Ad

Ad

6 February 2017

ລາວ-ໄທຫາລືແກ້ໄຂຄະດີການຄ້າມະນຸດ


        ກົມຕຳຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກະຊວງປ້ອງກັນຄວາມສະຫງົບລາວ, ກອງບັນຊາການປາບປາມການຄ້າມະນຸດສຳນັກງານຕຳຫລວດແຫ່ງຊາດ ແລະ ກົມສືບສວນຄະດີພິເສດແຫ່ງຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມປຶກສາຫາລືວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດລະຫວ່າງສອງປະເທດ, ໂດຍສະເພາະການເພີ່ມທະວີຮ່ວມມືບັນດາຄະດີທີ່ຍັງຄ້າງຄາ ເພື່ອພ້ອມກັນແກ້ໄຂໃຫ້ສຳເລັດໂດຍໄວ, ຊຶ່ງສອງຝ່າຍໄດ້ແລກປ່ຽນບົດຮຽນບາງຄະດີທີ່ຍັງແກ້ໄຂບໍ່ສໍາເລັດໃນໄລຍະຜ່ານມາ ເປັນຕົ້ນ: ກໍລະນີຄະດີນາງ ມົນຕາ (ຜູ້ຖືກຫາ) ທີ່ເຈົ້າໜ້າທີ່ໄທດຳເນີນຄະດີ ແລະ ມີຜູ້ຖືກເຄາະຮ້າຍທີ່ເປັນຄົນລາວຊື່ນາງ ກາບແກ້ວ ຢູ່ບ້ານຮ່ອງແກເມືອງໄຊເສດຖານະຄອນ ຫລວງວຽງຈັນ, ຈຸດປະສົງເພື່ອຂໍນາງ ກາບແກ້ວ ໄປໃຫ້ການຢູ່ສານປະເທດໄທ, ຄະດີຄູ່ຜົວເມຍ ທ້າວ ກິໂດ ກາລິກສະກີ ສັນຊາດເຢຍລະມັນ ແລະ ນາງ ວາລິນ ຟອງສັນເຖຍ (ໄທ) ທັງສອງໄດ້ແຕ່ງງານກັນມີລູກ 1 ຄົນ ຊື່ທ້າວ ອາເລັກ ຊັນເດີ ຕໍ່ມານາງ ວາລິນ ຟອງສັນເຖຍ ໄດ້ໄປອາເມລິກາເປັນເວລາ 5 ປີ ແລະ ກັບມາໄທເພື່ອທວງເອົາລູກຄືນ, ຄະດີທ້າວ ສົນທະຍາ ທີ່ຕົກເປັນຜູ້ຖືກເຄາະຮ້າຍຈາກການຂູດຮີດແຮງງານລົງເຮືອປະມົງໄປໃຫ້ການ ແລະ ຄະດີທ້າວ ຕອມ ນາຍໜ້າຄົນລາວຢູ່ເມືອງເລົ່າງາມແຂວງສາລະວັນ, ໄດ້ພາເດັກນ້ອຍຈຳນວນ 5 ຄົນໄປຂາຍໃຫ້ເຖົ້າແກ່ໄທຊື່ທ້າວ ສົມກຽດ ຢູ່ແຂວງປະຈວບ ແລະ ໄດ້ບັງຄັບເດັກນ້ອຍຈຳນວນດັ່ງກ່າວເຮັດວຽກຢູ່ສວນໝາກນັດເປັນເວລາ 6 ເດືອນ ແລະ ຄະດີອື່ນໆ.

  ກອງປະຊຸມດັ່ງກ່າວຈັດຂຶ້ນແຕ່ວັນທີ 31 ມັງກອນ 2016 ຫາ 1 ກຸມພາ 2017 ຢູ່ໂຮງແຮມແກຣນຫລວງພະບາງ, ໂດຍການເປັນປະທານຂອງ ພັນເອກ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫລວດ, ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ທ່ານພັນເອກ ທາມາຊັກ ວິຊາລາຍາ ຜູ້ປຶກສາຜູ້ບັນຊາການຕຳຫລວດແຫ່ງຊາດໄທ, ທ່ານພັນເອກອັກຄະລະພົນ ຜູ້ຊ່ຽວຊານດ້ານການປາບປາມຢາເສບຕິດ ແລະ ການຄ້າມະນຸດ ກົມສອບສວນຄະດີພິເສດ DSI ພ້ອມເຈົ້າໜ້າທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

No comments:

Post a Comment