Ad

Ad

8 February 2013

ຈະເລີ່ມກໍ່ສ້າງເຂື່ອນໄຂຟ້ານ້ຳ ຕົກນ້ຳລີກ 1 ໃນເືດອນເມສາປີນີ້



​​     ພິທີ​ເຊັນ​ສັນຍາ​ສຳ​ປະທານ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ລີກ 1 ຢູ່​ເມືອງ​ຫິນ​ເຫີບ ​ແຂວງ​ວຽງ​ຈັນ​ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ກຸມພານີ້ ຢູ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະ ຄອນຫລວງ​ວຽງ​ຈັນ​ ລະຫວ່າງ ທ່ານ ດຣ. ບຸນ​ທະວີ ສີ​ສຸພັນ​ທອງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ ຕາງໜ້າ​ລັດຖະບານ​ລາວ, ທ່ານ ຄຳ​ຈັນ ພາຣາຍົກ ຮອງຫົວ​ໜ້າ​ກົມ​ທຸລະ​ກິດ​ພະລັງງານ ກະຊວງ​ພະລັງງານ-ບໍ່​ແຮ່ ​  ​ແລະ ທ່ານ ອຸ​ດົງ ພົງ​ໄພ​ປະດິດ ຫົວໜ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ແຂວງວຽງ​ຈັນ  ​ແລະ ທ່ານ ວິ​ເສດ ​ຈັງວັດທະນາ ຮອງ​ປະທານ​ບໍລິສັດ ພີ​ທີ​ທີ ອິນ​ເຕີ​ເນ​ເຊີ​ແນວ ຈຳກັດ​ (​ປະ​ເທດ​ໄທ)​, ທ່ານ ຈິນ ດາ  ຫົງ​ຂະຈອນ ຜູ້​ອຳ​ນວຍ​ການ​ບໍລິສັດ ​ໄຮ​ໂດຣ ​ເອັນ​ຈິ​ເນຍລີ້ງຈຳ ກັດ, ທ່ານ ​ແຕ ຫຸນ ກິມ ປະທານ ກຳ​ມະ​ການ​ບໍລິສັດ POSCO Engineering and Constructoin Limited, ​ຜູ້​ຕາງ​ໜ້າ​ຈາກ​ສະຖານ​ເອກ​ອັກຄະ​ຣາຊະ​ທູດ ​ແຫ່ງຣາຊະ​ອານາ​ຈັກໄທ​ປະ​ຈຳ​ລາວ​ ພ້​ອມ ດ້ວຍ​ພະນັກງານ​ທີ່​ກ່ຽວຂ້ອງທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

      ທ່ານ ວິ​ເສດ ຈັງວັດທະນາ ກ່າວ​ວ່າ​: ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ລີກ​ 1 ​ເປັນ​ໂຄງການ​ເຂື່ອນ​ໄຟ ຟ້າ​ພະລັງງານ​ຂະໜາດ 65 ​ເມກາ​ ວັດ ຕັ້ງຢູ່​ເມືອງ​ຫີນ​ເຫີບ ແຂວງ​ວຽງ​ຈັນ, ຈະ​ເລີ່​ມລົງມື​ກໍ່ສ້າງ​ໃນ​ເດ​ືອນ​ເມສາ​ປີນີ້​ ໂດຍ​ຈະ​ໃຫ້​ສຳ​ເລັດສົມບູນ ​ແລະ ສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້​ໃນ​ປີ 2016 ​ເຊິ່ງ​ກະ​ແສ​​ໄຟຟ້າ​ຈະ​ຂາຍໃຫ້​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ​ເພື່ອ​ໃຊ້​ພາຍ​ໃນ​ປະ​ເທດ, ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ​ປະມານ 124 ລ້ານ​ໂດ​ລາ​ສະຫະລັດ, ​ໄລຍະ​ສຳ​ປະທານ  30 ປີ ​ໂດຍ​ການ​ລົງທຶນ​ຂອງ​ບໍລິສັດ​ນ້ຳ​ລີກ 1 ​ພາວ​ເວີ​ຈຳກັດ, ບໍລິສັດ​ພີ​ທີ​ທີ ອິນ​ເຕີ​ເນ​ເຊີ​ແນວ ຈຳກັດ, ບໍ ລິສັດ​ໄຮ​ໂດ​ຣ​ເອັນ​ຈີ​ເນຍລິ້ງຈຳ ກັດ ​ແລະ ບໍລິສັດ POSCO  engineering and Construction Limited ເຊິ່ງ​ການ​ກໍ່ສ້າງ​​ເຂື່ອນ​ໄຟຟ້າ​ດັ່ງກ່າວ​ບໍລິສັດ​ຈະ​ຄຳນຶງ​ເຖິງ​ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ໂດຍ​ສະ​ເພາະ​ການ​ເບິ່ງ​ແຍງ​ປະ ຊາຊົນ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ໃຫ້​ໄດ້​ຮັບ​ການ​ຊົດ​ເຊີຍ​ຢ່າງ​ເໝາະ​ສົມ, ການ​ຍົກ​ຍ້າຍ​ຈັດ​ສັນ ​ແລະ ມາດ​ຕະການ​ພັດທະນາ​ຄຸນ​ນະພາ​ບຊີ ວິດ​ໂດຍ​ຄວາມ​ເຂົ້າ​ໃຈ ​ແລະ ລະ ອຽດ​ຮອບ​ຄອບ. ຮອງ​ປະທານ​ບໍ ລິສັດ​ ພີ​ທີ​ທີ ອິນ​ເຕີ​ເນ​ເຊີ​ແນວ ຈຳ ກັດ​ ກ່າວ​ຕື່ມ​​ວ່າ: ​ບໍລິສັດ​ມີ​ຄວາມ​ຫວັງ​ເປັນ​ຢ່າງ​ຍິ່ງວ່າ ​ເມື່ອ​ໂຄງ ການ​ດັ່ງກ່າວ​ສຳ​ເລັດ​ຈະ​ມີ​ສ່ວນ​ໃນ​ການ​ເພີ່ມ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ໄຟຟ້າ​ໃຫ້​ປະ​ເທດ​ລາວ ​ແລະ ​ເສີມ​ສ້າງ​ຄວາມ​ຈະ​ເລີ​ນ ທາງ​​ສັງຄົມ ​ແລະ ​ເສດຖະກິດ​ໃຫ້​ແຂວງ​ວຽງ​ຈັນ​ສືບຕໍ່​ໄປ.

No comments:

Post a Comment