ປະເທດລາວຖືວ່າມີອັດຕາການເກີດອຸປະຕິເຫດບົນທ້ອງຖະໜົນຫລາຍສົມຄວນ
ແລະ ໂດຍສະເລ່ຍແລ້ວມື້ໜຶ່ງມີຜູ້ເສຍ ຊີວິດປະມານ 2 ຄົນ, ເຖິງວ່າລັດຖະ ບານໄດ້ມີຄວາມພະຍາຍາມສະກັດກັ້ນແກ້ໄຂດ້ວຍຫລາຍວິທີ,
ຫລາຍຮູບການເຊັ່ນ: ການອອກລະບຽບການສັນຈອນຕາມທ້ອງຖະໜົນ, ການຕິດຕັ້ງອຸປະກອນ ແລະ ປ້າຍສັນຍານຕ່າງໆ,
ການສຶກສາອົບຮົມ ຜູ້ຂັບຂີ່ຕາມຊຸມຊົນ, ສະຖາບັນການສຶກສາ ແລະໂຮງຈັກໂຮງງານລວມທັງການປະຕິບັດລະບຽບຕາມກົດໝາຍຕໍ່ຜູ້ກະທຳຜິດ
ແລະ ລະເມີດລະບຽບການສັນຈອນ ເພື່ອໃຫ້ສະພາບການຂັບຂີ່ມີຄວາມເປັນລະບຽບ ແລະ ຫລຸດຜ່ອນການເກີດອຸປະຕິເຫດ
ລົງເທື່ອລະກ້າວ, ແຕ່ຍັງເຫັນວ່າຜູ້ຂັບຂີ່ຈຳນວນໜຶ່ງຍັງຖືເບົາຕໍ່ການປະຕິບັດລະບຽບການສັນຈອນ
ໂດຍມີການລະເມີດຂໍ້ ຫ້າມ ແລະ ຫລັກການຈະລາຈອນ ໂດຍສະເພາະພາຍຫລັງທີ່ພະແນກໂຍທາທິການ ແລະ
ຂົນສົ່ງນະຄອນຫລວງວຽງຈັນໄດ້ ມີການຈັດສັນການສັນຈອນໃນຕົວເມືອງເມື່ອບໍ່ດົນມານີ້ເຮັດໃຫ້ຫລາຍເສັ້ນທາງສຳຄັນໄດ້ມີການປ່ຽນແປງລະບົບການສັນ
ຈອນເຊັ່ນ: ເສັ້ນທາງແຄມຂອງ, ເສັ້ນທາງຫລວງພະບາງ ແລະ ເສັ້ນທາງອື່ນໆ ທີ່ເຫັນວ່າມີສະພາບການສັນຈອນແອອັດແໜ້ນ
ໜາແມ່ນໃຫ້ແລ່ນເບື້ອງດຽວ ຫລື ຕິດປ້າຍຫ້າມຈອດຕ່າງໆເພື່ອຫລຸດຜ່ອນຄວາມແອອັດ ແລະ ການຈອດລົດຊະຊາຍ,
ສ່ວນ ເສັ້ນທາງຫລວງພະບາງນັບແຕ່ສາມແຍກເຈົ້າຟ້າງຸ່ມໄປຫາສະໜາມບິນວັດໄຕກໍໄດ້ນຳເອົາຖັງຢາງມາວາງອັດຕັນຫວ່າງຂອງຄູ
ກັນທາງເພື່ອບໍ່ໃຫ້ລົດລ້ຽວຂ້າມໄປມາ ໂດຍໃນຈຸດນີ້ເຫັນວ່າຜູ້ຂັບຂີ່ລົດຈຳນວນໜຶ່ງແມ່ນໄດ້ລະເມີດລະບຽບດ້ວຍການຍ້າຍ
ຖັງຢາງບາງອັນອອກເພື່ອສວຍໂອກາດລ້ຽວລົດຂ້າມມາອີກຟາກໜຶ່ງເຊິ່ງສະພາບດັ່ງກ່າວນອກຈາກເປັນການລະເມີດລະບຽບ
ການສັນຈອນແລ້ວ ຍັງມີຄວາມສ່ຽງກໍ່ໃຫ້ເກີດອຸປະຕິເຫດໄດ້ສູງເນື່ອງຈາກວ່າເສັ້ນທາງດັ່ງກ່າວເປັນທາງກວ້າງ
ແລະ ຊື່ຜູ້ຂັບຂີ່ ແລ່ນລົດໄວ ແລະ ອາດເກີດອຸປະຕິເຫດໄດ້ງ່າຍເມື່ອມີການລ້ຽວທີ່ບໍ່ຖືກລະບຽບຄືດັ່ງກ່າວ.
ອີງຕາມການລາຍງານຂອງເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ
ໃຫ້ຮູ້ວ່າ: ໃນອາທິດຜ່ານມາສາມາດກັກຜູ້ຂັບຂີ່ລະເມີດລະບຽບການຈະລາຈອນໄດ້ຫລາຍຮ້ອຍຄົນ
ແລະ ໄດ້ມີການສຶກສາອົບຮົມ ແລະ ປັບໄໝຕາມລະບຽບ ໂດຍຜູ້ກະທຳຜິດສ່ວນຫລາຍແມ່ນມີການລະເມີດລະບຽບຄືເມົາແລ້ວຂັບ,
ຂັບຂີ່ລົດດ້ວຍຄວາມໄວສູງ, ບໍ່ໃສ່ໝວກກັນກະທົບ, ລ່ວງປ້າຍຫ້າມ, ຈອດລົດຊະຊາຍ
ແລະ ອື່ນໆ ອັນເປັນສາເຫດຕົ້ນຕໍໃຫ້ແກ່ການເກີດອຸປະຕິເຫດໄດ້ງ່າຍ.

No comments:
Post a Comment