Ad

Ad

3 February 2017

ເປີດງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດທີ່ແຂວງບໍລິຄຳໄຊ

ພິທີເປີດງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VI ທີ່ແຂວງ ບໍລິຄໍາໄຊ ໄດ້ຈັດຂຶ້ນຢ່າງຟົດຟື້ນ ໃນວັນທີ 1-17 ກຸມພານີ້, ຢູ່ທີ່ສະໜາມກິລາໂຮງ ຮຽນມັດທະຍົມສົມບູນ ສີທ່ານາໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ເຈົ້າແຂວງ, ນັກກິລາ, ນັກຮຽນມັດທະຍົມທົ່ວປະເທດເຂົ້າຮ່ວມຫລາຍພັນຄົນ.

ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໃນນາມແຂວງເຈົ້າພາບ  ລາຍງານໃຫ້ຮູ້ວ່າ: ງານແຂ່ງຂັນກິລາຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດປະມານ 3.677 ຄົນ, ໃນນັ້ນມີ ນັກກິລາ 2.100 ກວ່າຄົນ ແລະ ມີກ້ອນກໍາລັງການສະແດງຈາກສູນກາງ ແລະ ທ້ອງຖິ່ນຫລາຍກວ່າ 5.850 ຄົນ ແລະ ມີ 12 ປະເພດກິລາເຂົ້າຮ່ວມແຂ່ງຂັນຄື: ແລ່ນ-ລານ, ບານ ເຕະ, ບານບ້ວງ, ບານສົ່ງໃນຮົ່ມ-ຫາດຊາຍ, ກະຕໍ້, ປິ່ງປ່ອງ, ດອກປີກໄກ່, ເປຕັງ, ໜ້າເກັກ, ໝາກຂ່າງ, ເທຄວັນໂດ, ໝາກເສິກ ແລະ ຈະແຂ່ງຂັນຊິງຫຼຽນທັງໝົດ 428 ຫຼຽນ, ໃນນັ້ນຫຼຽນຄໍາ 126 ຫຼຽນ, ຫຼຽນເງິນ 126 ຫຼຽນ, ຫຼຽນທອງ 176 ຫຼຽນ.
ທ່ານເຈົ້າແຂວງ ໃຫ້ຮູ້ຕື່ມວ່າ: ການເປັນເຈົ້າພາບຈັດງານມະຫາກໍາກິລານັກຮຽນມັດ ທະຍົມສຶກສາດັ່ງກ່າວ ຖືວ່າເປັນກຽດອັນສູງສົ່ງ ແລະ ເປັນການປຸກລະດົມຈິດໃຈປະຊາ ຊົນມີຄວາມເບີກ ບານມ່ວນຊື່ນ ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ, ກໍ່ຄືການພັດທະນາຊັບພະຍາກອນມະນຸດ ຮອບດ້ານຂອງແຂວງໃຫ້ເຕີບໃຫຍ່ເຂັ້ມແຂງ, ທັງເປັນການສ້າງກາລະໂອກາດຄັ້ງໃໝ່ໃຫ້ແກ່ ບັນດານັກຮຽນຊັ້ນມັດທະຍົມສຶກສາກ້າວເຂົ້າສູ່ການເປັນນັກກິລາໜຸ່ມນ້ອຍຮຸ່ນສືບທອດຂອງປະເທດນັ້ນ ໄດ້ມາແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ພ້ອມສ້າງໄດ້ຄວາມສາມັກຄີ ຮັກແພງເປັນຈິດໜຶ່ງໃຈດຽວ, ມີແນວຄິດສະຫງວນມັກ ແລະ ຫຼິ້ນກິລາ-ກາຍະກໍາໃຫ້ເປັນຂະ ບວນຟົດຟື້ນ, ກວ້າງຂວາງ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວປາໃສໃນພິທີວ່າ: ງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງນີ້ ກໍ ເພື່ອແນໃສ່ເຮັດໃຫ້ຄົນຮຸ່ນໃໝ່ມີການພັດທະນາທາງດ້ານ ຮ່າງກາຍ ແລະ ສະຕິປັນຍາ, ຝຶກໃຫ້ນັກຮຽນມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄຸນສົມບັດ, ມີຄວາມສາມັກຄີ-ມິດຕະພາບ ແລະ ມີສຸຂະພາບແຂງແຮງ, ນໍາໃຊ້ເວລາ ວ່າງໃຫ້ມີຜົນປະໂຫຍດຫ່າງໄກຈາກຢາເສບຕິດ ແລະ ອະບາຍຍະມຸກຕ່າງໆ, ສິ່ງສໍາຄັນ ແມ່ນການສ້າງພື້ນຖານ ໃຫ້ແກ່ນັກກິລາລາວເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.

ໃນພິທີຍັງມີຂະບວນສວນສະໜາມຂອງກອນກໍາລັງຕ່າງໆ, ການເຊີນທຸງຊາດ ແລະ ທຸງກິລານັກຮຽນຂຶ້ນສູ່ຍອດເສົາ, ຂະບວນນັກກິລາແລ່ນທວນໄຟ ເຂົ້າສູ່ສະໜາມ, ການສະແດງພະລະ ແລະ ສີລະປະວັດທະນະທໍາ ເຊັ່ນ: ບົດຟ້ອນ ບໍລິຄໍາໄຊຍິນດີຕ້ອນຮັບ”, ຫັດກາຍປະກອບສຽງເພງ ບໍລິຄໍາໄຊເຍົາວະຊົນຍຸກໃໝ່ໃສ່ໃຈ ການຫຼິ້ນກິລາເພື່ອຄວາມສາມັກຄີ”, ບົດຟ້ອນ ແພລາວເຜົ່າເມີຍ”, ບົດຟ້ອນ ກິລາຄືພະ ລັງຂອງການສຶກສາແລະ ອື່ນໆ ອັນໄດ້ເຮັດໃຫ້ງານມີສີສັນ ແລະ ຟົດຟື້ນຍິ່ງຂຶ້ນ.

No comments:

Post a Comment