Ad

Ad

8 February 2013

ອາເມລິກາປະກອບສ່ວນສ້າງໂຮງຫມໍເມືອງ 4 ແຫ່ງ ຢູ່ແຂວຫົວພັນ ແລະ ຊຽງຂວາງ



      ສະຖານທູດສະຫະລັດອາເມ ລິກາ ແລະ ກອງບັນຊາການທະ ຫານສະຫະລັດ ອາເມລິກາປະຈຳພາກພື້ນປາຊີຟິກ (USPACOM) ໄດ້ໃຫ້ການຊ່ວຍເຫລືອໂຄງ ການກໍ່ສ້າງໂຮງໝໍເມືອງ 4 ແຫ່ງ ໃຫ້ ເມືອງພູກູດ ແລະ ເມືອງຜາໄຊ ແຂວງຊຽງ ແຂວງ ແລະ ເມືອງ ແອດ ແລະ ເມືອງສົບບາວ ແຂວງຫົວພັນ ລວມມູນຄ່າ ຫລາຍກວ່າ 16 ລ້ານໂດລາສະຫະລັດ ໂດຍພິທີ ມອບ-ຮັບໄດ້ຈັດຂຶ້ນໃນວັນທີ 28-30 ມັງກອນຜ່ານມາ ຢູ່ແຂວງ ຊຽງຂວາງ ແລະ ຫົວພັນ ລະ ຫວ່າງທ່ານນາງ ແຄຣັນ ສະ ຈວດຈ໌ ເອກອັກຄະລັດຖະທູດສະ ຫະລັດອາເມລິກາປະຈຳລາວ, ພັນໂທ ແມັດທີວ ແຄນ ທູດທະ ຫານສະຫະລັດ ອາເມລິກາປະຈຳລາວ ແລະ ທ່ານ ພົນຈັດຕະວາ ດຣ ຊື່ມສຸກ ສິນທະວົງ ຮອງເຈົ້າ ແຂວງຊຽງຂວາງ, ທ່ານ ວັນໄຊ ແພງສຸມມາ ຮອງເຈົ້າແຂວງຫົວ ພັນ ພ້ອມດ້ວຍທ່ານ ບຸນຕອນ ຈັນ ທະພອນ ສະມາຊິກສະພາແຫ່ງ ຊາດປະຈຳແຂວງຊຽງຂວາງ, ທ່ານ ສົມພັນ ຫັດດາວເຮືອງ ຮອງຫົວໜ້າກົມເອີຣົບ-ອາເມລິ ກາ ຂອງກະຊວງການຕ່າງປະ ເທດຂອງລາວ; ທ່ານ ດຣ. ພິສິດ ພຸດສະຫວັດ ຮອງຫົວໜ້າກົມຮັກສາສຸຂະພາບກະຊວງສາທາລະນະສຸກເຂົ້າຮ່ວມ.

     ໂຮງໝໍເມືອງ 4 ແຫ່ງດັ່ງກ່າວ ໄດ້ເລີ່ມກໍ່ສ້າງມາແຕ່ຕົ້ນປີ 2012 ແລະ ສຳເລັດໃນຕົ້ນປີ 2013 ເຊິ່ງ ໂຮງໝໍແຕ່ລະຫລັງເປັນອາຄານ ຊັ້ນດຽວ, ມີ 16 ຫ້ອງ, ປະກອບມີ ຫ້ອງນອນຄົນເຈັບ, ຫ້ອງພັກຟື້ນ, ຫ້ອງພະຍາບານ, ຫ້ອງທົດລອງ ແລະ ຫ້ອງຜ່າຕັດນ້ອຍ. ການ ຊ່ວຍເຫລືອເທື່ອນີ້ແມ່ນໂຄງການ ຊ່ວຍເຫລືອດ້ານມະນຸດສະທຳຢູ່ ເຂດຫ່າງໄກຊອກຫລີກຂອງປະ ເທດລາວ ແລະ ໄດ້ດຳເນີນມາ ເປັນເວລາຫຼາຍກວ່າສິບຫ້າປີ ແລ້ວ ເຊິ່ງໃນໄລຍະຜ່ານມາໄດ້ ຊ່ວຍປຸກສ້າງໂຮງຮຽນປະຖົມ; ສຸກສາລາ, ລະບົບຊົນລະປະທານ ແລະ ລະບົບນ້ຳສະອາດອື່ນໆ.

No comments:

Post a Comment