Ad

Ad

7 February 2013

ເກີດອີກແລ້ວອຸປະຕິເຫດຢູ່ຂົວດອນແດງ ມີຜູ້ເສຍຊີວິດໜຶ່ງຄົນ



           ເສັ້ນທາງຂົວດອນແດງ ເມືອງຈັນທະບູລີ ຍັງມີອາຖັນ ແລະ ມັກເກີດອຸປະ ຕິເຫດຂຶ້ນ​ເລື້ອຍໆຄື​ຫລ້າສຸດ ເມື່ອບໍ່ດົນ ານີ້ ກໍໄດ້ເກີດອຸປະຕິເຫດຢູ່ ບ່ອນດັ່ງກ່າວ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດຄາທີ່ໜຶ່ງຄົນ.
         ເຈົ້າໜ້າທີ່ຈະລາຈອນ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນ ຄ່ຳຄືນ ວັນທີ 5 ກຸມພານີ້ ຢູ່ເສັ້ນ ທາງຂົວ ດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເກີດອຸປະຕິເຫດລົດເກັງໝາຍ ເລກທະບຽນ ກຄ 2188 ຂັບຂີ່ ໂດຍທ້າວ ສີສຸກ ທອງປະສາ ອາຍຸ 36 ປີ ຢູ່ບ້ານໜອງດ້ວງ ເມືອງ ຈັນທະບູລີ ນະຄອນຫຼວງ ວຽງຈັນ ຊຶ່ງຂັບຂີ່ລົດມາແຕ່ໂຮງກາຍະສິນມຸ່ງໜ້າໄປທາງບ້ານດອນແດງ. ພໍມາເຖິງຈຸດເກີດເຫດຢູ່ທາງໂຄ້ງຫົວຂົວ ດອນແດງໄດ້ເກີດອຸ ປະຕິເຫດຕຳກັບລົດຈັກໝາຍເລກທະບຽນ ຈຜ 4195 ຂັບ ຂີ່ໂດຍ ທ້າວ ຄຳເລ້ ອາຍຸ 25 ປີ ຢູ່ບ້ານໜອງທາໃຕ້ ເມືອງຈັນ ທະບູລີນະຄອນຫຼວງວຽງຈັນ  ຊຶ່ງອຸປະຕິເຫດດັ່ງກ່າວໄດ້ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ໂດຍສາເຫດຂອງການເກີດອຸປະ ຕິເຫດ, ທາງເຈົ້າໜ້າທີ່ຍັງສືບສວນ-ສອບ ສວນ.

        ເຈົ້າໜ້າທີ່ ຈະລາຈອນ ນະຄອນຫຼວງວຽງຈັນ ກ່າວວ່າ: ຈຸດເສັ້ນທາງຂົວດອນແດງແມ່ນມັກເກີດອຸ ປະຕິເຫດ ແລະ ມີຜູ້ເສຍຊີວິດ​ເລື້ອຍໆຍ້ອນຈຸດດັ່ງກ່າວມືດ ແລະ ບໍ່ມີຮາວຂວາງກັ້ນເຮັດໃຫ້ຜູ້ຂັບ ຂີ່ມັກຈະຂັບລົດໄວແລ້ວ ພາໃຫ້ເກີດອຸປະຕິເ ຫດສະນັ້ນ ຈຶ່ງຢາກໃຫ້ຜູ້ໃຊ້ຖະໜົນໃນເສັ້ນທາງດັ່ງກ່າວມີສະຕິໃນການຂັບຂີ່ ​ແລະ ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ດ້ານ​ຂົວ​ທາງ​ລົງ​ກວດກາ​ຕື່ມ​ໃນ​ດ້ານ​ເຕັກນິກ​ຂອງ​ການ​ກໍ່ສ້າງ​ຂົວ​ທາງ​ຖືກຕ້ອງ​ແລ້ວບໍ ?.

No comments:

Post a Comment