Ad

Ad

6 February 2017

ສໍາເລັດກອງປະຊຸມພົບປະທະນາຄານທຸລະກິດທົ່ວປະເທດ

          ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງກອງປະຊຸມພົບປະທະນາຄານທຸລະກິດທົ່ວປະເທດ ປະຈໍາປີ 2016 ຢ່າງເປັນທາງການໃນວັນທີ 3 ກຸມພາ 2017 ທີ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ດໍາເນີນມາເປັນເວລາໜຶ່ງມື້ ໂດຍການໃຫ້ກຽດເປັນປະທານຂອງທ່ານ ສົມພາວ ໄຟສິດ ກໍາມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ນອກນີ້ ຍັງມີຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ຮອງລັດຖະມົນຕີກະຊວງການເງິນ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າ ໄມ້, ຄະນະທະນາຄານແຫ່ງ ສປປ ລາວ 4 ພາກ, ບັນດາທະນາຄານທຸລະກິດໃນທົ່ວປະເທດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

           ກອງປະຊຸມພົບປະໃນຄັ້ງນີ້ ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໄດ້ນໍາສະເໜີແຜນພັດທະນາເສດຖະກິດ-ສັງຄົມປີ 2017 ແລະແຜນການລົງທຶນຂອງລັດ, ກົນໄກການຈັດສັນທຶນ ເພື່ອໂຄງການລົງທຶນຂອງລັດ ຂອງກະຊວງແຜນການ ແລະການລົງທຶນ, ທາງດ້ານທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ກໍໄດ້ນໍາສະເໜີແຜນງົບປະມານປີ 2017, ກົນໄກຈັດສັນງົບປະມານຂອງກະຊວງການເງິນ, ທ່ານ ພຸດທະໄຊ ສີວິໄລຕາງໜ້າທະນາຄານແຫ່ງ ສປປ ລາວ ກໍໄດ້ນໍາສະເໜີແຜນນະໂຍບາຍເງິນຕາປີ 2017, ການປ່ອຍສິນເຊື່ອ, ການປະຕິບັດ Interbank ແລະ ອື່ນໆ ແລະທ່ານ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຍັງນໍາສະເໜີທິດທາງແຜນການກະສິກໍາປີ 2017, ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ, ປຸງແຕ່ງຫັນເປັນຕ່ອງໂສ້ບົນຫຼັກການ 4 ຮ່ວມຂອງກະຊວງກະສິກໍາ ແລະ ປ່າໄມ້.
             ໃນຂະນະດຽວກັນ ທີ່ປະຊຸມຍັງໄດ້ມີຄໍາເຫັນເຈາະຈີ້ມ ແລະ ແລກປ່ຽນຄໍາເຫັນກ່ຽວກັບທິດທາງແຜນການຂອງພາກລັດຖະບານທີ່ຕິດພັນກັບຂະແໜງການທະນາຄານ, ໃນຕອນແລງຂອງວັນດຽວກັນ ກໍມີການພົບປະລະຫວ່າງກົມຄຸ້ມຄອງທະນາຄານທຸລະກິດທະນາຄານແຫ່ງ ສປປ ລາວ ກັບທະນາຄານທຸລະກິດເຊິ່ງໃນໂອກາດດັ່ງກ່າວທ່ານ ພຸດທະໄຊ ສີວິໄລ ຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ຍັງໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງກົມຄຸ້ມຄອງທະນາຄານທຸລະກິດປະຈໍາປີ 2016ແລະທາງແຜນການປີ 2017, ຈາກນັ້ນ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການທະນາ ຄານການຄ້າຕ່າງປະເທດລາວມະຫາຊົນ, ປະທານສະມາຄົມທະນາຄານລາວ ຍັງໄດ້ລາຍງານການ ເຄື່ອນໄຫວຂອງສະມາຄົມທະນາຄານລາວປະຈໍາປີ 2016 ແລະ ທາງແຜນການປີ 2017; ພ້ອມນັ້ນກໍໄດ້ມີການແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນ, ຂໍ້ສະເໜີຕ່າງໆທີ່ປິ່ນອ້ອມວຽກງານຂະແໜງການທະນາຄານດ້ວຍຄວາມຮັບຜິດຊອບສູງ ແລະກົງໄປກົງມາ.

                                                                           # ຂ່າວ-ພາບ: ຣັດສະໝີ ດວງສັດຈະ

No comments:

Post a Comment