Ad

Ad

7 February 2013

ຕຳ​ຫລວດສາມາດມ້າງ​ແກ໊ງຄ້າຂາຍ​ຢາ​ເສບ​ຕິດລາຍ​ໃຫຍ່



      ຫ້ອງ​ຕຳຫລວດກອງ​ບັນຊາ​ການ ປກສ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​ອາທິດ​ຜ່ານ​ມາ, ​ເຈົ້າໜ້າ​ທີ່​ສະກັດ​ກັ້ນ ​ແລະ ປາບ​ປາມ​ຢາ​ເສບ​ຕິດ​ໄດ້​ນຳ​ກຳລັງ​ເຂົ້າຈັບ​ກຸມ​​ແກ໊ງມົ້ວສຸມ ​ແລະ ຄ້າ ຂາຍ​ຢາ​ເສບ​ຕິດ​ທີ່​ເປັນ​ເປົ້າໝາຍ​ອັນຕະລາຍໃນ​ຂອບ​ເຂດ​ນະຄອນ ຫລວງ​ວຽງ​ຈັນ ​ເຊິ່ງສາມາດ​ຈັບ​ຜູ້​ຕ້ອງ​ຫາ​ໄດ້​ຫລາຍ​ຄົນ ​ພ້ອມ​ຂອງ ກາງ​ເປັນຢາ​ບ້າ​ຫລາຍ​ພັນ​ເມັດ  ​ແລະ ອຸປະກອນ​ການ​ຜະລິດຈຳ ນວນ​ໜຶ່ງ ຄື​ໃນ​ວັນ​ທີ 30 ມັງກອນ ຜ່ານ​ມາ,​ເຈົ້າໜ້າ​ທີ່​ໄດ້​ກັກ​​ທ້າວ ກູ​ປະ​ສິດ ​ໄຊ​ຍະ​ສິດ ອາຍຸ 37 ປີ, ນາງ ສຸ​ມົນທຽນ ບຸດຕະລາສີ ອາ ຍຸ 27 ປີ ຢູ່​ບ້ານ​ໜອງ​ດ້ວງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ພ້ອມ​ຢາ​ບ້າ 7.000 ​ເມັດ, ຈັບ​ກຸມ​ທ້າວ ຊາຍ ​ໄຊ​ສົງຄາມ ອາຍຸ 22 ປີ ​ແລະ ນາງ ​ເຈນ​ນີວື ອາຍຸ 22 ປີ (ທັງ​ສອງ​ເປັນ​ຜົວ​ເມຍ​ກັນ) ຢູ່​ບ້ານ​ຫລັກ 52 ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງ​ຈັນ ພ້ອມ​ຂອງ​ກາງ​ຢ້າບ້າ 22 ພັນ​ເມັດ. ນອກ ຈາກ​ນີ້,ເຈົ້າໜ້າ​ທີ່​ຍັງ​ໄດ້​ສືບສວນ​ຜູ້​ຕ້ອງ​ຫາ​ທີ່​ຖືກ​ຈັບ​ກຸມ​ດັ່ງກ່າວ ​ເພື່ອ​ຂະຫຍາຍ​ຜົນ​  ​ແລະ ​ມື້ຕໍ່​ມາ​ຈຶ່ງ​ໄດ້​ລົງ​ກວດຄົ້ນ​ເຮືອນ​ຜູ້​ຕ້ອງ​ຫາ ຄື​ທ້າວ ຊາຍ ​ໄຊ​ສົງຄາມ ຢູ່​ບ້ານ​ຫລັກ 52 ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງ​ຈັນ ຈຶ່ງ​ພົບ​ເຫັນ​ຢາ​ບ້າ​ຕື່ມ​ຈຳນວນ​ໜຶ່ງ ​ແລະ ​ເຄື່ອງປ້ຳ ຢາບ້າ 1 ​ເຄື່ອງ ​ແລະ ກວດຄົ້ນ​ເຮືອນ​ຂອງ​ນາງ ສຸ​ມົນທຽນ ຢູ່​ບ້ານ​ໜອງ​ດ້ວງ ​ພົບ​ຢາ​ບ້າ​ຕື່ມ​ຈຳນວນ 12.400 ​ເມັດ ​ແລະ ຢາ​ໄອ​ຈຳນວນ 1 ຖົງ. ນອກຈາກ​ນີ້ ​ເຈົ້າໜ້າ​ທີ່​ໄດ້​ກັກ​ນາງ ພູ​ຄຳ ວົງ​ພະຈັນ ອາຍຸ 25 ປີ ຢູ່​ບ້ານ​ທາດຫລວງ​ໃຕ້ ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ ພ້ອມ​ຂອງ​ກາງ​ຢາ​ບ້າ 500 ​ເມັດ ​ໂດຍ​ຜູ້​ຕ້ອງ​ຫາ​ທັງ​ໝົດ​ແມ່ນ​ເຈົ້າໜ້າ​ທີ່​ຈະ​ໄດ້​ສົ່ງ​ສຳນວນ​ຄະດີໃຫ້​ໄອ​ຍະ​ການ ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ລະ ບຽບ​ກົດໝາຍ​ຕໍ່​ໄປ.

No comments:

Post a Comment