Ad

Ad

6 February 2017

ລາວຍັງມີສິ່ງທ້າທາຍຫລາຍດ້ານໃນການພັດທະນາປະເທດ

ຄະນະບໍລິຫານງານສູນກາງພັກໃຫ້ຮູ້ວ່າ: ໃນຊຸມປີຕໍ່ໜ້າສະພາບແວດລ້ອມສາກົນ ແລະ ພາກພື້ນຍັງຈະສືບຕໍ່ໄປຕາມທ່າອຽງທີ່ມີທັງການແຂ່ງຂັນ, ການຮ່ວມມື ແລະ ການຊ່ວຍເຫລືອເຊິ່ງກັນແລະ ກັນ, ຊຶ່ງການຜັນແປດັ່ງກ່າວຈະມີທັງຂໍ້ສະດວກທີ່ເອື້ອອໍານວຍ ແລະ ສິ່ງທ້າທາຍຕໍ່ການພັດທະ ນາຢູ່ປະເທດເຮົາໃນຕໍ່ໜ້າ ຄື: ຄຸນທາດການເມືອງຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ-ພະນັກງານຍັງບໍ່ທັນສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນເງື່ອນໄຂແລະສະພາບແວດລ້ອມອັນໃໝ່. ຄຽງຄູ່ກັນນັ້ນກໍຍັງມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນເຊັ່ນ: ການສໍ້ລາດບັງຫລວງ, ການລະເມີດລະບຽບ
ກົດໝາຍ, ອັນໄດ້ສົ່ງຜົນກະທົບຕໍ່ບົດບາດ ແລະ ການນໍາພາຂອງພັກ,ການນໍາໃຊ້ກົນໄກເສດຖະກິດຕະຫລາດ ແລະ ການເຊື່ອມໂຍງສາກົນພາໃຫ້ເສດຖະກິດ-ສັງຄົມມີການຂະຫຍາຍຕົວ ແລະ ມີການແກ່ງແຍ່ງແຂ່ງຂັນນັບມື້ເພີ່ມທະວີຂຶ້ນ, ໃນຂະນະທີ່ຄວາມສາມາດຂອງການແຂ່ງຂັນຂອງພວກເຮົາພັດຍັງບໍ່ທັນສູງ, ຄວາມຮຽກຮ້ອງຕ້ອງການຂອງການພັດທະນານັບມື້ສູງຂຶ້ນ, ແຕ່ການຕອບສະໜອງດ້ານທຶນຮອນ, ບຸກຄະລະກອນຜູ້ພາເຮັດພາສ້າງຕົວຈິງຊໍ້າພັດມີຈໍາກັດ, ການພັດທະນາໃນຊຸມປີຜ່ານມາໄດ້ພາໃຫ້ມີການສະສົມໜີ້ສິນນັບມື້ສູງຂຶ້ນ, ແຕ່ຄວາມສາມາດໃນການຊໍາລະໜີ້ຊໍ້າພັດພົບຄວາມຫຍຸ້ງຍາກຝືດເຄືອງຍ້ອນຖານເກັບລາຍຮັບພາຍໃນຍັງບໍ່ທັນໜັ້ກແໜ້ນເຂັ້ມແຂງ, ການຜັນແປຢ່າງສະຫລັບສັບຊ້ອນໄວວາຂອງພາກພື້ນແລະສາກົນທີ່ຈະຄາດເດົາໄດ້ຍາກ,ໂດຍສະເພາະບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ, ໄພທໍາມະຊາດ ແລະ ການເກີດລະບາດຂອງພະຍາດຕ່າງໆກໍຈະສົ່ງຜົນກະທົບຕໍ່ປະເທດພວກເຮົາ, ນອກຈາກນີ້, ຍັງມີອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີຈຳພວກໜຶ່ງຍັງບໍ່ປະລະກົນອຸບາຍຫັນປ່ຽນໂດຍສັນຕິຕໍ່ປະເທດເຮົາ, ຊຶ່ງນັບມື້ຮ້າຍແຮງ ແລະ ເລິກແລບແນບນຽນກວ່າເກົ່າພາຍໃຕ້ກະແສແຫ່ງຄວາມທັນສະໄໝຂອງເຕັກໂນໂລຊີການສື່ສານ, ອັນເປັນເງື່ອນໄຂໃຫ້ພວກຄົນບໍ່ຫວັງດີສວຍໃຊ້ເປັນເຄື່ອງມືສ້າງຄວາມປັ່ນປ່ວນເພື່ອມ້າງເພທໍາລາຍລະບອບໃໝ່ຂອງພວກເຮົາ. ສະນັ້ນ ສິ່ງທ້າທາຍຕ່າງໆທີ່ກ່າວມານີ້ແມ່ນບັ້ນທົດສອບອັນໃຫຍ່ຫລວງທີ່ເລັ່ງທວງໃຫ້ພວກເຮົາຕ້ອງເຊີດຊູຈິດໃຈບຸກໜ້າບືນຕົວໃຫ້ສູງທີ່ສຸດ, ສ້າງຄວາມສາມາດແຂ່ງຂັນໃຫ້ສູງຂຶ້ນເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ຊາດ.

No comments:

Post a Comment