Ad

Ad

7 February 2013

ໄວ​ໜຸ່ມ​ກັບ​ຄວາມ​ຫຼົງ​ໄຫຼ ແລະ ຄວາມ​ເຂົ້າ​ໃຈ​​ຜິດໃນ​ວັນ​ແຫ່ງ​ຄວາມ​ຮັກ

         ​ວັນ​ 14 ກຸມ​ພາ ​​ເຊິ່ງຜ່ານ​ມານີ້ ຊາວ​ໜຸ່ມ​ລາວ​ຈຳນວນ​ໜຶ່ງ​ກໍ​ເຫີ່ກັບ​ວັນ​ດັ່ງກ່າວ ​ເຊິ່ງພວກ​ເຂົາ​ເອີ້ນວ່າ: ວັນ​ແຫ່ງ​ຄວາມ​ຮັກ ​ແລະ ຄິດ​ວ່າ​ເປັນ​ວັນ​ສຳຄັນ​ທີ່ສຸດ ຂອງຄວາມຮັກ.ຕໍ່ບັນຫາດັ່ງ ກ່າວ,ທ່ານນາງ ດາໄລວັນ ແກ້ວ ນະຄອນ ຫົວໜ້າສູນສຸຂະພາບ ແລະ ພັດທະນາໄວໜຸ່ມໄດ້ອະທິ ບາຍຕໍ່ນັກຂ່າວໜັງສືພິມລາວພັດ ທະ ນາຂອງພວກເຮົາວ່າ:ບໍ່ຢາກໃຫ້ທຸກຄົນເຂົ້າໃຈຜິດ ແລະ ຫຼົງໄຫຼຕໍ່ວັນທີ 14 ກຸມພາຫຼາຍຈົນ ເກີນໄປໂດຍສະ ເພາະແມ່ນໄວໜຸ່ມ. ສຳລັບວັນແຫ່ງ ຄວມຮັກໃນເມື່ອກ່ອນຢູປະເທດລາວຂອງພວກເຮົາແມ່ນບໍ່ມີ, ວັນແຫ່ງ ຄວາມຮັກເຂົ້າມາລາວ ຂອງພວກເຮົາໄດ້ປະມານ 10 ປີ ທີ່​ນຳ​ມາປະຕິບັດຕາມຕ່າງປະເທດ​ເອີຣົບ. ໃນເມື່ອກ່ອນວັນແຫ່ງ ຄວາມຮັກບໍ່ໄດ້ນຳມາປະຕິບັດຄືປັດຈຸບັນ,​ ເຊັ່ນພໍຮອດວັນດັ່ງກ່າວກໍຈະມີການຊື້ດອກໄມ້, ຂອງ ຂວັນໃຫ້ເຊິ່ງກັນແລະກັນ, ຊວນກັນໄປຫຼິ້ນໄປທ່ຽວ, ມີການສະຫຼອງດື່ມເຫຼົ້າເມົາສຸລາເປັນຕົ້ນ ແລະການສະ ແດງຄວາມຮັກສ່ວນຫຼາຍກໍຈະເປັນລັກສະນະຊູ້ສາວ​ຫລາຍ​ກວ່າ, ສ່ວນການສະແດງ ຄວາມຮັກຕໍ່ພໍ່ແມ່, ອ້າຍ ນ້ອງແລະ ຄູບາອາຈານແບບເມື່ອກ່ອນສ່ວນ​ໜຶ່ງແມ່ນຖືກລືມໄປແລ້ວແລະໃນ ອິກບໍ່ທໍ່ໃດມີ້ຂ້າງໜ້າກໍຈະແມ່ນ ວັນແຫ່ງຄວາມຮັກຫຼາຍໆຄົນບໍ່ວ່າຈະຢູ່ບ່ອນໃດ,ແຂວງໃດສ່ວນຫຼາຍກໍຈະມີການກະກຽມນັດຄູ່ຮັກ ແລະ ຄິດ
ຫາວິທີການສະແດງຄວາມຮັກຕໍ່ໜູ່ຄູ່ກໍ​ຄື​ແຟນສາວຂອງຕົນໂດຍ​ສະ​ເພາະ​ແມ່ນຜູ້ທີ່ຈະກ້າວເຂົ້າສູ່ໄວໜຸ່ມແລະ ຈະກາຍເປັນຜູ້ໃຫ້ໃນອະນາຄົດໃນວັນແຫ່ງຄວາມຮັກທີ່ຈະມາເຖິງ. ການສະແດງຄວາມຮັກເປັນສິ່ງທີ່ ດີຖ້າປະ ຕິບັດຢູ່ໃນກັບຮີດຄອງປະເພນີ ​ແລະ ວັດທະນະທຳອັນ​ດີງາມຂອງລາວເຮົາໝາຍວ່າຄວາມ​ຮັກ​ເຫລົ່ານັ້ນຈະສະ ແດງອອກແນວໃດໃຫ້ມັນຈົບງາມຖືກກາລະເທສະແລະຮີດຄອງປະເພນີ, ການສະແດງຄວາມຮັກບໍ່ຈຳ ເປັນຕ້ອງຫຼິ້ນກິນ,ດື່ມເຫຼົ້າເມົາສຸ ລາຈົນເກີນຂອບເຂດຫຼືເຖິງຂັ້ັນຂ້າມໄປເຖິງການມີເພດສຳພັນທີ່​ບໍ່​ເໝາະສົມ ເພາະສິ່ງເຫຼົ່ານີ້ມັນຈະສົ່ງຜົນກະທົບໂດຍກົງ ແລະ ພາໃຫ້ເກີດຜົນເສຍຫາຍຫຼາຍຢ່າງ ເຊັ່ນ:ການດື່ມເຫຼົ້າເມົາສຸ ລາເກີນຂອບເຂດອາດພາໃຫ້ເກີດອຸບັດເຫດ, ການມີເພດສຳພັນກ່ອນໄວ, ອາດຈະພາໃຫ້ມີການຖືພາແບບບໍ່ ໄດ້ຕັ້ງໃຈເຊິ່ງເປັນການຜິດຕໍ່ຮີດຄອງປະເພນີ, ຜິດຕໍ່ພໍ່ແມ່ຫຼືອາດຕິດພະຍາດຕ່າງໆເຊິ່ງຈະພາໃຫ້ເສຍເງິນ,ຄຳ ​ແລະ ​ເສຍ​ຊີວິດ​ໄດ້ ​ແລະ ຄວາມສ່ຽງຕ່າງໆເຫຼົ່ານີ້ຈະ ບໍ່ໍເກີດຂຶ້ນຖ້າຫາກເຮົາມີສະຕິແລະ ການສະແດງຄວາມ ຮັກເຊິ່ງກັນ ແລະ ກັນກໍ່ຄວນຢູ່ໃນຄວາມເໜາະສົມ. ທ່ານນາງ ດາໄລວັນ ຍັງກ່າວ ອີກວ່າ:ການສະແດງຄວາມ ຮັກບໍ່ແມ່ນຈະສະແດງແຕ່ວັນແຫ່ງຄວາມຮັກເທົ່ານັ້ນເຮົາສາມາດສະແດງຄວາມຮັກໄດ້ທຸກມື້ທຸກ​ເວລາ ເຊັ່ນ ການສະແດງຄວາມຮັກຕໍ່ພໍ່ແມ່, ອ້າຍນ້ອງ, ຄູບາອາຈານກໍຄີ ການປະພຶດ​ສຶ່ງ​ທີ່​ດີ, ຟັງຄວາມພໍ່ແມ່, ຄູບາ ອາຈານ, ສິ່ງນີ້ກໍເປັນການສະແດງເຖິງຄວາມຮັກ, ສ່ວນການສະແດງຄວາມຮັກກັບໜູ່ຄູ່, ຊູ້ແຟນໃນປັດ ຈຸບັນສ່ວນຫຼາຍຈະ ຄິດວ່າການສະແດງຄວາມຮັກທຸກໆເທື່ອແມ່ນຕ້ອງມີເພດສຳພັນ ນຳກັນສິ່ງດັ່ງກ່າວແມ່ນບໍ່​ເໝາະ​ສົມແລະເປັນສິ່ງທ່ີຜິດ, ການສະແດງຄວາມຮັກທີ່ຖືກຕ້ອງກໍຄືໃຫ້ມັນເຖິງເວລາ, ໃຫ້ຖືກຕາມຮີດ ຄອງ ປະເພນີເຊັ່ນໄດ້ແຕ່ງດອງ, ຈົດທະບຽນສົມລົດ​ແລ້ວຈຶ່ງພ້ອມການມີເພດສຳພັນແຕ່ຖ້າຫາກຍັງເປັນນັກ ຮຽນນັກສຶກສາກໍຄວນຕັ້ງໃຈຮ່ຳຮຽນແລະປະຕິບັດຕົນໃຫ້ເປັນລູກທີ່ດີຂອງພໍ່ແມ່ ​ແລະ ສັງຄົມ​ແມ່ນ​ດີ​ທີ່​ສຸດ.
     ທ່ານນາງ ດາໄລວັນ ໃຫ້ຮູ້ອີກ ວ່າ: ສູນສຸຂະພາບແລະພັດທະນາ ໄວໜຸ່ມແມ່ນເຮັດວຽກກ່ຽວກັບ ການໃຫ້ ຄຳປຶກສາ,ໃຫ້ຄວາມຮູ້ດ້ານການຈະເລີນພັນຕໍ່ໄວໜຸ່ມ ແລະ ຍັງເປັນສະຖານທີເຕົ້າໂຮມໄວໜຸ່ມໃນການ ແລກແປງຄຳຄິດຄຳເຫັນເຊິ່ງກັນແລະກັນ, ຖ້າຫາກໄວໜຸ່ມຄົນໃດຫາກມີບັນຫາ ທາງຄອບຄົວ,ບັນຫາສ່ວນ ໂຕກໍສາມາດໂທມາປຶກສານຳສູ ໄວໜຸ່ມໄດ້. ນອກນັ້ນ, ສູນໄວ ໜຸ່ມຍັງມີຄລີນິກໃຫ້ບໍລິການກວດສຸຂະ ພາບສຳລັບໄວໜຸ່ມ. ສູນສຸຂະພາບ ແລະ ພັດທະນາໄວໜຸ່ມສ້າງຕັ້ງຂຶ້ນ ໃນປີ 2001 ແລະມາຮອດປີ 2010, ມີໄວໜຸ່ມໂທເຂົ້າມາປືກສາຫຼາຍກວ່າ 20 ພັນຄົນ ແລະ ມາຮອດປີ 2011 ມີໄວໜຸ່ມເຂົ້າມາກວດສຸຂະພາບ ຫຼາຍກວ່າ 4 ພັນຄົນ, ໃນປັດຈຸບັນກໍຄືອະນາຄົດ, ສູນໄວໜຸ່ມຍັງຈະໃຫ້ຄຳປຶກສາໄວໜຸ່ມໃນຂອບເຂດ ທົ່ວປະເທດ.

No comments:

Post a Comment