Ad

Ad

6 February 2017

ຮາດລັອກກາເຟ ວຽງຈັນ ເປີດໃຫ້ບໍລິການຢ່າງເປັນທາງການ

          ທ້າຍອາທິດຜ່ານມານີ້, ຮ້ານ ຮາດລັອກ ກາເຟ ວຽງຈັນ, ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ, ຊຶ່ງໄດ້ລວມເອົາອາຫານດັ່ງເດີມຂອງຊາວອາເມລິກາ, ສຽງດົນຕີທີ່ແຕກຕ່າງ, ຄວາມບັນເທີງ ແລະ ເຄື່ອງທີ່ລະນຶກຈາກຫລາກຫລາຍປະເທດມາໄວ້ບ່ອນນີ້ບ່ອນດຽວ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າຜູ້ທີ່ສົນໃຈໃນສິ່ງດັ່ງກ່າວໄດ້ຢ່າງເຕັມໃຈ. ຮ້ານອາຫານແຫ່ງນີ້ ຕັ້ງຢູ່ໜ້າສູນການຄ້າ ໄອເຕັກມໍ, ຖະໜົນກຳແພງເມືອງ, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ດ້ວຍຄວາມທີ່ມີຊື່ສຽງໃນຕ່າງປະເທດ
ມາແລ້ວຫລາຍສິບປີ, ຈຶ່ງເຮັດໃຫ້ກຸ່ມລູກຄ້າຈາກຕ່າງປະເທດ ແລະ ປະຊາ ຊົນລາວເອງຕ່າງກໍດີໃຈ ຊຶ່ງຫວັງວ່າການເປີດໃຫ້ບໍລິການຄັ້ງນີ້ຈະຊ່ວຍໃຫ້ການບໍລິການກິນດື່ມຢູ່ລາວມີສີສັນດີຂຶ້ນ. ໃນໄລຍະເດືອນກຸມພານີ້ ທາງຮ້ານຍັງໄດ້ເຊື້ອເຊີນເອົາກຸ່ມສິລະປິນ, ນັກຮ້ອງທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາພັດປ່ຽນກັນຂຶ້ນສະແດງໃຫ້ກັບລູກຄ້າໄດ້ສຳພັດກັບບັນ ຍາກາດໃໝ່ດ້ວຍຄວາມມ່ວນຊື່ນ.

No comments:

Post a Comment