Ad

Ad

8 February 2013

ມັກງ່າຍໄດ້ຍາກ ລຳບາກໄດ້ດີ ( ຄໍລຳ ຈານແຍ່ )



     ຈານແຍ່ອ່ານພົບໃນ The Nation ໜັງສືພິມໄທ ເປັນພາສາ ອັງກິດ ໃນເດືອນທັນວາປີຜ່ານ ມາວ່າ: ທາງການໄທໄດ້ຂຶ້ນທະບຽນປາແດກ ແລະ ຕຳໝາກຫຸ່ງ ເປັນມໍລະດົກແຫ່ງຊາດຈາກພາກ ອີສານ. ເຫດຜົນເບື້ອງຫລັງຂອງ ການຂຶ້ນທະບຽນອາຫານດັ້ງເດີມ ສອງປະເພດນີ້ ກໍເພາະວ່າມັນ ເກີດມາຈາກພູມປັນຍາອັນລ້ຳຄ່າ ຂອງຄົນໄທ ໄປພ້ອມໆກັບລົດ ຊາດຖືກປາກຄົນທັງປະເທດ. ສ່ວນເຫດຜົນເບື້ອງໜ້ານັ້ນ ແມ່ນ ຕິດພັນກັບຫລັກການຂອງຢູເນດ ສະໂກ (UNESCO) ວ່າດ້ວຍການ ຂຶ້ນທະບຽນສິ່ງທີ່ຖືວ່າເປັນມໍລະ ດົກແຫ່ງຊາດ ກໍຄືມໍລະດົກຂອງ ມວນມະນຸດ (ມໍລະດົກໂລກ) ຖ້າ ອະທິບາຍໃຫ້ເຂົ້າໃຈແບບງ່າຍໆ  ຕື່ມກໍແມ່ນວ່າມໍລະດົກທັງເປັນວັດ ຖຸ (Tangible) ແລະ ບໍ່ແມ່ນວັດຖຸ (Intangible) ເຊັ່ນພູມປັນຍາ... ນັ້ນກ່ອນຈະສະເໜີໃຫ້ UNESCO ຂຶ້ນທະບຽນເປັນມໍລະດົກໂລກ, ກ່ອນອື່ນຕ້ອງຜ່ານການຂຶ້ນທະ ບຽນເປັນມໍລະດົກແຫ່ງຊາດ. ດັ່ງ ນັ້ນ ຈຶ່ງບໍ່ຕ້ອງແປກໃຈ ຖ້າວັນ ໜຶ່ງໃນອີກຫລາຍປີຂ້າງໜ້າ, ປາ ແດກ ແລະ ຕຳໝາກຫຸ່ງຖືກ UNESCO ຂຶ້ນທະບຽນເປັນມໍລະ ດົກແຫ່ງພູມປັນຍາຂອງໂລກ ຂອງໄທ.

    ເມື່ອ 10 ກວ່າປີຢ້ອນຫລັງ, ຈານແຍ່ກໍເຄີຍອ່ານພົບທາງການ ໄທມີແຜນສະເໜີ UNESCO ຂຶ້ນ ທະບຽນກະປູປ່າຢູ່ໄທຊະນິດຫາ ຍາກຈຳນວນໜຶ່ງ. ເລື່ອງນີ້ໄປ ຮອດໃສນັ້ນຈານແຍ່ບໍ່ໄດ້ຕິດຕາມ ແລະ ອີກເມື່ອ 3-4 ປີຜ່ານມາ, ຫວຽດນາມກໍຈົດທະບຽນລິຂະ ສິດລະດັບໂລກ ເພື່ອຜະລິດຊາໃບ ຫຸ່ງ ອັນສືບເນື່ອງມາຈາກທາງ ການແພດຫວຽດນາມໄດ້ຄົ້ນພົບ ວ່າ: ໃບຫຸ່ງມີສານຕ້ານມະເຮັງວ່າ ຊັ້ນ. ທີ່ເລົ່າມາຂ້າງເທິງນີ້ເວົ້າສະ ເພາະແຕ່ຂ່າວທີ່ບັງເອີນໄດ້ຜ່ານ ເຂົ້າຜ່ານຫູເຂົ້າຕາຈ່ານແຍ່ຊື່ໆ. ນອກນັ້ນຄົງມີຫລາຍ.
    ອ່ານພົບເລື່ອງຈັ່ງຊີ້ເທື່ອໃດ ຄວາມຮູ້ສຶກນັ້ນບອກບໍ່ຖືກ ກໍເລີຍ ໄດ້ແຕ່ຕັ້ງຄຳຖາມໃຫ້ຕົນເອງ ຕອບວ່າ: ປະເທດລາວເຮົານີ້ ກວ້າງບໍ່ກວ້າງ (ປຽບໃສ່ພົນລະ ເມືອງ) ແລະ ປົກຄຸມໄປດ້ວຍ 5 ຮັ່ງ ແລ້ວເຫດໃດຈຶ່ງບໍ່ມີແນວໄປ ຂຶ້ນທະບຽນລະດັບໂລກຫລາຍຄື ໝູ່. ໄດ້ຕອບວ່າ: ຍ້ອນພວກເຮົາ ຍັງຂາດຄົນມີຄວາມຮູ້ຄົ້ນຄວ້າ ກໍ ອາດມີຄົນຖຽງຄືນວ່າ: ບໍ່ຖືກ ເພາະດຽວນີ້ “ດຣ” ບ້ານເຮົາຍ່າງ ຈົນຊິຕຳກັນລົ້ມ.
    ຂ່າວເລື່ອງຂຶ້ນທະບຽນສິ່ງນັ້ນ ສິ່ງນີ້ເປັນມໍລະດົກແຫ່ງຊາດ-ມໍ ລະດົກໂລກຢູ່ຕ່າງປະເທດດຽວນີ້ ເກີດຂຶ້ນຖີ່ກວ່າເກົ່າ ໂດຍສະເພາະ ກໍແມ່ນເມື່ອມີຄວາມຂັດແຍ່ງຂ້າມ ຊາຍແດນເຊັ່ນ: ການກຳນົດເອົາ ເສື້ອ “ບາຕິກ” ຂອງບາງປະເທດ ໃນອາຊຽນວ່າເປັນຂອງຊາດຕົນ, ການກຳນົດອາຫານປະຈຳຊາດ ແລະ ຫວ່າງບໍ່ພໍເທົ່າໃດປີຜ່ານມາ ກໍມີບັນຫາລິຂະສິດເຫລົ້າໂວດກາ ໃນບັນດາປະເທດສະມາຊິກສະ ຫະພາບເອີຣົບກັບຣັດເຊຍ, ປະ ເທດໃດກໍອ້າງວ່າຕົນເປັນເຈົ້າຕຳ ຫລັບເຫລົ້າປຸກຊະນິດນີ້. ນອກນັ້ນ ກໍຍັງຕົກລົງກັນບໍ່ໄດ້ວ່າ: ເຫລົ້າ ໂວດການັ້ນຕ້ອງຜະລິດຈາກວັດຖຸ ຫຍັງແທ້ ຈຶ່ງມີສິດໃສ່ຊື່ວ່າ: “ໂວດ ກາ”.
    ບັນຫາທີ່ເວົ້າມາເທິງນັ້ນອາດ ມີບາງຄົນເຫັນເປັນເລື່ອງຕະຫຼົກ, ແຕ່ຕົວຈິງແລ້ວ ມັນເປັນເລື່ອງ ໃຫຍ່ຂະໜາດແຕະຕ້ອງເຖິງສາຍ ພົວພັນລະຫວ່າງປະເທດ.
    ເລື່ອງຂຶ້ນທະບຽນ ຫລື ຈົດລິ ຂະສິດວັດຖຸເປັນມໍລະດົກແຫ່ງ ຊາດ ຫລື ສາກົນນັ້ນ ຈານແຍ່ເວົ້າ ເລື້ອຍໆ, ກໍມີທັງຜູ້ສົນໃຈ ແລະ ຜູ້ ວາງເສີຍ. ຈຳນວນວາງເສີຍນັ້ນ ມີຮອດຜູ້ຫລັກຜູ້ໃຫຍ່ຂັ້ນເຕີບໆ, ແຕ່ວິໄສທັດຕີບໆແຄບໆທີ່ມັກເວົ້າ ວ່າ: ເຊີນເຍີ, ສິ້ນ, ແພບ່ຽງ, ແຄນ, ເຂົ້າໜຽວ ເຖິງຊິຕົກຢູ່ທີບໃດແດນ ໃດມັນກໍເປັນຂອງລາວຫັ້ນລະ, ປະເທດໃດຊິເອົາໄປກໍເຊີນ. ກໍມີ ບາງຄົນບອກວ່າ: ຂຶ້ນທະບຽນແຕ່ ສິ່ງໃຫຍ່ໆກໍພໍແລ້ວເຊັ່ນ: ເມືອງ ຫລວງພະບາງ, ວັດພູ, ໄຫຫີນ, ປ່າຫີນ, ສ່ວນສິ່ງເລັກໆນ້ອຍໆ ນັ້ນຂຶ້ນທະບຽນກໍບໍ່ມີປະໂຫຍດ ດ໋ອກ.
    ແຕ່ຈານແຍ່ພັດຄິດຕ່າງ, ສິ່ງ ເລັກໆນ້ອຍໆເຫລົ່ານີ້ແລ້ວເປັນ ຮາກເຫງົ້າຂອງສິ່ງໃຫຍ່ໆ. ໂນນ ພູໃຫຍ່ໆບໍ່ຖືກເຊາະເຈື່ອນກໍແມ່ນ ຍ້ອນຫຍ້າຕົ້ນຕ່ຳເຕັ້ຍຫັ້ນລະເກາະ ບັງຝົນລົມບໍ່ໃຫ້ກະທົບ. ການຂຶ້ນ ທະບຽນແມ່ນການສ້າງກຳແພງ ດ້ານກົດໝາຍ ເພື່ອຕໍ່ສູ້ເມື່ອມີຜູ້ລະ ເມີດເຊັ່ນ: ເມື່ອມີວັດຖຸສິ່ງຂອງ ຮຽນແບບຈາກຕ່າງປະເທດມາ ວາງຕະຫລາດ. ພວກເຮົາລຳ ບາກຄົ້ນຄວ້າຄິດຫງຳແດ່ໜ້ອຍ ໜຶ່ງຈະຊ່ວຍໃຫ້ພວກເຮົາສະບາຍໃນພາຍໜ້າ.

No comments:

Post a Comment