ພິທີປະກາດຮັບຮອງເອົາໂຮງ ຮຽນມັດທະຍົມສຶກສາຕອນຕົ້ນ
4 ແຫ່ງໃນເມືອງໄກສອນ ພົມວິ ຫານ ຄື ມ.ຕ ໂພນສະ ຫວ່າງໃຕ້, ຈອມແກ້ວ, ສຸນັນທາ ແລະ ໄຊຍະມຸງຄຸນ
ເປັນໂຮງຮຽນປອດຢາ ເສບຕິດ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ຢູ່ ຫ້ອງການສຶກສາທິການ ແລະ ກິລາເມືອງດັ່ງກ່າວ
ໂດຍການເຂົ້າຮ່ວມຂອງທ່ານ ດຣ. ຄຳເຜີຍ ຜັນທະຈອນ ຮອງເຈົ້າແຂວງ ສະຫວັນນະເຂດ, ທ່ານ ພົນຈັດຕະວາ
ດຣ. ທອງສະ ຫວັນ ວົງສະຫວັດ ຫົວໜ້າກອງ ບັນຊາການ ປກຊ ແຂວງ, ຫົວໜ້າພະ ແນກສຶກສາທິການ ແລະ
ກິລາແຂວງ, ຄະນະພັດທະນາ ການສຶກສາຂັ້ນແຂວງ, ຂັ້ນເມືອງ ພ້ອມອົງການຈັດຕັ້ງ ແລະ ພາກ ສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຟົດຟື້ນ.
ໃນພິທີທ່ານ ສົມສິດ ຫວັນນະ ບົວທອງ ຮອງຫົວໜ້າຫ້ອງການ
ສຶກສາທິການ ແລະ ກິລາເມືອງ ກ່າວວ່າ: ໃນສົກຮຽນ 2012- 2013 ທົ່ວເມືອງໄກສອນ ພົມວິ ຫານ ໄດ້ກຳນົດເອົາໂຮງຮຽນມັດ
ທະຍົມສຶກສາຈຳນວນ 6 ແຫ່ງ ເພື່ອສ້າງເປັນໂຮງ ຮຽນຕົວແບບ ປອດຢາເສບຕິດ ເຊິ່ງລວມມີນັກ ຮຽນທັງໝົດ
1.981 ຄົນ, ຍິງ 1.050 ຄົນ ໃນນີ້ມີກຸ່ມສ່ຽງ 80 ຄົນ, ຍິງ 10 ຄົນ ໂດຍຈັດຕັ້ງໃຫ້ມີ ຄະນະກຳມະການກວດນ້ຳປັດ
ສະວະດ້ານວິທະຍາສາດ ເຊິ່ງຜົນ ປາກົດອອກມາວ່າ: ໂຮງຮຽນມັດ ທະ ຍົມສົມບູນໂພນສິມມີກຸ່ມສ່ຽງ
3 ຄົນ ກວດພົບເຊື້ອຢາບ້າ 2 ຄົນ, ໂຮງຮຽນມັດທະຍົມສົມບູນຜັກຂະມີກຸ່ມສ່ຽງ 17 ຄົນ
ກວດພົບເຊື້ອຢາບ້າ
6 ຄົນ, ສ່ວນອີກ 4 ໂຮງຮຽນທີ່ກ່າວມານັ້ນແມ່ນ ກວດບໍ່ພົບເຊື້ອຢາບ້າ ແລະ ໄດ້ຮັບຮອງເປັນໂຮງຮຽນ
ຕົວແບບປອດຢາເສບຕິດ.
ສະເພາະສົກປີ 2013-2014, ຫ້ອງການສຶກສາທິການ ແລະ
ກິລາເມືອງ ໄດ້ກຳນົດເອົາໂຮງຮຽນມັດທະຍົມສຶກສາ ຈຳນວນ 10 ແຫ່ງ ເຂົ້າຮ່ວມໂຄງການຕ້ານ ແລະ
ແກ້ໄຂປາກົດການຫຍໍ້ທໍ້ ກ່ຽວກັບບັນຫາຢາເສບຕິດ, ໃນນັ້ນຕັ້ງເປົ້າ ສ້າງເປັນຕົວແບບ ປອດຢາເສບຕິດໃຫ້ໄດ້ຢ່າງໜ້ອຍ
6 ແຫ່ງທົ່ວເມືອງ.
ໂອກາດນີ້, ຍັງໄດ້ມີການມອບ ໃບຍ້ອງຍໍຂອງຫົວໜ້າພະແນກ
ສຶກສາທິການ ແລະ ກິລາແຂວງແກ່ໂຮງຮຽນມັດທະ ຍົມສຶກສາທັງ 4 ແຫ່ງ ແລະ ພະນັກງານຄູອາຈານຈຳນວນ
18 ທ່ານ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດໂຄງການແກ້ ໄຂປາກົດການຫຍໍ້ທໍ້ກ່ຽວກັບຢາເສບຕິດໃນໂຮງຮຽນປະຈຳສົກປີ
2012-2013.
No comments:
Post a Comment