Ad

Ad

3 February 2017

ປະທານກວດກາສູນກາງພັກຮຽກຮ້ອງທຸກພາກສ່ວນຕ້ານການສໍ້ລາດບັງຫລວງຢ່າງຈິງຈັງ

ພາບປະກອບ
  ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມທະວີການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຢ່າງຈິງຈັງ, ພາຍຫລັງເຫັນວ່າບັນຫາດັ່ງກ່າວແມ່ນໄພຂົ່ມຂູ່ຕໍ່ສະຖຽນລະພາບການເມືອງ ແລະ ທໍາລາຍຄວາມເຊື້ອໝັ້ນຂອງມະຫາຊົນທີ່ມີຕໍ່ບົດບາດການນໍາພາຂອງພັກ-ລັດ.


            ການຮຽກຮ້ອງເພື່ອຕ້ານບັນຫາດັ່ງກ່າວມີຂຶ້ນໃນໂອກາດໂອ້ລົມຕໍ່ກອງປະຊຸມກວດກາທົ່ວປະເທດປະຈໍາປີ 2016 ເມື່ອບໍ່ດົນນີ້, ໂດຍທ່ານໄດ້ຊີ້ໃຫ້ເຫັນວ່າ: ການສໍ້ລາດບັງຫລວງແມ່ນບັນຫາທີ່ສັງຄົມມີຄວາມເປັນຫວ່ງຫລາຍທີ່ສຸດໃນປັດຈຸບັນ, ມັນໄດ້ແຜ່ລາມກວ້າງຂວາງເຂົ້າໄປໃນຖັນແຖວພະນັກງານທຸກລະດັບ ທີ່ມີລັກສະນະແກ້ໄຂໄດ້ຍາກ ແລະ ທັງເປັນບັນຫາທີ່ບັນດາປະເທດ ລວມເຖິງ ອົງການຈັດຕັ້ງສາກົນຕ່າງໆພວມຕິດຕາມເບິ່ງການຈັດຕັ້ງປະຕິບັດຂອງປະເທດເຮົາ, ສະນັ້ນເພື່ອຮັບປະກັນໃຫ້ສະພາບການສໍ້ລາດບັງຫລວງໃນຖັນແຖວພະນັກງານໝົດໄປເທື່ອລະກ້າວ, ຂໍໃຫ້ທຸກການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ພະນັກງານ, ທະຫານ, ຕໍາຫລວດທຸກລະດັບຕ້ອງພ້ອມກັນປະຕິບັດບັນດານິຕິກໍາຕ່າງໆໃນການຕ້ານການສໍ້ລາດບັງຫລວງຢ່າງເຂັ້ມງວດ, ໂດຍສະເພາະຈັດຕັ້ງຜັນຂະຫຍາຍຍຸດທະສາດການຕ້ານສໍ້ລາດບັງຫລວງໃຫ້ເປັນກົນໄກລະບຽບລະອຽດນັບແຕ່ສູນກາງຮອດທ້ອງຖິ່ນ, ເມື່ອພົບເຫັນກໍລະນີມີການສໍ້ລາດບັງຫລວງໃນກະຊວງ-ຂະແໜງການ ແລະ ທ້ອງຖິ່ນໃດແມ່ນໃຫ້ຮີບຮ້ອນແກ້ໄຂ, ທັງນໍາເອົາຜູ້ກະທໍາຜິດມາສຶກສາອົບຮົມ ແລະ ລົງໂທດຕາມລະບຽບກົດໝາຍ. ນອກຈາກນີ້, ແຕ່ລະຂະແໜງການຕ້ອງເອົາໃຈໃສ່ຈັດຕັ້ງການໂຄສະນາເຜີຍ ແຜ່, ເຊື່ອມຊືມນິຕິກໍາຕ່າງໆ ເຊັ່ນ: ກົດໝາຍວ່າດ້ວຍການຕ້ານສໍ້ລາດບັງຫລວງ, ດໍາລັດວ່າດ້ວຍການແຈ້ງຊັບສີນ, ການຂຶ້ນບັນຊີແຈ້ງຊັບສີນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ແລະ ລະບຽບການອື່ນໆຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອເປັນການເຕືອນສະຕິ ແລະ ປູກຈິດສໍານຶກບໍ່ໃຫ້ມີການສໍ້ລາດບັງຫລວງ, ຮັບປະກັນໃຫ້ສະມາຊິກພັກ-ພະນັກງານທຸກຂັ້ນປອດໃສ ແລະ ເປັນແບບຢ່າງທີ່ດີ.    

No comments:

Post a Comment