Ad

Ad

7 February 2013

ລາວ​ເຂົ້າ​ເປັນ​ສະມາຊິກອົງການ​ການ​ຄ້າ​ໂລກ​ຈະ​ດຶງ​ດູດ​ການ​ລົງທຶນເຂົ້າປະ​ເທດ​ຫລາຍ​ຂຶ້ນ



      ຕາມ​ຂ່າວ​ໜັງສືພິມ​ລຽນ​ເຫີ​ຈາວ​ປ້າວ ຂອງ​ສິງກະ​ໂປ ອອກ​ຂ່າວ​ວ່າ: ​ໃນ​ຖານະ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ຂອງ​ລາວ​ໄດ້​ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ 2 ກຸມພາ​ນີ້ ​ແລະ ລາວ​ກໍ​ໄດ້​ກາຍ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຖາວອນ​ທີ 158 ຢ່າງ​ເປັນ​ທາງ​ການ.
    ຕາມ​ການ​ວິ​ເຄາະ, ການ​ພັດທະນາ​ຕະຫລາດ​ສຳຄັນ​ທີ່​ລາວ​ໃຫ້​ຄຳ​ໝັ້ນສັນຍາ​ຕໍ່​ອົງການ​ການ​ຄ້າ​ໂລກ ລວມທັງ​ຈຳກັດ​ອັດຕາ​ພາສີ​ທີ່​ປະຕິບັດ​ໃນ​ປັດຈຸບັນ, ອັດຕາ​ພາສີ​ສະ​ເລ່ຍຂອງ​ສິນຄ້າ​ນຳ​ເຂົ້າ ທັງ​ໝົດ​ບໍ່​ຫລາຍ​ກວ່າ 18,8% ​ແລະ ​ເປີດ 10 ຂົງ​ເຂດ​ຂະ​ແໜງ​ການ​ບໍລິການ, ປົກ​ປ້ອງ​ເຖິງ 79 ຂະ​ແໜງ​ການ​ຍ່ອຍ, ອະນຸມັດ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເຂົ້າຮ່ວມ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ. ພ້ອມ​ກັນນັ້ນ ພາຍຫລັງ​ລາວ​ເປີດ​ຕະຫລາດ​ແລ້ວ, ການ​ແຂ່ງຂັນ​ດ້ານ​ການ​ລົງທຶນ​ຢູ່​ລາວ​ຂອງ​ບັນດາ​ປະ​ເທດ​ອ້ອມ​ຂ້າງ​ກໍ​ຈະ​ເພີ່ມ​ຂຶ້ນ​ເຊັ່ນ: ຫວຽດ ນາມ, ຈີນ ​ແລະ ​ໄທ ຈະ​ແມ່ນ​ຄູ່​ແຂ່ງຂັນ​ສຳ ຄັນ​ດ້ານ​ການລົງທຶນ​ຢູ່​ລາວ.
     ນັກວິ​ເຄາະ​ທີ່​ກ່ຽວຂ້ອງ​ເຫັນ​ວ່າ: ນີ້ບໍ່​ພຽງ​ແຕ່​ສາມາດ​ເພີ່ມ​ທະວີ​ບົດບາດ​ຂອງອາ​ຊຽນ​ໃນ​ລະບົບ​ການ​ຄ້າ​ໂລກ ທັງ​ແມ່ນ​ບາດກ້າວ​ສຳຄັນ​ໜຶ່ງ​ໃນ​ການ​ພັດ ທະນາ​ຂອງ​ລາວ. ລາວ​ຕ້ອງ​ປັບ ປຸງ​ນະ​ໂຍບາຍ ​ແລະ ອົງການ​ທີ່​ກ່ຽວ​ພັນ​ກັບ​ການ​ຄ້າ ​ແລະ ການ​ລົງທຶນ ​ເພື່ອ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຂໍ້​ກຳນົດ​ຂອງ​ອົງ ການ​ການ​ຄ້າ​ໂລກ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ລົງທຶນ​ຕ່າງປະ​ເທດ​ທີ່​ຈະ​ເຂົ້າມາ​ດຳ​ເນີນ​ການ​ຄ້າ ​ແລະ ການ​ລົງທຶນ​ຢູ່​ລາວ​ໃນ​ອະນາຄົດ.

No comments:

Post a Comment