ວັນທີ 13 ພະຈິກນີ້ຢູ່ນະຄອນຫລວງຽງຈັນ, ພັນເອກບຸນທ່ຽງ
ຈັນທະມຸນຄຸນ ຫົວໜ້າກົມໃຫຍ່ສັນຕິບານກະຊວງປ້ອງ ກັນຄວາມສະຫງົບ ສປປ ລາວ ແລະ ພົນຕີ ຫວໍຈອງຫວຽດ
ກຳມະການສູນກາງພັກ, ຄະນະບັນຊາການທະຫານຊາຍແດນ ສສ ຫວຽດນາມ ພ້ອມດ້ວຍຄະນະ 2 ຝ່າຍ ໄດ້ຮ່ວມປຶກສາຫາລືການຮັກສາຄວາມ ສະ ຫງົບ
ແລະ ຄວາມເປັນລະບຽບຮຽບ ຮ້ອຍຕາມຊາຍແດນ 2 ປະເທດ. ສອງ ຝ່າຍ ໄດ້ເປັນເອກະພາບສ້າງກົນໄກການຮ່ວມມືເພື່ອສາມາດຮັບປະກັນຄວາມສະຫງົບ
ເປັນລະບຽບຮຽບຮ້ອຍຕາມຊາຍແດນ 2 ປະເທດທັງໄດ້ເປັນເອກະພາບກັນແລກປ່ຽນຂໍ້ມູນຂ່າວສານສະຖານະການ
ແລະ ການເຄື່ອນໄຫວຂອງກຸ່ມຄົນບໍ່ດີຢູ່ຕາມຊາຍ ແດນແຕ່ລະປະເທດຢ່າງປົກກະຕິ. ຂະນະດຽວກັນກໍແລກປ່ຽນແກ້ໄຂບັນຫາ
ການເຂົ້າ-ອອກ ເມືອງລະຫວ່າງ 2 ປະເທດພ້ອມ ທັງເພີ່ມທະວີປະສານສົມທົບການຍົກລະດັບວິຊາສະເພາະໂດຍການແລກ
ປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນ
ການຄົ້ນຄວ້າ, ການຖອດຖອນບົດຮຽນການປ້ອງກັນ
ແລະ ການສະກັດກັ້ນກຸ່ມຄົນບໍ່ດີທີ່ເຄື່ອນໄຫວຢູ່ຕາມຊາຍແດນທັງຍົກ ສູງໝາກຜົນຂອງວຽກງານ,
ການພົບປະມິດຕະພາບ, ການ ແລກປ່ຽນ ວັດທະນະທຳ,
ສິລະປະ, ກິລາເພື່ອເພີ່ມທະວິນ້ຳ ໃຈມິດຕະພາບ ແລະ
ຊ່ວຍເຫລືອກັນຕໍ່ການປະຕິບັດໜ້າທີ່ປ້ອງກັນຊາຍ ແດນລວມທັງເປັນເອກະພາບສືບຕໍ່ໂຄສະນາສຶກສາ ອົບຮົມປະຊາຊົນຕາມບໍລິເວນຊາຍແດນຂອງຕົນໃຫ້ຍົກສູງສະຕິລະວັງໂຕຕໍ່ກົນອຸບາຍຂອງສັດຕູທ່ີຫວັງທຳລາຍປະເທດຊາດແລະຄວາມສາມັກຄີພິເສດລາວ-ຫວຽດນາມ
ເພື່ອເຮັດໃຫ້ຊາຍແດນ 2 ປະ ເທດເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບພ້ອມກັນພັດທະນາດປະກອບສ່ວນເພີ່ມ ພູນ ຄູນສ້າງສາຍພົວພັນສາມັກຄີ,
ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານຂອງ 2 ປະເທດນັບມື້ໝັ້ນຄົງທະນົງແກ່ນ.
No comments:
Post a Comment