສີມບໍລິສັດທີ່ມີບົດບາດລະດັບປະເທດໃຫ້ມີບາດ ກ້າວເຕີບໃຫຍ່ຂະຫຍາຍຕົວ ທັງປະກອບສ່ວນຊ່ວຍໃຫ້ແຜນພັດທະນາພະລັງງານໄຟຟ້າຂອງລາວບັນລຸຜົນເປັນຈິງ ແລະ ຍືນຍົງ. 

No comments:

Post a Comment