Ad

Ad

6 August 2014

ມີ 100 ກວ່າກິດຈະການຂຸດຄົ້ນບໍ່ແຮ່ຢູ່ລາວ



     ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ໄດ້ອະນຸຍາດໃຫ້ບໍ ລິສັດຕ່າງໆ ເຂົ້າມາລົງທຶນທັງພາຍໃນ ແລະ ຕ່າງປະເທດ 60 ກວ່າບໍລິສັດທີ່ກຳ ລັງປະຕິບັດຢູ່ໃນ 100 ກວ່າ ກິດຈະການໃນນັ້ນມີ 16 ບໍລິສັດ ພາຍໃນ ແລະ 50 ກວ່າບໍລິ ສັດຕ່າງປະເທດ ແລະ ສະເພາະ 38 ບໍລິສັດແມ່ນພວມດຳເນີນການ ຂຸດຄົ້ນ ແລະ ຜະລິດແຮ່ທາດ ແລ້ວ, ສ່ວນອີກ 29 ບໍລິ ສັດແມ່ນ ກຳລັງກະກຽມ ເງື່ອນໄຂຕ່າງໆ ເພື່ອຈະເຂົ້າຮ່ວມຂຸດຄົ້ນ ແລະ ຜະລິດ ແລະ ເພື່ອໃຫ້ການຂຸດຄົ້ນ ມີປະສິດທິຜົນ ທາງຂະແໜງການຂອງຕົນ ໄດ້ສ້າງຄູ່ມື ແລະ ລະບຽບການຈຳນວນໜຶ່ງເປັນຕົ້ນ,ຄູ່ມືການສ້າງບົດວິພາກເສດຖະກິດ-ເຕັກນິກ, ມາດ ຕະຖານສັນ ຍາສຳ ປະທານ ແລະ ລະບຽບ ຄຸ້ມຄອງສຳປະທານເພື່ອການ ຂຸດຄົ້ນ, ລະບຽບໂຄງການປຸງ ແຕ່ງ, ຊື້-ຂາຍ ແຮ່ທາດ, ນອກນັ້ນ ຍັງໄດ້ເຜີຍແຜ່ກົດໝາຍ ແລະ ລະບຽບການຕ່າງໆດ້ານບໍແຮ່ ແລະ ສົມທົບກັບທ້ອງຖິ່ນດຳເນີນການກວດກາການຂຸດຄົ້ນ ຂອງບັນດາບໍລິສັດເຫຼົ່ານັ້ນເພື່ອດຳເນີນກິດ ຈະການຂອງຕົນມີປະສິດທິຜົນ ແລະ ສາມາດປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງຊາດມີບາດກ້າຂະຫຍາຍຕົວ.

No comments:

Post a Comment