Ad

Ad

7 February 2013

ຫລວງນ້ຳທາຂະຫຍາຍເສັ້ນທາງ 4 ເລນສຳເລັດ 80%



            ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາລາຍງານໂດຍ ອ້າງຕາມການເປີດເຜີຍຂອງ ທ່ານ ອານຸສອນ ຈັນທະວິສິດ ຫົວໜ້າຂະແໜງຄຸ້ມຄອງທາງບົກ-ທາງນ້ຳ ພະແນກໂຍທາທິການ ແລະຂົນສົ່ງແຂວງ ຕົນໃນວັນທີ 4 ກຸມພານີ້ວ່າ:ເສັ້ນທາງ 4 ເລນແຕ່ ສາມແຍກ ປກສ ຫາສາມແຍກ ສະໝາມບິນນັ້ນມາ ຮອດປັດຈຸບັນ ການກໍ່ສ້າງສຳເລັດແລ້ວ 80% ຂອງໜ້າວຽກທັງໝົດ.
        ຜູ້ໃຫ້ຂ່າວລາຍງານຕື່ມວ່າ: ເສັ້ນ ທາງດັ່ງກ່າວໄດ້ຂະຫຍາຍ ໜ້າ ທາງອອກເບຶ້ອງລະ 3,5 ແມັດ, ຍົກ ລະດັບໜ້າທາງ ແລະ ປູຢາງ 2 ຊັ້ນ ໃນຄວາມຍາວ 5.500 ແມັດ ແລະມີມູນຄ່າກໍ່ສ້າງ 59 ຕື້ກີບໂດຍນຳ ໃຊ້ງົບປະມານ ຂອງລັດຖະບານ 100%. ແນວ ໃດກໍດີ,ບໍລິສັດຈະເລີນ ກໍ່ສ້າງຈຳ ກັດ ທີ່ຮັບເໜົານັ້ນໄດ້ລົງ ທຶນກ່ອນ 100% ແລະ ໄດ້ເລີ່ມກໍ່ສ້ງແຕ່ ວັນ ທີ 22 ເມສາ 2011 ເປັນຕົ້ນ ໂດຍ ຄາດວ່າການກໍ່ສ້າງຈະສຳ ເລັດ ກ່ອນບຸນປີໃໝ່ລາວ ພສ 2556 ທີ່ຈະມາເຖິງນິ້.  
       ຫົວໜ້າຂະແໜງດັ່ງກ່າວ ເປີດເຜີຍຕື່ມວ່າ:ແນວໃດກໍດີ,ເສັ້ນ ທາງຍ່ານໃດທີ່ມີນ້ຳອັ່ງຈະສືບຕໍ່ ສ້ອມ ແປງຄືນຕື່ມ ແລະ ຮຽກ ຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງ ລະມັດລະວັງຕໍ່ການສັນຈອນ ໄປ ມາແລະ ເປັນເຈົ້າ ການຮ່ວມກັນ ເພື່ອເຮັດໃຫ້ການ ສັນຈອນໄປມາ ສະດວກກວ່າເກົ່າ.

No comments:

Post a Comment