Ad

Ad

14 November 2013

ພົບສົບເດັກເພດຊາຍເກີດໃໝ່ຖືກຖີ້ມ



        ໃນວັນທີ 12 ພະຈິກນີ້ ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ລົງກວດຊາກສົບເດັກນ້ອຍທີ່ເສຍຊີວິດພາຍຫຼັງ ຖືກແມ່ໃຈໂຫດນຳມາຖີ້ມປະໄວ້ໃກ້ກັບຄອງນ້ຳປະປາດົງໝາກຄາຍ ບ້ານ ດອນຕີ້ວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.
        ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເດັກດັ່ງກ່າວແມ່ນຫາກໍ່ຄອດອອກຈາກທ້ອງຜູ້ເປັນແມ່ເປັນເພດຊາຍ ຊຶ່ງມີສາຍແຮ່ທີ່ຕິດໃນຕົວ, ສະພາບສົບຫົວແຕກອາດ​ຍ້ອນແມ່ໃຈໂຫດໂຍນຖີ້ມລູກຕົນເອງລົງ ໄປຖືກຂອບອ່າງຂອງຄອງນ້ຳ ປະປາດົງໝາກຄາຍຈົນເຮັດໃຫ້ເສຍຊີວິດ ຊຶ່ງປະຈຸບັນທາງເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຕົວແມ່ໃຈໂຫດມາດຳເນີນຄະດີຕາມ ລະບຽບກົດໝາຍ.
        ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນສິງຫາ ເປັນຕົ້ນມາທາງເຈົ້າໜ້າທີ່ໄດ້ພົບ ເຫັນສົບເດັກ ນ້ອຍທີ່ຖືກຖີ້ມມາ 2 ສົບ ຄື: ຢູ່ ບ້ານບຶງຂະຫຍອງ ພົບສົບເດັກນ້ອຍເພດຊາຍຖືກຖີ້ມຢູ່ຖັງຂີ້ເຫຍື້ອເສຍຊີວິດ ແລະ ຢູ່ສວນ ເຈົ້າອະນຸວົງ. ຊຶ່ງເປັນປາກົດການຫຍໍ້ທໍ້ພົ້ນເດັ່ຫນຶ່ງ​ໃນ​ສັງຄົມ ແລະ ເຈົ້າໜ້າທີ່ໃຫ້ທັດສະນະວ່າ: ສາເຫດທີ່ເດັກເກີດໃໝ່ ແລະ
ຖືກຖີ້ມ ນັ້ນຍ້ອນສະພາບສັງຄົມໂດຍສະເພາະການຖືພາກ່ອນໄວອັນຄວນຂອງໄວຫນຸ່ມ, ຊາວໜຸ່ມ, ພໍ່-ແມ່ ຜູ້ປົກຄອງບໍ່ມີ ຖານະທີ່ຈະລ້ຽງດູ ແລະ ອື່ນໆ ຊຶ່ງສະ​ຖາ​ບັນສັງ ຄົມກໍ​ຄື​ຄອບຄົວຕ້ອງ​ໄດ້​ເພີ່ມ​ທະວີສຶກສາອົບຮົມລູກຫຼານຂອງຂອງ​ຕົນ​ໃຫ້​ມີ​ແບບ​ແຜນການ​ດຳລົງຊີວິດທີ​່ດີ​ຂຶ້ນ.

No comments:

Post a Comment