Ad

Ad

3 February 2017

ທ່ານນາຍົກລັດຖະມົນຕີໂອ້ລົມພະນັກງານຫລັກແຫລ່ງແຂວງບໍລິຄຳໄຊ


            ໂອກາດເຂົ້າຮ່ວມເປີດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດທີ່ແຂວງບໍລິຄຳໄຊເປັນເຈົ້າພາບ, ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດ ຖະມົນຕີ ໄດ້ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫລັກແຫລ່ງແຂວງດັ່ງກ່າວ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄຳໄຊ ເຊິ່ງກ່ອນອື່ນທ່ານນາຍົກໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ຄະນະບໍລິຫານງານພັກແຂວງທີ່ໄດ້ເອົາໃຈໃສ່ພ້ອມກັນພັດທະນາແຂວງບໍລິຄຳໄຊໃຫ້ມີໃບໜ້າໃໝ່ ແລະ ມີທ່າກ້າວຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມເນັ້ນໃຫ້ຄະນະບໍລິຫານພັກແຂວງແຕ່ລະຂັ້ນຈົ່ງໄດ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຜັນຂະຫຍາຍເນື້ອໃນມະຕິ 10 ຂອງພັກ ກໍຄືຄຳສັ່ງຕ່າງໆ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຂວງໃຫ້ໜັກແໜ້ນ, ເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ຮັບປະກັນຄວາມໂປ່ງໃສ, ຍຸຕິທຳ, ອັດຊ່ອງວ່າງການຮົ່ວໄຫລ, ຕ້ານການສໍ້ລາດບັງຫລວງໃຫ້ໄດ້ຢ່າງຂາດຕົວ, ຫັນເອົາທ່າແຮງຂອງແຂວງທີ່ມີເຂົ້າໃນແຜນພັດທະນາເສດຖະກິດ-ສັງ ຄົມໃຫ້ມີທ່າກ້າວຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປເບິ່ງຄວາມຄືບໜ້າຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງຽບ 1 ຢູ່ບ້ານຫາດຢື້ນ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ນຳພາທາງໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມປະທານບໍລິສັດເຂື່ອນໄຟຟ້າດັ່ງກ່າວ. ໂຄງການໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2013, ຄາດວ່າຈະໃຊ້ເວລາກໍ່ສ້າງທັງໝົດ 70 ເດືອນ ແລະ ຈະເກັບກັກນ້ຳເຂົ້າເຂື່ອນໃນເດືອນກໍລະກົດປີ 2018 ແລະ ຈະສາມາດເປີດນຳໃຊ້ໄຟຟ້າໄດ້ໃນເດືອນມັງກອນປີ 2019. ມາຮອດປັດຈຸບັນການກໍ່ສ້າງສຳ ເລັດແລ້ວ 60%, ສ່ວນການຍົກຍ້າຍຈັດສັນພໍ່ແມ່ປະຊາຊົນອອກຈາກອ່າງເກັບນ້ຳແມ່ນມີຄວາມຄືບໜ້າໄປໂດຍດີ.

             ທ່ານ ກອງແກ້ວ ໄຊສົງຄາມ ໄດ້ລາຍງານກ່ຽວກັບສະພາບການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດວຽກງານແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາໂດຍສັງເຂບໃຫ້ທ່ານນາຍົກໄດ້ຮັບຊາບໂດຍລວມ. ແຂວງບໍລິຄຳໄຊມີສະຖຽນລະພາບທາງດ້ານການ ເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ-ໝັ້ນທ່ຽງ, ວັດທະນະທຳ-ສັງຄົມໄດ້ຮັບການບູລະນະ, ຊີວິດການເປັນຢູ່ຂອງພະນັກງານ-ລັດ ຖະກອນ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທາງດ້ານວັດຖຸ ແລະ ຈິດໃຈໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ. ໃນສົກປີ 2015-2016 ລວມຍອດມູນຄ່າເພີ່ມຜະລິດຕະພັນພາຍໃນ (GDP) ຂອງແຂວງ 4.478,8 ຕື້ກີບ, ດ້ວຍອັດຕາການຂະຫຍາຍຕົວ 8%, ສະເລ່ຍໃສ່ຫົວຄົນບັນລຸ 1.982 ໂດລາ, ໃນນັ້ນຂົງເຂດກະສິກຳ ແລະ ປ່າໄມ້ຂະຫຍາຍຕົວໃນລະດັບ 3,5% ກວມເອົາ 40,2% ຂອງ GDP, ຂົງເຂດອຸດສາຫະກຳ ແລະ ກໍ່ສ້າງຂະຫຍາຍຕົວໃນລະດັບ 11,02% ກວມເອົາ 31,4% ຂອງ GDP ແລະ ຂົງເຂດການບໍລິການຂະຫຍາຍຕົວໃນລະດັບ 8,93% ກວມເອົາ 28,4% ຂອງ GDP; ນັກຮຽນໃນເກນອາຍຸໄດ້ເຂົ້າຮຽນ ແລະ ຮັບການຢອດຢາຢ່າງທົ່ວເຖິງ, ທົ່ວແຂວງບ້ານທຸກຍາກຍັງເຫລືອ 30 ບ້ານ, ຄອບຄົວທຸກຍາກຍັງເຫລືອ 1.844 ຄອບຄົວ, ສ້າງບ້ານພັດທະນາໄດ້ 205 ບ້ານ, ຄອບຄົວພັດທະນາມີ 44.573 ຄອບຄົວ, ສ້າງບ້ານໃຫຍ່ກາຍເປັນສີສັນຕົວເມືອງນ້ອຍໄດ້ 2 ບ້ານ, ລະຫວ່າງຕົວເມືອງ ແລະ ຊົນນະບົດນັບມື້ນັບຫຍັບໃກ້ເຂົ້າຫາກັນ, ປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 4 ຂອງແຂວງ, ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8, ໃນນັ້ນແຂວງບໍລິຄຳໄຊໄດ້ວາງວິໄສທັດດ້ານການພັດທະນາແຕ່ນີ້ຫາປີ 2020 ຄືສ້າງແຂວງບໍລິຄຳໄຊເປັນປະຕູເສດຖະກິດ ແຫລ່ງຜະລິດພະລັງງານ ສູນກາງບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ, ໃນນັ້ນໄດ້ຖືເອົາການພັດທະນາເສດຖະກິດເປັນໃຈກາງ, ຖືເອົາການພັດທະນາວັດທະນະທຳ-ສັງຄົມເປັນສຳຄັນ, ຖືເອົາການພັດທະນາຊັບພະຍາກອນມະນຸດເປັນຂອດກຸນແຈ ແລະ ຖືເອົາການປົກປັກຮັກສາສິ່ງແວດລ້ອມເປັນວຽກທີ່ຈຳເປັນ.

No comments:

Post a Comment