Ad

Ad

7 February 2013

ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະ​ຈໍາ​ປະ​ເທດ​ ໄທອວຍພອນ​ປີ​ໃໝ່​ເອກ​ອັກຄະ​ລັດຖະທູດສສ.ຫວຽດນາມ



          ໃນວັນທີ 5 ກຸມພານີ້, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາລາຊະ ອານາ ຈັກໄທ ພ້ອມດ້ວຍພະນັກງານສະຖານທູດລາວ ໄດ້ເຂົ້າອວຍພອນ ທ່ານ ໂງດຶກຖັງ, ເອກອັກ ຄະລັດຖະທູດແຫ່ງ ສສ. ຫວຽດນາມ ປະຈໍາລາຊະອານາຈັກໄທ ເນື່ອງໃນໂອກາດປີໃໝ່ຂອງປະຊາຊົນຫວຽດນາມ.
          ໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ກ່າວຄໍາອວຍພອນປີໃໝ່, ສົ່ງຄໍາອວຍພອນໄຊອັນ ປະເສີດແດ່ຜູ້ນໍາພັກ-ລັດ ເວົ້າລວມ, ເວົ້າສະເພາະ ທ່ານເອກອັກຄະລັດຖະທູດຫວຽດນາມ ພ້ອມດ້ວຍພະນັກງານ ຈົ່ງມີແຕ່ຄວາມສຸກໂຊກດີປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ນໍາພາປະເທດ ຫວຽດນາມ ກ້າວສູ່ຄວາມສໍາເລັດໃນທຸກດ້ານ, ອວຍພອນໃຫ້ສາຍພົວພັນແບບພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງລາວ-ຫວຽດນາມ ຈົ່ງຈະເລີນງອກງາມຍິ່ງໆຂຶ້ນ.

          ທ່ານເອກອັກຄະລັດຖະທູດ ໂງດຶກ ຖັງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ຄໍາອວຍ ພອນອັນປະ ເສີດ ແລະ ຄວາມປາຖະໜາດີຂອງເອກອັກຄະລັດທູດລາວ, ຫວັງເປັນຢ່າງຍິ່ງວ່າສາຍພົວ ພັນມິດຕະພາບ ອັນຍິ່ງ ໃຫຍ່ ຫວຽດນາມ ແລະ ລາວນັບມື້ຈະໄດ້ຮັບການຖະໜຸບໍາລຸງໃຫ້ງ ອກງາມຍິ່ງໆຂຶ້ນໄປ.
          ສອງສະຖານເອກອັກຄະລັດຖະທູດ ລາວ-ແລະຫວຽດນາມ ທີ່ບາງກອກ ປະເທດໄທ ມີການພົວພັນກັນສະ ໜິດແໜ້ນຕະຫລອດມາ. ​ໃນປີຜ່ານມາເຊິ່ງເປັນປີ​​ແຫ່ງຄວາມສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ,ສອງສະຖານທູດກໍໄດ້ຮ່ວມກັນຈັດກິດຈະກໍາແຂ່ງຂັນກິລາມິດຕະພາບ ຮັດແໜ້ນຄວາມ ສາມັກຄີເຮັດໃຫ້ບັນຍາກາດການສະເຫລີມສະຫລອງສອງວັນປະຫວັດສາດລາວ-ຫວຽດນາມ ຟົດຟື້ນມ່ວນ ຊື່ນ ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ.

No comments:

Post a Comment