ໃນວັນທີ 13 ພະຈິກນີ້, ຢູ່ສູນດາວທຽມ, ນະຄອນຫຼວງວຽງຈັນ,
ທ່ານ ປິ່ນປາ ຖະໜາ ພັນທະມາລີ ຫົວໜ້າກົມສື່ມວນ ຊົນກະຊວງຖະແຫຼງຂ່າວວັດທະນາທຳ ແລະ ທ່ອງທ່ຽວ,
ໄດ້ມອບອຸປະກອນຮັບໃຊ້ວຽກງານຂົງເຂດຖະແຫຼງຂ່າວໃຫ້ກັບພະ ແນກຖະແຫຼງຂ່າວວັດທະນາທຳ ແລະ ທ່ອງທ່ຽວ,
ແຂວງຜົ້ງສາລີ, ຫົວພັນ ແລະ ຄຳມ່ວນ. ເຊິ່ງປະກອບມີ: ຄອມພີວເຕີ້ໂນດ ບຸກ 5 ໜ່ວຍ, USB 3G
5 ອັນ, ກ້ອງຖ່າຍຮູບນີ້ງ 5 ໜ່ວຍ, ແຟັກ 3 ໜ່ວຍ, ຕູ້ລຳໂພງເຄື່ອນທີ່ພ້ອມໄມລອຍ 3 ໜ່ວຍ. ມູນຄ່າທັງໝົດ:
117 ລ້ານກ່ວາກີບ.
ທ່ານຫົວໜ້າກົມສື່ມວນຊົນກ່າວວ່າ:
ໃນໄລຍະທີ່ຜ່ານມາເພື່ອສະໜອງອຸປະກອນຮັບໃຊ້ວຽກງານຂົງເຂດຖະແຫຼງຂ່າວ ໃນທົ່ວປະເທດໃຫ້ມີຄວາມສະດວກ,
ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວໃດ້ເຄື່ອນໄຫວມອບອຸປະກອນ
ຮັບໃຊ້ຄື: ມອບໂທລະໂຄ່ງໃຫ້ແຂວງອຸດົມໄຊ
ແລະ ເມືອງປາກຊ່ອງແຂວງຈຳປາສັກ ບ່ອນລະ 1 ຊຸດແລະ ຕິດຕັ້ງລະບົບສາຍ ໃຍແກ້ວໃຫ້ສະຖານີວິທະຍຸເມືອງຊຳໃຕ້
ແຂວງຫົວພັນ ຄວາມຍາວ 1,5 KM, ມອບ ຄອມພີວເຕີຕັ້ງໂຕະໃຫ້ຫ້ອງການ ຖວທ ເມືອງ ໄຊສົມບູນ, ເມືອງຮົ່ມ
ແຂວງວຽງຈັນ ແລະ ເມືອງ ສະໜາມໄຊ ແຂວງ ອັດຕະປື. ລວມມູນຄ່າ 233 ລ້ານກວ່າກີບ. ນອກນີ້ຍັງໄດ້ມອບອຸປະກອນໂທລະໂຄ່ງຈຳນວນ
3 ຊຸດໃຫ້ແກ່ພະແນກ ຖວທ ແຂວງອຸດົມໄຊເພື່ອນຳໄປຊ່ວຍເຫຼືອບັນດາ
ເມືອງທີ່ປະສົບໄພນ້ຳຖ້ວມ ແລະ ມອບອຸປະກອນໂທລະໂຄ່ງໃຫ້ແກ່ພະແນກ ຖວທ ແຂວງ ເຊກອງ ແຂວງ ຊຽງຂວາງ
ແຂວງ ລະ 2 ຊຸດເພື່ອໄປຕິດຕັ້ງໃຫ້ແກ່ບ້ານເປົ້າໝາຍຂອງໂຄງການກໍ່ສ້າງສະຖານີວິທະຍຸຊຸມຊົນດ້ວຍທືນຊ່ວຍເຫຼືອຂອງອົງການ
ສປຊ ປະຈຳລາວ.

No comments:
Post a Comment