Ad

Ad

7 February 2013

ທ່ານນາຍົກລັດຖະມົນຕີຕ້ອນຮັບປະທານຄະນະກຳມະການອະນຸລັກທຳມະຊາດຍີ່ປຸ່ນ



        ໃນ​ວັນ​ທີ 6 ກຸມພາ 2013 ຢູ່ຫ້ອງ​ວ່າ​ການ​ລັດຖະບານ, ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ ຊາຊົນລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ ຂອງທ່ານ ມາ​ຊາ​ໂຕ​ຊິ ຊາ​ໂຕ (Masatoshi SATO),ປະທານ​ຄະນະ​ກຳມະການ​ອະນຸລັກ​ທຳ​ມະ​ຊາດ kaeidanren ທັງ​ເປັນ​ປະທານ​ບໍລິສັດປະກັນ​ໄພ Sompo ​ແຫ່ງ​ປະ​ເທດ​ຍີ່ປຸ່ນພ້ອມ​ດ້ວຍຄະນະ. ​ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມ ຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 2-7 ກຸມພາ 2013.
          ທ່ານ​ນາຍົກລັດຖະມົນຕີ​ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ​ຕີ​ລາຄາ​ສູງ​ຕໍ່​ທ່ານ ມາ​ຊາ​ໂຕ​ຊິ ຊາ​ໂຕ ທີ່​ໄດ້​ນຳພາ​ຄະນະ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ໃນ​ຄັ້ງນີ້ ຊຶ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ​ ປະ​ເທດ ສປປ ລາວ ​ແລະ ຍີ່ປຸ່ນ ໃຫ້​ນັບ​ມື້ ກວ້າງຂວາງ ​ແລະ ແຕກ​ດອກ​ອອກ​ຜົນ​ຍິ່ງ​ໆຂຶ້ນ.
        ໃນ​ໂອກາດ​ດຽວ​ກັນ, ທ່ານ ມາ​ຊາ​ໂຕ​ຊິ ຊາ​ໂຕ ​ໄດ້​ຕ່າງ​ໜ້າ​ໃຫ້​ຄະນະ​ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ ທ່ານນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ​ເຖິງ​ຈຸດປະສົງ​ຂອງ​ການ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ໃນ​ຄັ້ງນີ້.

No comments:

Post a Comment