Ad

Ad

8 February 2013

ນັກສຶກສາລາວຢູ່ໄທມອບປຶ້ມຕຳ ລາຮຽນໃຫ້ໂຮງຮຽນເຕັກນິກວິ ຊາຊີບແຂວງວຽງຈັນ



          ນັກສຶກສາລາວຢູ່ມະຫາ ວິທະຍາໄລກະເສດສາດເຂດ ບາງເຂນ ກຸງເທບມະຫານະຄອນ ລາຊະອານາຈັກໄທ ໄດ້ປະກອບ ສ່ວນຊ່ວຍປຶ້ມຕຳລາຮຽນ ​ແລະ ອຸປະກອນ​ການ​ສຶກສາມູນ​ຄ່າ ປະມານ 65 ລ້ານ​ກວ່າກີບໃຫ້ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງຊຽງຂວາງ ເຊິ່ງ ພິທີ​ມອບ​-ຮັບ​​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ກຸມພາ​ນີ້, ກ່າວ​ມອບ​ໂດຍ​ທ່ານ ນາງ ຈັນຜີວ ຫຼວງພິມມະຈິດ ປະທານນັກສຶກສາລາວທີ່ປະ ເທດໄທ ​ແລະ ກ່າວ​ຮັບ​ໂດຍ ທ່ານ ອາຈານ ທອງສະຫວັນ ວິຣະຈິດ ຮອງອຳນວຍການໂຮງຮຽນ ເຕັກນິກ-ວິຊາຊີບ ແບບປະສົມ ແຂວງຊຽງຂວາງ ພ້ອມດ້ວຍ ຄູອາຈານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
        ທ່ານທອງສະຫວັນ ວິຣະ ຈິດ ກ່າວ​ວ່າ: ອຸປະກອນການ ສຶກສາດັ່ງກ່າວ ແມ່ນຈະໄດ້ນຳ ໃຊ້ເຂົ້າໃນການສິດສອນ ໃນໂຮງຮຽນແຕ່ຍັງຈະຕ້ອງໄດ້ຄັດ ເລືອກ ແລະ ແປພາສາໃຫ້ແທດ ເໝາະກັບການຮຽນການສອນ ຂອງໂຮງຮຽນເຊິ່ງ ລວມມີຕຳລາວິຊາການກະເສດ, ວິຊາຄອມພີວ ເຕີ, ວິສະວະກຳ, ການປະມົງ ແລະ ການທ່ອງທ່ຽວ, ເສດຖະ ກິດ, ການບໍລິຫານ ແລະ ການ ຄຸ້ມຄອງ, ພາສາອັງກິດ ແລະ ປຶ້ມ ສາລະໜ້າຮູ້ຕ່າງໆ.

        ນາງ ຈັນຜີວ ຫຼວງພິມມະ ຈິດ ກ່າວວ່າ: ​ມີ​ຄວາມ​ພາກພູມ​ໃຈ​ຫລາຍ ທີ່​ໄດ້​ມີ​ໂອກາດຊ່ວຍ​ເຫລືອ​ນ້ອງ​ນັກຮຽນ​ຢູ່ໂຮງຮຽນ​ແຫ່ງ​ນີ້ ​ໄດ້​ມີ​ການ​ພັດທະນາ​ຕົນ​ເອງ ທາງ​ດ້ານ​ການ​ສຶກສາ​.
        ກຸ່ມນັກສຶກສາລາວຢູ່ປະ ເທດໄທດັ່ງກ່າວ ປັດຈຸບັນມີ 51 ຄົນ, ຍິງ 11 ຄົນ, ໄດ້ສ້າງຕັ້ງຂຶ້ນ ມາແຕ່ປີ 2005, ໄດ້ມີກິດຈະກຳ ຫຼາຍຢ່າງທີ່ເປັນເສນາທິການໃຫ້ແກ່ສະຖານທູດລາວປະຈຳບາງ ກອກ, ​ໂດຍ ໄດ້ເຄື່ອນໄຫວກິດຈະ ກຳກ່ຽວກັບວັນສຳຄັນຂອງຊາດລາວ ແລະ ໜຶ່ງໃນກິດຈະກຳນັ້ນ ກໍແມ່ນກິດຈະກຳຄືນໂອກາດສູ່ ບ້ານເກີດ ແລະ ໄດ້ປະຕິບັດມາ ແຕ່ສົກ 2005-2006 ຢູ່ແຂວງໄຊ ຍະບູລີ, ປີ 2006-2007 ຢູ່ແຂວງ ສາລະວັນ, 2007-2008, 2008- 2009 ຢູ່ມະຫາວິທະຍາໄລແຫ່ງ ຊາດ, 2009-2010 ຢູ່ມະຫາວິທະ ຍາໄລສຸພານຸວົງ, 2010 ຫາ 2012 ຈັດສອງຄັ້ງຢູ່ຈຳປາສັກ.

No comments:

Post a Comment