Ad

Ad

6 February 2017

ມີເງິນຫລາຍເຮັດຫຍັງກໍໄດ້

ພາບປະກອບ
ໂດຍ: ຄຳເຜີຍ ສີຊະນະມຸງຄຸນ
ເງິນຍັງເປັນພະເຈົ້າ ? ຍ້ອນວ່າເງິນເປັນພາຫະນະຕັດສິນທຸກຢ່າງໃນການຍືນຍົງຄົງຕົວຂອງ ຊາດໜຶ່ງໆ, ສັງຄົມຈະຢູ່ດີກິນດີ, ມີຄວາມສຸກສະໜຸກສະໜານກໍຍ້ອນເງິນເປັນຕົວຕັ້ງ, ຄົນມີເງິນຫລາເຂົາກໍວ່າຄົນຮັ່ງ. ປະເທດຊາດມີເງິນຫລາຍເຂົາກໍວ່າປະເທດຊາດຮັ່ງມີ, ນີ້ຄືສັດຈະທຳຕົວຈິງທີ່ບົ່ງບອກຄວາມຈະເລີນຮັ່ງ ມີ ແລະ ຄວາມອຸດົມສົມບູນຂອງ ປະເທດຊາດ. ໃນທາງກົງ ຫລື ທາງອ້ອມ, ຖ້າບ້ານເມືອງໃດຫາກມີການຂາດເຂີນເງິນທອງເຂົາກໍເອີ້ນກັນວ່າຍັງເປັນປະເທດທີ່ທຸກຍາກ ແລະ ດ້ອຍພັດທະນາ.

ກ່າວເຖິງປະຫວັດສາດອັນຍາວນານຂອງປະເທດເຮົາໃນຜ່ານມາສອງສາມຮ້ອຍປີ, ປະເທດຊາດບ້ານເມືອງເຮົາປະສົບກັບໄພຄຸກຄາມໃນຫລາຍດ້ານເປັນຕົ້ນອັນທີໜຶ່ງແມ່ນໄພຄຸກຄາມຈາກພາຍນອກອິດທິກຳລັງປໍລະປັກສັກດີນາ ແລະ ຈັກກະພັດຕ່າງຊາດໄດ້ເຂົ້າມາຮຸກຮານ ແລະ ເອົາປະເທດເຮົາເປັນຫົວເມືອງຂຶ້ນ. ອັນສອງມາສະພາບສັງຄົມລາວໃນສະໄໝກ່ອນຍັງຫລ້າຫລັງງົມງວາຍ, ຊີວິດການເປັນຢູ່ຂອງປະຊາຊົນສ່ວນໃຫຍ່ແມ່ນຂຶ້ນກັບທຳມະຊາດ, ລະດັບຄວາມຮັບຮູ້ຂອງປະຊາຊົນຍັງຕໍ່າຕ້ອຍດ້ອຍໂອກາດ. ດ້ວຍສາເຫດດັ່ງກ່າວ ຈຶ່ງເຮັດໃຫ້ອິດທິກຳລັງປໍລະປັກເຂົ້າມາຮຸກຮານໄດ້ ງ່າຍ. ການເປັນຫົວເມືອງຂຶ້ນ ຂອງສັກດີນາ ແລະ ຈັກກະພັດຜູ້ ຮຸກຮານບໍ່ພຽງແຕ່ເຂົາມາປົກຄອງ ຢຶດຈ່ອງເອົາຄົນ, ເອົາແຜ່ນດິນເຂົາຍັງກອບໂກຍເອົາຊັບໃນດິນ, ສິນໃນນ້ຳນັບທັງເງິນຄຳອັນມະຫາ ສານໄປຄູນຮັ່ງຄູນມີໃຫ້ພວກເຂົາດັ່ງທີ່ພວກເຮົາໄດ້ພາກັນຮໍ່າຮຽນປະຫວັດສາດລາວແຕ່ລະຍຸກແຕ່ລະສະໄໝ. ຈາກຜົນກະທົບດ່ັງກ່າວ, ຕົກມາຮອດຍຸກປັດຈຸບັນພວກເຮົາກໍຍັງບໍ່ທັນປົດປ່ອຍຈາກຄວາມຫຍຸ້ງຍາກ ແລະ ດ້ອຍພັດທະນາໄດ້ເທື່ອ.
ເຖິງຢ່າງໃດກໍດີ, ຕາມເຮົາວ່າມາຮອດຍຸກປັດຈຸບັນ ເຊິ່ງເປັນຍຸກໂລກາພິວັດປະເທດຊາດຂອງພວກເຮົາໄດ້ຮັບການປົດປ່ອຍມາແຕ່ປີ 1975 ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ກໍໄດ້ກ້າວຂຶ້ນຕາມເສັ້ນທາງອັນສະຫງ່າງາມຂອງຍຸກສະໄໝ. ນັບແຕ່ 1975 ເປັນຕົ້ນມາ ພວກເຮົາທັງປົກປັກຮັກສາ ແລະ ທັງສ້າງສາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງຕົນໃຫ້ກ້າວໄປຢ່າງບໍ່ຢຸດຢັ້ງ. ກ່າວເຖິງຄວາມມັ່ງຄັ່ງຮັ່ງມີທາງດ້ານເສດຖະກິດ, ເງິນຄຳກໍຄ່ອຍໆອຸດົມສົມບູນຮັ່ງມີເທື່ອລະກ້າວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າກໍນັບມື້ດີຂຶ້ນເລື້ອຍໆ. ສິ່ງທີ່ສະແດງອອກໃຫ້ເຫັນປະຈັກຕາກໍຄືລາຍຮັບແຫ່ງຊາດແຕ່ລະປີໄດ້ເພີ່ມຂຶ້ນຕິກໆ, ພັກ-ລັດຖະບານເຮົາໄດ້ມີແຜນການສ້າງສາພັດທະນາປະເທດຊາດເປັນໄລຍະໆຄືແຜນການ 5 ປີ, 10 ປີ ໃນຕໍ່ໜ້າ ແລະ ຍາວນານ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງວິໄສທັດຂອງຜູ້ນຳພາປົກຄອງບ້ານເມືອງທີ່ມີຈຸດປະສົງຢາກສ້າງສາໃຫ້ປະເທດຊາດຂອງຕົນຮັ່ງມີ ແລະ ຈະ ເລີນຮຸ່ງເຮືອງຄືບັນດາອະຣິຍະປະເທດ.

ຕາມເຮົາວ່າ: ໃນໄລຍະຫ້າປີ, ສິບປີມານີ້ ຖ້າພວກເຮົາຫາກພ້ອມກັນເກັບຫອມລອມລິດເອົາ ທຸກກີບທຸກອັດມາສ້າງສາບ້ານເມືອງເຮົາອາດຈະກ້າວໜ້າຂະຫຍາຍຕົວດີກວ່ານີ້. ແຕ່ໜ້າເສຍດາຍມີພວກຄົນບໍ່ດີຈຳນວນບໍ່ໜ້ອຍໄດ້ພາກັນສໍ້ລາດບັງຫລວງຍັກຍອກເອົາເງິນຄຳຂອງລັດໄປຄູນຮັ່ງຄູນມີໃຫ້ຕົນເອງ ແລະ ພວກພ້ອງໄປຫລາຍພັນຕື້. ຈາກບັນຫາທີ່ກ່າວມານີ້ ມັນໄດ້ສ້າງຜົນກະທົບຕໍ່ພະນັກ ງານ, ທະຫານ, ຕຳຫລວດຜູ້ພິທັກຮັກສາປະເທດຊາດ. ໝົດເດືອນມາເງິນເດືອນບໍ່ໄດ້ຮັບ, ຂຶ້ນເງິນ ເດືອນໄປແລ້ວປະຕິບັດບໍ່ໄດ້ກໍລົງຄືນມາຄືເກົ່າ ເຊິ່ງບໍ່ມີຄືໃຜ ແລະ ບໍ່ມີໃຜຄືໃນໂລກຈັກກະວານອັນນີ້ ຈຶ່ງຂໍຝາກຄວາມຫວັງໄວ້ກັບລັດຖະບານຊຸດທີ 8 ຈົ່ງໄດ້ແກ້ ແລະ ປົດເປື້ອງໃຫ້ໄດ້ຕາມຄຳເວົ້າວ່າ, ຖ້າບໍ່ດັ່ງນັ້ນຈະອາຍເຂົາເພາະພວກທີ່ລໍຖ້າຕອກຫລີ້ມມັນລໍຖ້າຄືແຫ້ງລໍເຝົ້າກິນຊາກສົບ.

No comments:

Post a Comment