Ad

Ad

6 February 2017

ລັດຖະບານເລັ່ງປະຕິຮູບການຈັດເກັບອາກອນໃຫ້ທັນສະໄໝ

ປັດຈຸບັນ, ລັດຖະບານເຮົາພວມເລັ່ງປະຕິຮູບການຄຸ້ມຄອງ ແລະ ການຈັດເກັບອາກອນໄປສູ່ທັນສະໄໝຢ່າງຄົບຖ້ວນໂດຍສືບຕໍ່ຕິດຕັ້ງເຄື່ອງມືເຊື່ອມຕໍ່ຖານຂໍ້ມູນຢູ່ຈຸດຂາຍນໍາບັນດາຫົວໜ່ວຍທຸລະກິດຂະໜາດໃຫຍ່, ກາງ ແລະ ຕິດຕັ້ງເຄື່ອງເກັບເງິນ ນໍາຫົວໜ່ວຍທຸລະກິດມອບເໝົາຈໍານວນໜຶ່ງ, ພ້ອມສ້າງພື້ນຖານໂຄງສ້າງລະບົບການຄຸ້ມຄອງອາກອນໃຫ້ທັນສະໄໝຄົບຊຸດ ເພື່ອຮັບປະກັນການເກັບອາກອນໃຫ້ມີຄວາມຊັດເຈນ ແລະ ບໍ່ຕົກເຮ່ຍເສຍຫາຍນີ້ແມ່ນ ແມ່ນບາງຄໍາເຫັນຂອງທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນໄດ້ລາຍງານຕໍ່ກອງປະຊຸມແນະນໍາການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2017 ເມື່ອບໍ່ດົນນີ້.


            ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ຕ້ອງໄດ້ສືບຕໍ່ຂະຫຍາຍການອອກເລກປະຈໍາຕົວໃຫ້ສໍາເລັດ ແລະ ຄຸ້ມຄອງເຂົ້າສູ່ລະບົບ TMIS ທີ່ມີຢູ່ແລ້ວ ໃຫ້ໄດ້ໃນຂອບເຂດທົ່ວປະເທດໂດຍສະເພາະຢູ່ແຂວງທີ່ຍັງບໍ່ທັນສໍາເລັດ ແລະ ສາມາດເປັນເຄື່ອງມືຕິດຕາມການແຈ້ງເສຍອາກອນ, ການກວດກາອາ ກອນຫລັງການແຈ້ງໃຫ້ໄວຂຶ້ນ, ປັບປຸງກົນໄກການມອບພັນທະຄ່າທໍານຽມສິດນໍາໃຊ້ທີ່ດິນໃຫ້ສະດວກວ່ອງໄວຂຶ້ນກວ່າເກົ່າ, ພ້ອມທັງສົມທົບກັບຂະແໜງການທີ່ກ່ຽວຂ້ອງສໍາຫລວດ ແລະ ເກັບຂໍ້ມູນໃນການປ່ຽນປະເພດການນໍາໃຊ້ທີ່ດິນໃຫ້ມີຄວາມຊັດເຈນ ແລະ ຖືກຕ້ອງກັບຄວາມເປັນຈິງເຊັນ: ຈາກດິນກະສິກໍາເປັນດິນປຸກສ້າງ, ດິນປຸກສ້າງເປັນດິນຂອງວິສາຫະກິດ ແລະ ອື່ນໆ. ນອກນີ້ຕ້ອງສົມທົບກັບຂະແໜງການກ່ຽວຂ້ອງເພີ່ມທະວີການຈັດເກັບອາກອນປະເພດຕ່າງໆຈາກທຸລະກິດຂຸດຄົ້ນບໍ່ແຮ່, ພະລັງງານໄຟຟ້ານ້ຳຕົກ, ໂຄງການສາຍສົ່ງໄຟຟ້າ ແລະ ບັນດາໂຄງການຕ່າງໆທີ່ນໍາໃຊ້ເງິນກູ້ຢືມ ແລະ ຊ່ວຍເຫລືອເພື່ອການພັດທະນາ, ໂດຍສະເພາະຜູ້ສະໜອງໂຄງການເຫລົ່ານັ້ນເຊັ່ນ: ອາກອນມູນຄ່າເພີ່ມ, ອາກອນຄ່າເຊົ່າ ແລະ ອາກອນເງິນເດືອນ, ປັບປຸງກົນໄກການຕິດຕາມ ແລະ ດໍາເນີນມາດຕະການກວດກາປໍ້າຈໍາໜ່າຍນ້ຳມັນເຊື້ອໄຟ ແລະ ການເຄື່ອນຍ້າຍນ້ຳມັນເຊື້ອໄຟເພື່ອໃຫ້ມອບພັນທະຖືກຕ້ອງ, ຄົບຖ້ວນ ແລະ ເຄື່ອນໄຫວຕາມລະບຽບການ, ພ້ອມທັງດໍາເນີນມາດຕະການຢ່າງເດັດຂາດ ແລະ ເຂັ້ມງວດຕໍ່ຜູ້ດໍາເນີນທຸລະກິດທີ່ບໍ່ປະຕິບັດຕາມລະບຽບກົດໝາຍ, ປັບປຸງກົນໄກການມອບພັນທະອາກອນປະເພດຕ່າງໆເປັນເງິນສົດ, ໂດຍສະເພາະຢູ່ຂັ້ນເມືອງ, ເທດສະບານໃຫ້ນໍາໃຊ້ລະບົບ Easy tax ໃຫ້ກ້ວາງຂວາງລວມທັງລະບົບການເກັບລາຍຮັບອາກອນແບບມອບເໝົາຕ້ອງຜ່ານລະບົບທະນາຄານໃຫ້ຫລາຍຂຶ້ນ.

No comments:

Post a Comment