Ad

Ad

8 February 2013

ຮອດປີ 2015 ລາວຕ້ອງການລົງທຶນຫລາຍກວ່າ 40 ຕື້ໂດລາສະຫະລັດ ພັດທະນາປະເທດ



      ລັດຖະບານລາວ​ໄດ້​ວາງ​ແຜນ​​ຈັດຕັ້ງປະຕິບັດ​ໂຄງການ​ໃຫຍ່ ຫລາຍໂຄງການ ເພື່ອສູ້ຊົນບັນລຸ ເປົ້າໝາຍສະຫັດສະວັດດ້ານການພັດທະນາໃນປີ 2015 ເປັນຕົ້ນ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ຈາກ​ລາວ​ໄປ​ຈີນ, ກໍ່ສ້າງ​ສາຍ​ສົ່ງ​ໄຟ ຟ້າແຮງ​ສູງ​ທົ່ວ​ປະ​ເທດ, ກໍ່ສ້າງ​ທາງ​ດ່ວນ​ໄປ​ສູ່​ທະ​ເລ​ຫວຽ​ດນາມ, ກໍ່ສ້າງ​ສະໜາມ​ບິນ​ສາກົນ​ໃໝ່, ກໍ່ ສ້າງ​ທາງ​ຫລວງ​ແຫ່ງ​ຊາດ (1D), ໂຄງການກໍ່ສ້າງເຂື່ອນ​ໄຟຟ້າ ແລະ ໂຄງການ​ຂຸດ​ຄົ້ນບໍ່​ແຮ່ອີກ​ຫລາຍ​ແຫ່ງ. ເພື່ອ​ຈັດຕັ້ງປະຕິບັດ​ໂຄງການ​ດັ່ງກ່າວໃຫ້​ບັນລຸຕາມ​ເປົ້າໝາຍ​ມີ​ຄວາມ​ຕ້ອງການການ​ລົງທຶນຫລາຍກວ່າ 40 ຕື້​ໂດ​ລາ​ສະຫະລັດ, ​ແຕ່​ມາ​ຮອດ​ປັດຈຸ​ບັນ​ສາມາດຈັດ​ຫາ​ແຫ​ລ່ງທຶນ​ໄດ້​ປະ ມານ 15 ຕື້​ໂດ​ລາ​ສະຫະລັດ ເຊິ່ງ​ໃນ​ນັ້ນ ການ​ລົງທຶນ​ຂອງ​ເອກະ​ຊົນ​ພາຍ​ໃນ ແລະ ຕ່າງປະ​ເທດ ກວມ​ອັດຕາ​ສ່ວນ 65% ​ເທົ່າ​ກັບ 8,3 ຕື້​ໂດ​ລາ​ສະຫະລັດ, ທຶນ​ຊ່ວຍ​ເຫລືອ​ລ້າປະມານ 26% ​ເທົ່າ​ກັບ 4 ຕື້​ໂດ​ລາ​ສະຫະລັດ ​ແລະ ງົບປະ ມານ​ຂອງ​ລັດ​ກວມ​ພຽງ 10% ເທົ່າກັບ 1,4 ຕື້​ໂດ​ລາ​ສະຫະລັດ ແລະ ຍັງ​ມີ​ການ​ລົງທຶນ​ຈາກ​ທະ ນາຄານ​ພາຍ​ໃນ​ກວມ 12% ​ເທົ່າ​ກັບ 1,8 ຕື້​ໂດ​ລາ​ສະຫະລັດ.

      ໂຕເລກຄາດໝາຍສູ້ຊົນດັ່ງ ກ່າວໄດ້ລະບຸໄວ້​ໃນ​ແຜນ​ພັດທະ ນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ສົກ​ປີ 2011-2015, ລັດຖະ ບານ​ລາວ​ ທີ່​ຈະສູ້​ຊົນ​ເຮັດ​ໃຫ້ອັດ ຕາ​ເຕີບ​ໃຫຍ່​ດ້ານ​ເສດຖະກິດ​ບັນລຸ​ຫລາຍ​ກວ່າ 8% ຕໍ່​ປີ​ຂຶ້ນ​ໄປ, ສູ້​ຊົນ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາ ຊົນ ແລະ ປະຕິບັດ​ສຳ​ເລັດ​ເປົ້າ ໝາຍ​ສະຫັດ​ສະວັດດ້ານ​ການ​ພັດ ທະນາ ​ໃນ​ປີ 2015. ເພື່ອບັນລຸເປົ້າ ໝາຍດັ່ງກ່າວຈະ​ມີ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ​ຫັນ​ເປັນ​ອຸດສ​າຫະກຳ​ທັນ​ສະ​ໄໝ, ເຊິ່ງ​ຂະ​ແໜງ​ອຸດສາຫະກຳ​ຈະ​ຕ້ອງ​ກວມ​ອັດຕາ​ສ່ວນ​ປະມານ 39% ຂອງ​ລວມຍອດ​ຜະລິດ​ຕະ ພັນ​ພາຍ​ໃນ, ການ​ບໍລິການ 38% ແລະ ກະສິກຳ 23% ເຊິ່ງໃນ​ນັ້ນ ຄາດໝາຍ​ການ​ຂະຫຍາຍຕົວ ຂອງຂະ​ແໜງ​ອຸດສາຫະກຳ​ແມ່ນ​ຈະ​ໄດ້​ມາ​ຈາກ​ຂະ​ແໜງ​ພະລັງ ງານ​ໄຟຟ້າ, ບໍ່​ແຮ່ ແລະ ອຸດສາ ຫະກຳ​ປຸງ​ແຕ່ງ.

No comments:

Post a Comment