ໂດຍປະຕິບັດຕາມທິດນຳຂອງພັກ-ລັດຖະບານສອງປະເທດ
ລາວ-ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດ-ສັງ ຄົມລາວໃຫ້ເຕີບໃຫຍ່ເຂັ້ມແຂງ, ຮວາງແອງຢາລາຍກຣຸບ
ກໍໄດ້ເຂົ້າມາລົງທຶນຢູ່ລາວເປັນຈຳນວນຫລາຍໂຄງການ ຄືໂຄງການປູກໄມ້ອຸດສາຫະກຳ
(ຢາງພາລາ, ຕົ້ນປາມ ແລະ ປູກອ້ອຍ), ໂຄງການຂຸດຄົ້ນບໍ່ແຮ່, ພະລັງງານໄຟຟ້າ ແລະ ອະສັງຫາລິມະຊັບອື່ນໆ.
ໄປຄຽງຄູ່ກັບການເອົາໃຈໃສ່ພັດທະນາເສດຖະກິດແລ້ວ,
ສະຫະບໍລິສັດຮວາງແອງຢາລາຍ ຍັງໄດ້ໃຫ້ຄວາມສຳຄັນຕໍ່ວຽກງານສະຫວັດດີການສັງຄົມ
ໂດຍຄາດວ່າຈະສະໜັບສະໜູນທຶນຢ່າງໜ້ອຍ 30 ລ້ານໂດລາ ເຂົ້າໃນວຽກງານດັ່ງກ່າວຢູ່ແຂວງອັດຕະປືໃຕ້ສຸດຂອງລາວ
ແລະ ມາຮອດປັດຈຸບັນ ກໍໄດ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ຫລາຍໂຄງການແລ້ວ
ລວມມີມູນຄ່າຫລາຍກວ່າ 14,22 ລ້ານໂດລາສະຫະລັດ ເຊັ່ນ: ໂຄງການກໍ່ສ້າງເຮືອນຈັດສັນໃຫ້ປະຊາຊົນເມືອງໄຊເສດຖາ
ແລະ ເມືອງພູວົງ, ເສັ້ນທາງເຂົ້າບ້ານຫ້ວຍກູດ, ບ້ານກ້ານ ພ້ອມສ້າງຕາຂ່າຍໄຟຟ້າເຂົ້າບ້ານກ້ານ,
ບ້ານຊາຍຂາວ, ບ້ານຫາດຊັນ, ບ້ານແກ້ງໃຫຍ່ ແລະ ເສັ້ນທາງເຂົ້າບ້ານຫາດຊັນ, ສ້າງໂຮງໝໍ
200 ຕຽງ, ສ້າງຂົວເຊຊູ້, ຂົວຟູ ແລະ ໂຮງຮຽນຕ່າງໆສຳລັບບ້ານຈັດສັນ. ພ້ອມນັ້ນ
ບໍລິສັດຫຸ້ນສ່ວນຮວາງແອງ-ອັດຕະປື ຍັງໄດ້ຈັດຕັ້ງໃຫ້ນິຄົມຂອງຕົນຈຳນວນ 11
ແຫ່ງ ແຮກສ່ຽວກັບປະຊາຊົນໃນ 23 ບ້ານຂອງເມືອງໄຊເສດຖາ, ສານໄຊ, ສະໜາມໄຊ, ສາມັກຄີໄຊ
ແລະ ເມືອງພູວົງ ແລະ ຢ້ຽມຢາມແລກປ່ຽນບົດຮຽນຕ່າງໆໃນການພັດທະນາເສດຖະກິດ-ສັງຄົມເຊິ່ງກັນ
ແລະ ກັນ ພ້ອມມອບເຄື່ອງຊ່ວຍເຫລືອຕ່າງໆໃຫ້ປະຊາຊົນຜູ້ທຸກຍາກຂາດເຂີນ ຕົກເປັນເງິນຫລາຍກວ່າ
29.000 ໂດລາສະຫະລັດ ແລະ ໄດ້ມອບທຶນສະໜັບສະໜູນໂຄງການໄປພັກຜ່ອນຂອງພະນັກງານລັດຖະກອນແຂວງອັດຕະປື,
ພ້ອມນັ້ນ ຮວາງແອງຢາລາຍ ຍັງໄດ້ສະໜັບສະໜູນທຶນໃຫ້ພະນັກງານແພດໝໍອາສາສະໝັກຫວຽດນາມມາຊ່ວຍກວດພະຍາດ
ແລະ ສະໜອງຢາປິ່ນປົວພະຍາດໃຫ້ປະຊາຊົນໂດຍບໍ່ເສຍຄ່າ. ພ້ອມນັ້ນ ກໍໄດ້ຊ່ວຍເຝິກອົບຮົມແບບແຜນການດຳລົງຊີວິດ
ແລະ ແບບວິທີການຜະລິດໃຫ້ປະຊາຊົນຜູ້ທຸກຍາກຂາດເຂີນຢູ່ເຂດຊົນນະບົດຫ່າງໄກສອກຫລີກຂອງແຂວງອັດຕະປື
ແລະ ຄຽງຄູ່ກັນນັ້ນ ບໍລິສັດຮວາງແອງຢາລາຍຍັງໄດ້ສຸມໃສ່ສະໜັບສະໜູນປະຊາຊົນໃນການຈັດຕັ້ງງານບຸນປະເພນີຕ່າງໆ,
ຊ່ວຍຈັດຕັ້ງຂະບວນກິລາ, ສະໜັບສະໜູນທຶນການສຶກສາໃຫ້ນັກຮຽນຜູ້ທຸກຍາກຂາດເຂີນໄປສຶກສາຮ່ຳຮຽນຕໍ່ຢູ່
ສສ ຫວຽດນາມ ແລະ ພ້ອມນັ້ນ ກໍໄດ້ສະໜັບສະໜູນທຶນຮອນຫລາຍກວ່າ 3 ຕື້ກີບ ເພື່ອວຽກງານສະຫວັດດີການສັງຄົມອື່ນໆ
ເຊິ່ງໄລ່ມາຮອດປັດຈຸບັນ ທຶນຊ່ວຍເຫລືອຂອງຮວາງແອງຢາລາຍຕໍ່ວຽກງານສະຫວັດດີການສັງຄົມໃຫ້ແກ່ອັດຕະປືມີຫລາຍກວ່າ
14,71 ລ້ານໂດລາສະຫະລັດ ສຳລັບໄລຍະທຳອິດ.
ສ່ວນໄລຍະ II ແມ່ນເລີ່ມປະຕິບັດນັບແຕ່ທ້າຍປີ
2013 ນີ້ເປັນຕົ້ນໄປ ໂດຍຈະສືບຕໍ່ລົງທຶນກໍ່ສ້າງຫລາຍໂຄງການສະ ຫວັດດີການທີ່ສຳຄັນຕ່າງໆເຊັ່ນ:
ສ້າງສູນການປົກຄອງເມືອງພູວົງ, ໂຮງຮຽນ, ໂຮງໝໍ ແລະ ສຸກສາລາ, ຕິດຕັ້ງໄຟເຍືອງທາງ
ແລະ ສ້າງທາງເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ, ບ້ານຈັດສັນໃຫ້ປະຊາຊົນໃນເຂດໂຄງການລົງທຶນຂອງບໍລິສັດໃຫ້ຫລາກຫລາຍ
ແລະ ໂຄງການຊ່ວຍເຫລືອສັງຄົມອື່ນໆ ໂດຍຄາດວ່າຈະມີມູນຄ່າປະມານ 15 ລ້ານໂດລາສະຫະລັດ
ໃຫ້ບັນລຸ 30 ລ້ານໂດລາ ຕາມການຕົກລົງເຫັນດີຂອງປະທານສະຫະບໍລິສັດຮວາງແອງຢາລາຍ
ເພື່ອຊ່ວຍເຫລືອສັງຄົມ ປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍແກ້ໄຂຄວາມທຸກຍາກຂອງແຂວງອັດຕະປືປະສົບຜົນສຳເລັດໂດຍໄວ.
No comments:
Post a Comment