Ad

Ad

6 August 2014

ການລັກລອບຕັດໄມ້ຕາມຊາຍ ແດນຍັງເປັນສິ່ງທ້າທາຍຕໍ່ການແກ້ໄຂ



    ສປປ ລາວ ມີຊາຍແດນ ຕິດຈອດກັບຫລາຍປະເທດ, ຍ້ອນແນວນັ້ນຈຶ່ງເຮັດ ໃຫ້ກຸ່ມຄົນບໍ່ດີຈຳນວນໜຶ່ງສວຍໂອກາດ ເຂົ້າ ມາເຄື່ອນໄຫວກະທຳການໃນສິ່ງທີ່ ຜິດກົດໝາຍຫລາຍປະເພດ ໂດຍສະເພາະແມ່ນການລັກລອບຕັດໄມ້ທຳລາຍ ປ່າໃນເຂດ ປ່າສະຫງວນຢ່າງເປັນຂະບວນຢູ່ປ່າສະຫງວນໃນເຂດເມືອງ ໝອກ ແຂວງຊຽງຂວາງຊາຍ ແດນລາວ-ຫວຽດນາມ. ເຊິ່ງຜ່ານ ການລົງກວດກາຕົວຈິງ ຂອງກົມກວດກາປ່າໄມ້ໃຫ້ຮູ້ວ່າ: ຂະບວນການທີ່ເຂົ້າໄປຕັດໄມ້ຢູ່ໃນເຂດດັ່ງ ກ່າວມີທັງເປັນ ບໍລິສັດທີ່ ໄດ້ຮັບອະນຸຍາດ ແລະ ກຸ່ມຄົນທີ່ເຂົ້າໄປລັກລອບຕັດມີ ທັງໄມ້ທ່ອນ ແລະ ເລື່ອຍຊອຍ ເປັນຕັບຂົນອອກໄປຊາຍແດນ ເບື້ອງ ຫວຽດນາມດ້ວຍຮູບການ ເຂົ້າມາແບບກອງທັບ ມົດນຳໃຊ້ ເຊືອກສະລິງມັດໄມ້ທີ່ຕັດແລ້ວໃຊ້ເຄື່ອງຈັກດຶງເຂົ້າໄປເບື້ອງ ຫວຽດ ນາມ, ນອກຈາກນີ້, ບັນດາບໍລິສັດທີ່ໄດ້ຮັບ ອະນຸຍາດຂຸດຄົ້ນໄມ້ຈາກລັດຖະບານ, ແຂວງ ແລະ ເມືອງຈຳນວນໜຶ່ງໄດ້ພາກັນ ຂຸດຄົ້ນເກີນໂກຕາທີ່ອະນຸມັດເປັນຈຳນວນ ຫລາຍພັນແມັດກ້ອນ.

     ທ່ານຫົວໜ້າກົມກວດກາປ່າ ໄມ້ໃຫ້ຮູ້ວ່າ: ຕໍ່ບັນຫາດັ່ງກ່າວ ທາງຂະແໜງການກ່ຽວຂ້ອງກໍ ໄດ້ນຳສະເໜີໃຫ້ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງຂອງລາວ ແລະ ຫວຽດນາມ ຮັບຊາບແລ້ວ ເພື່ອຮ່ວມກັນແກ້ໄຂບັນຫາກ່ຽວກັບການເຂົ້າມາລັກ ລອບຕັດໄມ້ດັ່ງກ່າວແລະຍອມຮັບວ່າ: ໃນໄລຍະຜ່ານມາ, ການກວດກາສະພາບການຕັດໄມ້ແມ່ນພົບຄວາມຫຍຸ້ງຍາກ ຫລາຍ ດ້ານເນື່ອງຈາກວ່າຜູ້ເຂົ້າໄປລັກລອບຕັດໄມ້ສ່ວນຫລາຍແມ່ນຢູ່ໃນເຂດ ຫ່າງໄກສອກຫລີກ, ບາງຈຸດບໍ່ມີເສັ້ນທາງໄປ ຮອດໄປເຖິງ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ປ່າໄມ້ບໍ່ສາມາດເຂົ້າໄປກວດກາໄດ້, ນອກຈາກ ນີ້, ການສະໜອງງົບປະມານ, ພາຫະນະ ແລະ ເຄື່ອງມືໃນ ການເຄື່ອນໄຫວວຽກງານດັ່ງກ່າວກໍຍັງມີຈຳກັດ, ຈຶ່ງເຮັດໃຫ້ວຽກ ງານຄຸ້ມຄອງ, ກວດກາປ່າ ໄມ້ຍັງເຮັດບໍ່ທັນໄດ້ດີເທົ່າທີ່ ຄວນ.

No comments:

Post a Comment