Ad

Ad

14 November 2013

ລະວັງ​​ຫລົງ​ກັນ​ໃນ​ຍາມ​ບຸນ



  ຄະນະ​ກຳມະການ​ຈັດ​ງານ​ບຸນ​ນະມັດສະການ​ພະທາດ​ຫລວງ​ວຽງ​ຈັນປີນີ້​ໃຫ້​ຮູ້​ວ່າ: ພາຍຫລັງເລີ່ມ​ມີ​ການ​ຄົບງັນ​ບຸນ​ດັ່ງກ່າວ​ມາ​ແຕ່​ວັນ​ທີ 11 ພະຈິກ ​ໄດ້​ເກີດ​ມີ​ກໍລະນີ​ການ​​ຫລົງ​ຂອງ​ເດັກ​ກັບ​ຜູ້​ປົກຄອງ​ເກືອບ 10 ກໍລະນີແລ້ວ ​ແລະ ຄະນະ​ກຳມະການ​ເຊື່ອ​ວ່າອາດ​ຈະ​ມີ​ເພີ່ມ​ຂຶ້ນອີກ​ຫລາຍ​ກໍລະນີ  ​ເຊິ່ງ​​ໄດ້​ສ້າງ​ຄວາມ​ວິຕົກ​ກັງວົນ​ໃຫ້​​ຜູ້​ປົກຄອງ​ບໍ່​ໜ້ອຍ​ກ່ອນ​ຈະ​ຊອກ​ຫາ​ເຫັນກັນ​​​. ສະ ນັ້ນ ຈຶ່ງ​ຮຽກຮ້ອງ​ເຖິງ​ຜູ້​ປົກຄອງ​ທີ່​ພາ​ລູກ​ຫລານ ຫລື ຍາດ​ພີ່ນ້ອງ​ມາ​ທ່ຽວ​ງານ​ບຸນ​ດັ່ງກ່າວ ຈົ່ງ​ເພີ່ມ​ສະຕິ​ລະວັງ ​ແລະ ຕິດຕາມ​ກັນ​ຫລາຍ​ຂຶ້ນ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ມີ​ການ​ຫລົງ​ກັນ. ຄະນະ​ກຳມະການ​ ​ໃຫ້​ຮູ້​ວ່າ: ​ໃນ​ບຸນ​ນະມັດສະການ​ພະທາດ​ຫລວງ​ປີ 2012 ມີ​ການ​​ຫລົງກັບ​ເກືອບ 600 ກໍລະນີ ​ແລະ ​ໃນ​ບຸນຊ່ວງ​ເຮືອ​ປະ​ເພນີ​ທ່າ​ວັດ​ຈັນ​ປີ 2013 ມີ 300 ກວ່າ​ກໍລະນີ. ດັ່ງນັ້ນດີ ທີ່ສຸດຜູ້ປົກຄອງຄວນຂຽນເບີໂທລະສັບ ແລະ ບ່ອນຕິດຕໍ່ອື່ນໆໃສ່ຖົງໃຫ້ລູກຫລານຂອງຕົນເກັບມ້ຽນໄວ້ເມື່ອກໍລະນີຈຳເປັນ ເຈົ້າໜ້າທີ່ກໍອາດສາມາດໂທຫາຜູ້ປົກຄອງໄດ້ ຫລື ນຳສົ່ງເຖິງເຮືອນຕາມບ່ອນຢູ່ດັ່ງກ່າວ.

No comments:

Post a Comment