ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:
ສົກປີ 2013-2014 ແມ່ນປີທີ 4 ຂອງການຈັດຕັ້ງແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ
ຄັ້ງທີ VII, ລັດຖະບານຕັ້ງເປົ້າໝາຍໃຫ້ເສດຖະກິດໃນສົກປີນີ້ຂະຫຍາຍຕົວ 8,3% ຂຶ້ນໄປ
ແລະ ມີຄວາມຕ້ອງການແຫລ່ງທຶນລວມທັງໝົດ 30.100 ຕື້ກີບ ໃນນີ້ຕ້ອງດຶງດູດການລົງທຶນຈາກພາຍໃນ
ແລະ ຕ່າງປະເທດໃຫ້ໄດ້ຢ່າງໜ້ອຍ 16.377 ຕື້ກີບ ຫລື 2.100 ລ້ານໂດລາສະຫະລັດ ເທົ່າກັບ
54,41% ຂອງການລົງທຶນທັງໝົດ ໂດຍການລົງທຶນແມ່ນເລັ່ງໃສ່ໂຄງການຂະໜາດໃຫຍ່ທີ່ເປັນຫົວຈັກແກ່ດຶງການພັດທະນາເສດຖະກິດຂອງປະເທດ
ເປັນຕົ້ນໂຄງການກໍ່ສ້າງເຂື່ອນໄຟຟ້າ, ຂຸດຄົ້ນແຮ່ທາດ, ປູກພືດອຸດສາຫະກຳ. ຂະນະດຽວກັນ
ກໍເອົາໃຈໃສ່ການດຶງດູດແຫລ່ງທຶນເຂົ້າໃນໂຄງການຂະໜາດນ້ອຍ ແລະ ຂະໜາດກາງທີ່ມີຜົນກະທົບຕໍ່ລາຍຮັບປະຊາຊົນຢ່າງກວ້າງຂວາງ
ແລະ ບັນດາໂຄງການນຳໃຊ້ວິທະຍາ ສາດ-ເຕັກໂນໂລຊີທັນສະໄໝ, ການຜະລິດໃນຂົງເຂດກະສິກຳປຸງແຕ່ງ
ເພື່ອຫັນປ່ຽນໂຄງປະກອບການລົງທຶນໃຫ້ໄປສູ່ຄຸນນະພາບໃໝ່.
ກະຊວງແຜນການ ໃຫ້ຮູ້ວ່າ: ໃນ 6 ເດືອນສົກປີ
2012-2013 ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດມີ 26 ໂຄງການ ມູນຄ່າ
1.168 ລ້ານໂດລາສະຫະລັດ ເທົ່າກັບ 65,58% ຂອງແຜນການປີ, ໃນນັ້ນ ເປັນການລົງທຶນພາຍໃນຈຳນວນ
192 ລ້ານກວ່າໂດລາສະຫະລັດ ກວມ 16% ຂອງການລົງທຶນທັງໝົດ ແລະ ຂະແໜງທີ່ມີການລົງທຶນຫລາຍກວ່າໝູ່ແມ່ນພະລັງງານໄຟຟ້າ
ມູນຄ່າ 739 ລ້ານໂດລາສະຫະລັດ, ບໍ່ແຮ່ 271 ລ້ານໂດລາສະຫະລັດ ແລະ ກໍ່ສ້າງ 100
ລ້ານກວ່າໂດລາສະຫະລັດ.
No comments:
Post a Comment