Ad

Ad

7 February 2013

ສະພາແຫ່ງຊາດໄດ້ຮັບລົດຖ່າຍທອດໂທລະພາບຈາກ ສ.ເກົາຫລີ



         ພິທີມອບ-ຮັບລົດຖ່າຍທອດ ໂທລະພາບ ແລະ ອຸປະກອນ ຕ່າງໆ ​ເພື່ອຮັບໃຊ້ການຖ່າຍ​ທອດ​ສົດ​ເຫດການ​ສຳຄັນ​ຕ່າງ​ໆຈາກ ລັດຖະບານ ສ ເກົາຫລີ ໃຫ້ແກ່ ຫ້ອງວ່າການສະພາແຫ່ງຊາດ ລາວ ມູນຄ່າ 1 ລ້ານກວ່າໂດລາ ຊຶ່ງເປັນທຶນຊ່ວຍເຫຼືອລ້າທີ່ຄະນະ ບໍລິຫານງານໂທລະພາບ ລັດຖະ ບານ ສ ເກົາຫລີ ໃຫ້ການຊ່ວຍ ເຫຼືອ ໄດ້ມີຂຶ້ນ ໃນວັນທີ 6 ກຸມພາ ນີ້ ຢູ່ນະຄອນຫລວງ​ວຽງ​ຈັນ ລະ ຫວ່າງ ທ່ານ ດຣ ອຸ່ນແກ້ວ ວຸດທິລາດ ຫົວໜ້າຫ້ອງວ່າການສະພາ ແຫ່ງຊາດ ແລະ ທ່ານ ສຈ ດຣ ກິມ ກວານ ຊາງ ປະທານຄະນະ ກຳມາ ທິການບໍລິຫານໂທລະພາບ ລັດຖະບານ ສ. ເກົາຫລີ ໂດຍ ການ​​ໃຫ້​ກຽດເຂົ້າຮ່ວມຂອງ ທ່ານ ສົມພັນ ແພງຄ ຳມີ ຮອງປະທານ ສະພາແຫ່ງຊາດ ​ແລະ ທ່ານ ນາງ ບຸນເພັງ ມູນໂພໄຊ ສະມາ ຊິກສະພາແຫ່ງຊາດ, ລັດຖະ ມົນ ຕີປະຈຳຫ້ອງວ່າການລັດຖະ ບານເຂົ້າຮ່ວມນຳ​ດ້ວຍ.

      ທ່ານ ດຣ ອຸ່ນແກ້ວ ວຸດທິລາດ ຫົວໜ້າຫ້ອງວ່າການ ສະພາແຫ່ງ ຊາດ ກ່າວວ່າ: ລົດຖ່າຍທອດ ສົດໂທ ລະພາບ ແລະ ອຸປະກອນ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ດັ່ງກ່າວທີ່ລັດຖະບານ ສ.ເກົາຫລີ ໃຫ້ການຊ່ວຍ ເຫຼືອນີ້ຈະ ເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ການ​ພັດທະນາ​ກ​ານໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ​ໂດຍ​ສະ​ເພາະ​ແມ່ນໃນຂົງເຂດວຽກ​ງານ ນິຕິບັນຍັດ ​ແລະ ການ ເຜີຍແຜ່ລະບຽບ​ກົດໝາຍ​ຕ່າງໆ​ໃນ​ໝູ່​ປະຊາ ຊົນ​ໃຫ້​ທົ່ວ​ເຖິງ ​ແລະ​ ກວ້າງຂວາງ, ວ່ອງ​ໄວ​ທັນ​ສະພາບ​ການເພື່ອ​ຍົກ​ສູງ​ສະຕິ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ​ໃນ​ການ​ເຄົາລົບ​ລັດຖະທຳ​ມະນູນ ​ແລະ ກົດ​ໝາຍ​ບ້ານ​ເມືອງ.

No comments:

Post a Comment