Ad

Ad

7 February 2013

ສົກປີ 2013-2014 ກະຊວງແຜນ ການສ ແລະ ການລົງທຶນຈະຈັດ ສັນທຶນໃສ່ເມືອງ 3 ສ້າງເມືອງລະ 3-5 ຕື້ກີບ



         ​ທ່ານ ສົມ​ດວງ ດວງ​ດີ ລັດ ຖະມົນຕີ​ວ່າການ​ກະຊວງ​ແຜນ ການ ​ແລະ ການ​ລົງທຶນ, ຫົວໜ້າ​ຄະນະ​ຮັບຜິດຊອບວຽກ​ງານ3 ສ້າງ​ຂອງ​ກະຊວງ​​ແຜນການ ​ແລະ ການ​ລົງທຶນ​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ວຽກ​ງານ 3 ສ້າງ​ທົ່ວ​ປະ​ເທດທີ່​ໄດ້ຈັດ​ຂຶ້ນ​​ໃນ​ລະຫວ່າງ​ວັນ​ທີ 4-5 ກຸມພາ 2013 ສູນ​ຝຶກ​ອົບຮົມ​ຍີ່ປຸ່ນ ​ແລະ ການ​ຮ່ວມ​ມື​ສາກົນ​ວ່າ ການ​ຈັດ​ສັນ​ງົບປະ ມານລົງທຶນ​ໃຫ້​ແກ່​ການ​ປະຕິບັດ​ວຽກ​ງານ 3 ສ້າງ​ເປັນ​ສິ່ງ​ຈຳ​ເປັນ ຮີບ​ດ່ວນ ​ແລະ ​ບູລິ​ມະ​ສິດຂອງ​ລັດ​ຖະບານຊຶ່ງໃນ​ສົກ​ປີ 2013-2014 ກະຊວງ​ແຜນການ ​ແລະ ການ​ລົງທຶນຈະ​​ໄດ້ຈັດ​ສັນ​ງົບປະມານ​ໃນ​ການ​ລົງທຶນ​ໃຫ້​ເມືອງ 3 ສ້າງ, ​ເມືອງ​ໜຶ່ງ​ປະມານ  3-5 ຕື້ກີບ ​ເພື່ອ​ຈັດ​ສັນ​​ໃສ່ໂຄງການ​ສືບຕໍ່ ​ແລະ ​ໂຄງການ​ທີ່​ນຳ​ສະ​ເໜີ​ໃໝ່​ຂອງ​ເມືອງ, ​ແຕ່ຖ້າ​ແຂວງ​ໃດມີ​ເງື່ອນ​ໄຂ​ກໍ​ສາມາດຈັດ​ໃຫ້​ຫລາຍ​ກ່ວາ 5  ຕື້ກີບ​ກໍ​ໄດ້, ​ແຕ່​ບໍ່​ຢາກ​ໃຫ້​ຫລຸດ 3 ຕື້ກີບ.

        ທ່ານ ​ລັດຖະມົນຕີ​ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ​ທຶນ​ດັ່ງກ່າວ​ສະ​ເໜີ​ໃຫ້​ແຂວງ​ແບ່ງ​ໃຫ້​​ເມືອງ​ແຕ່​ຫົວທີ ​ເພື່ອ​ໃຫ້​ເມືອງ​ເປັນ​​ເຈົ້າ​ການ​ໃນ​ການຈັດ​ເຂົ້າ​​ໂຄງການ​ທັນ​ເວລາ, ໝາຍ​ຄວາມ​ວ່າ​ ພາຍຫລັງ​ກະ ຊວງ​ແຜນການ ​ແລະ ການ​ລົງທຶນ​ແບ່ງ​ເພດານ​ການ​ລົງທຶນ​ໃຫ້​ແຂວງ​​ແລ້ວ, ສະ​ເໜີ​ໃຫ້​ແຂວງ​ແບ່ງ​ເພດານ​ໃຫ້​ເມືອງ 3 ສ້າງ​ຢ່າງ​ທັນ​ເວລາ, ​ແຜນການ​ລົງທຶນ​ຂອງ​ເມືອງ 3 ສ້າງ​ຕ້ອງ​ສະ​ແດງ​ອອກ​ຢູ່​ບ້ານ​ທົດ​ລອງ 3 ສ້າງ​ເປັນ ສ່ວນ​ໃຫຍ່,  ​ເມືອງ​ທົດ​ລອງ​ 3 ​ສ້າງ​ຕ້ອງ​ຈັດ​ສັນ​ໂຄງການ​ໃຫ້​ບ້ານ​ທົດ​ລອງ​ເປັນຕົ້ນ​ຕໍ, ​ແຕ່​ລະ​ບ້ານ​ທົດ​ລອງ​ຕ້ອງ​ໄດ້​ປະຕິບັດ​ໂຄງການ​ຢ່າງ​ໜ້ອຍ 1 ​ໂຄງການ​ຂຶ້ນ​ໄປ, ​ໂດຍ​ເລັ່ງ​ໃສ່​ບ້ານ​ທົດ​ລອງ​ຢູ່​ເຂດ​ຊົນນະບົດ​ທີ່​ຈະ​ສ້າງ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຂັ້ນຕໍ່​ໄປ, ສຳ ລັບ​ໂຄງການ​ໃໝ່​ທີ່​ຈະ​ຄົ້ນ​ຄ້ວາ​ເອົາ​ເຂົ້າ​ແຜນຂອງ​ເມືອງ​ຕ້ອງ​ມີ​ການ​ປະ​ເມີນ​ຕາມ​ມາດຕາ 26 ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ ທຶນ​ຂອງ​ລັດ, ​ໂຄງການ​ທີ່​ບໍ່​ໄດ້​ຜ່ານ​ການ​ປະ​ເມີນ​ຈາກ​ອົງການ ຫລື ໜ່ວຍ​ງານ​ທີ່​ມີ​ສິດ​ອຳນາດ​ແມ່ນ​ບໍ່​ອະນຸຍາດ​ໃຫ້​ເອົາ​ເຂົ້າ​ແຜນ​ເດັດຂາດ, ອິງ​ໃສ່​ທຶນຮອນ​ມີ​ຈຳ ກັດ, ການຈັດ​ສັນສະ​ເໜີ​ທຶນ​ໃສ່​ໂຄງການ​ໃໝ່ຕ້ອງ​ມີ​ຈຸດ​ສຸມ, ມີ​ການ​ເລືອກ​ເຟັ້ນຕາມ​ບູລິ​ມະ​ສິດ​ຂອງ​ຂະ​ແໜງ​ການ​ໃຫ້​ໄປ​ຕາມ​ມາດຕາ 15 ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ, ສຳ ລັບ​ໂຄງການ​ສືບຕໍ່​ໃຫ້​ແຕ່ລະ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ກວດ ກາ​ໄລຍະ​ຊຳລະ​ໂຄງການ​ເພື່ອ​ຈັດ​ສັນ​ທຶນ​ໃຫ້​ໄປ​ຕາມ​ສັນຍາ​ໂຄງ ການ​ທີ່​ໄດ້​ຕົກລົງ​ກັບ​ຜູ້​ຮັບ​ເໝົາ​ແຕ່ລະ​ປີ.

No comments:

Post a Comment