ໃນວັນທີ 13 ພະຈິກນີ້ ຢູ່ໂຮງແຮມລາວພລາຊາຄະນະກຳມະ ການກາແດງ ສາກົນ
(ICRC) ໄດ້ຈັດຖະແຫຼງຂ່າວກ່ຽວ ກັບການເປີດຫ້ອງການໂຄງການຂອງ ICRC ຢູ່ລາວ ແລະ ການວາງສະແດງຮູບພາບການເຄື່ອນໄຫວວຽກງານຂອງຕົນຄົບ
ຮອບ 150 ປີຂື້ນ, ຢູ່ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ, ທ່ານ ແພັດທຣິກ ສົມໄຊສະນະ ວິໄລເລັກ,
ຫົວໜ້າຫ້ອງການຄະນະກຳມະການກາແດງສາກົນຖະ ແຫຼງວ່າ: ພິທີເປີດຫ້ອງການໂຄງການໃນ ສ.ປ.ປ ລາວ
ແລະ ການວາງສະແດງຮູບ ພາບການເຄື່ອນໄຫວວຽກງານຂອງອົງການກາແດງສາກົນ ແລະ ຊີກວົງ ເດືອນແດງຄົບຮອບ
150 ປີ, ແມ່ນຈະຈັດຂຶ້ນໃນວັນ ທີ 14 ພະຈິກນີ້, ຢູ່ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ,
ເຊິ່ງຮູບພາບທີ່ຈະນຳມາສະແດງປະກອບມີຮູບພາບການ ເຄື່ອນໄຫວຂອງອົງການກາແດງສາກົນ ແລະ ຊີກວົງເດືອນແດງຢູ່ບັນດາປະເທດຕ່າງໆໃນທົ່ວໂລກ,
ນັບແຕ່ມື້ສ້າງຕັ້ງອົງການຈົນ ຮອດປັດຈຸບັນ.
ທ່ານ ແພັດທຣິກ ກ່າວວ່າ: ຕະຫຼອດໄລຍະ
150 ປີທີ່ຜ່ານມາ ICRC ໄດ້ໄຫ້ການຊ່ວຍເຫຼືອ ແລະ ໃຫ້ຄວາມຮູ້ດ້ານ ມະນຸດສະທຳແກ່ປະຊາຊົນທີ່ມີຄວາມຕ້ອງການຫຼາຍກວ່າ
90 ປະເທດ, ຈາກເຫດການຄວາມຂັດແຍ່ງທາງກຳລັງປະກອບອາ ວຸດ, ການກໍ່ການຮ້າຍ ແລະ ໄພພິບັດຕ່າງໆ,
ຊຶ່ງຂອບເຂດທີ່ພົ້ນເດັ່ນ ແມ່ນ: ການຊ່ວຍເຫຼືອສຸກເສີນ, ການບໍລິຫານສະຖານທີ່ ຄຸມຂັງ, ກົດໝາຍມະນຸດ
ສະທຳສາກົນ, ການສືບທາວຫາຄອບຄົວທີ່ພັດພາກ, ການບໍລິການປົວແປງກະດູກ, ນ້ຳ ແລະ ບ່ອນ ຢູ່ອາໄສ.
ບັນດາວຽກງານ ແລະ ກິດຈະກຳຕ່າງໆໂດຍການມີສ່ວນຮ່ວມກັບທຸກຝ່າຍທີ່ກ່ຽວ ຂ້ອງ ສຳລັບສປປລາວ
ICRC ໄດ້ເຂົ້າມາຈັດຕັ້ງໂຕແທນໃນປີ 1960 ໃນປີ 2004 ICRC ໄດ້ຈັດຕັ້ງໂຄງການເພື່ອປັບປຸງການເຂົ້າເຖິງນ້ຳສະອາດ
ແລະ ດ້ານ ສຸຂະອະນາໄມສຳລັບຊຸມຊົນທີ່ທຸກຍາກຂາດເຂີນໃນພາກເໜືອຄື, ໃນປີ 2012 ໄດ້ສ້າງຕັ້ງຫ້ອງການໄລຍະຍາວໃນນະຄອນ
ຫຼວງວຽງຈັນ, ໂດຍໄດ້ຮັບການອະນຸມັດຈາກລັດຖະບານຂອງ ລາວ ໃນປີ 2013, ໂອກາດນີ້ທ່ານໄດ້ເຊີນຊວນໃຫ້ທຸກຄົນ
ເຂົ້າຮ່ວມຊົມງານວາງສະແດງຮູບພາບການເຄື່ອນໄຫວຂອງອົງການກາແດງສາກົນ ແລະ ຊີກວົງເດືອນແດງເພື່ອເຂົ້າໃຈການປະ
ຕິບັດງານຂອງອົງການຫຼາຍຂຶ້ນກວ່າເກົ່າ.
No comments:
Post a Comment