Ad

Ad

7 February 2013

ສະພາບລັກລົດຍັງເພີ່ມຂຶ້ນ



           ສະພາບ​ລົດ​ເສຍ​ຢູ່​ຕົວ​ເມືອງ​ຕ່ງໆໃນ​ນະຄອນຫລວງ​ວຽງ​ຈັນ​ຍັງ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ສະ​ເພາະ​ໜຶ່ງ​ອາທິດ​ຜ່ານ​ມາ ມີ​ລົດ​ເສຍ 10 ກວ່າ​ຄັນ​, ​ໃນ​ນັ້ນ ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ເສຍ​ຫລາຍ​ກວ່າ​ໝູ່.
      ກອງ​ບັນຊາ​ການ ປກສ ນະຄອນ ຫລວງ​ວຽງ​ຈັນ ລາຍ​ງານ​ໃຫ້​ຮູ້​ວ່າ: ສະພາບ​ການ​ລັກ​ລົດ​ແມ່ນ​ປາກົດການ​ຫຍໍ້​ທໍ້​ທາງ​ສັງຄົມ​ໜຶ່ງ​ທີ່​ເຫັນ​ວ່າ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ​ຄື​ໃນ​ອາທິດ​ຜ່ານ​ມາ​ເຈົ້າໜ້າ​ທີ່​ໄດ້​ຮັບ​ແຈ້ງ​ຈາກ​​ເຈົ້າຂອງ​ລົດ​ຜູ້​ເສຍ​ຫາຍ​ຫລາຍ​ເຖິງ 12 ກໍລະນີ ຄື​ລົດຈັກ​ເສຍ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ມີ 5 ກໍລະນີ, ລົດຈັກ​ເສຍ​ຢູ່ເຂດ​ບ້ານ​ດົງ​ໝ້ຽງ, ​​ບ້ານ​ໂພນ​ສະຫວາດ, ຮ້ານ​ອາ ຫານ​ພາ​ເຂົ້າລາວ, ຢູ່​ເຂດ​ໜ້າ​ໂຮງ​ແຮມ​ລ້ານ​ຊ້າງ ​ແລະ ລົດ​ກະບະ​ຮຸນ​ໄດ​ເສຍ​ຫາຍ 2 ຄັນ ຢູ່​​ເຂດ​ບ້ານ​ໜອງ​ໄຮ ​ແລະ ຢູ່​ຮ້ານ​ອາ ຫານ​ຊົມ​ດາວ. ນອກຈາກ​ນີ້ ຍັງ​ມີ​ກໍລະນີ​ງັດ​ລົດ​ໂຕ​ໂຍຕາ​ແລນ​ກຣູ​ເຊີ​ຕື່ມ​ອີກ 1 ​ເຫດການ ຢູ່​​ບ້ານ​ສີ​ສັງວອນ ​ເມືອງ​ໄຊ​ເສດ​ຖາ ນະ ຄອນຫລວງ​ວຽງ​ຈັນ. ຈາກ​ສະ ພາບ​ຄື​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ຢູ່​ 4 ຕົວ​ເມືອງ​ໃນນະຄອນ ຫລວງ​ວຽງ​ຈັນ ​ຍັງ​ເກີດ​ມີ​ຂຶ້ນ ຫລາຍ ​ແລະ ມັກ​ເກີດ​ຢູ່​​ເຂດ​ທີ່​ມີ​ຜູ້​ຄົນ​ຢູ່​ເປັນ​ຈຳນວນ​ຫລາຍ ​ແລະ ຍາກ​ຕໍ່​ການ​ຕິດຕາມ​ຂອງ​ເຈົ້າໜ້າ​ທີ່. ​ແນວ​ໃດ​ກໍ​ຕາມ ​ເພື່ອ​ສະກັດ​ກັ້ນ​ບັນຫາ​ດັ່ງກ່າວ​ຫລຸດ​ລົງ ຈຶ່ງ​ຮຽກຮ້ອງ​ໃຫ້​ເຈົ້າຂອງ​ລົດ​ທຸກ​ຄົນ​ຈົ່ງ​ມີ​ສະຕິ​ໃນ​ການ​ຈອດ​ລົດ​ຂອງ​ຕົນ​ໃນ​ທີ່​ມີ​ຄວາມ​ປອດ​ໄພ ​ແລະ ​ໃຫ້​ບຸກຄົນ​ໃນ​ສັງຄົມ​ຈົ່ງ​ຊ່ວຍ​​ເປັນ​ຫູ​ເປັນຕາ ພ້ອມ​ກັນ​ສະກັດ​ກັ້ນ ​ແລະ ປາບ​ປາມ​ກຸ່ມ​ຄົນ​ບໍ່​ດີ​ດັ່ງກ່າວ​ໃຫ້​ໝົດ​ໄປ.

No comments:

Post a Comment