ສປປ ລາວ ຂຶ້ນຊື່ວ່າ ເປັນປະເທດທີ່ມີຄວາມ ອຸດົມສົມບູນໄປ
ດ້ວຍຊັບ ພະຍາກອນທຳມະຊາດ, ມີເອກະ ລັກທາງ ວັດທະນະທຳ, ປະເພນີອັນດີງາມ ແລະ ປະຊາຊົນ ມີຄວາມສາມັກຄີຮັກແພງດຸໝັ່ນຂະຫຍັນພຽນ,
ມີນ້ຳໃຈ ຮັກຊາດຢ່າງສູງສົ່ງ ເຊິ່ງຮີດຄອງປະເພນີ ແລະ ເອກະລັກທັງ ໝົດນັ້ນ ໄດ້ສະແດງອອກໃຫ້ເຫັນຢູ່ໃນມະໂຫລານສິລະ ປະບັນດາເຜົ່າຄັ້ງທີ
V ທີ່ໄດ້ ໄຂຂຶ້ນໃນຄ່ຳ ຄືນຂອງວັນທີ 12 ພະຈິກນີ້ຢູ່ຫໍວັດທະນະທຳແຫ່ງຊາດນະຄອນຫລວງວຽງຈັນໂດຍການເຂົ້າຮ່ວມ
ແລະ ເປີດ ຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ມີບັນດາການນຳຂັ້ນສູງພັກ-ລັດ ແລະ
ມວນຊົນນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່າງຫລວງຫລາຍ ແລະ
ເຕັມໄປດ້ວຍບັນຍາກາດອັນຄຶກຄື້ນມ່ວນຊື່ນໂດຍການກ່າວເປີດຂອງທ່ານ ສຈດຣ ບໍ່ແສງຄຳ
ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
ພ້ອມໄດ້ ເຊີນທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ລັ່ນຄ້ອງ 9 ບາດເພື່ອເປັນສັນຍາລັກເປີດບຸນມະໂຫລານສິລະປະບັນດາເຜົ່າ
ທົ່ວປະເທດຄັ້ງນີ້.
ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ ກ່າວໃນພິທີ ວ່າ: ຊາດລາວ ເຮົາແມ່ນຊາດທີ່ມີອາລິຍະທຳ ແລະ ມີວັດທະນະທຳອັນດີງາມມາແຕ່ດົນນານ,
ຊາດລາວປະກອບ ມີຫລາຍຊົນເຜົ່າທີ່ມີຂະນົມທຳນຽມ, ປະເພນີ ແລະ ມູນເຊື້ອວັດທະນະທຳທີ່ເປັນເອກະລັກຂອງຕົນເຊິ່ງໂຮມເຂົ້າເປັນມໍລະ
ດົກວັດທະນະທຳອັນລ້ຳຄ່າຂອງວົງຄະນາຍາດແຫ່ງຊາດທີ່ມີຫລາຍສີສັນງົດງາມ ແລະ ອຸ ດົມຮັ່ງມີ,
ເປັນພື້ນຖານທາງຈິດໃຈ ຂອງສັງຄົມ ແລະ ເປັນປັດໄຈສຳຄັນຄ້ຳປະກັນການຍືນຍົງຄົງໂຕຂອງຊາດລາວເຮົາ.
ປະຊາຊົນລາວເວລາໃດກໍມີຄວາມເອກ ອ້າງທະນົງໃຈຮັກ ແລະ ຫວງແຫນວັດທະນະທຳປະຈຳຊາດຂອງຕົນທັງໄດ້ເອົາໃຈໃສ່ຟື້ນຟູປົກປັກຮັກສາສືບທອດ
ແລະ ເສີມ ຂະຫຍາຍໃຫ້ຄົງຢູ່ຄູ່ຊາດລາວເຮົາມາຈົນເຖິງທຸກມື້ນີ້.
ບຸນມະໂຫລານສິລະປະພື້ນເມືອງລາວບັນດາເຜົ່າແມ່ນໜຶ່ງໃນບັນດາກິດຈະກຳການເຄື່ອນໄຫວວັດທະນະທຳທີ່ຈັດຂຶ້ນ
ເພື່ອການອະນຸລັກຮັກສາ, ພັດທະນາ ແລະ ຊຸກຍູ້ສົ່ງເສີມວັດທະນະທຳລາວທຸກດ້ານໃຫ້ມີລັກສະນະຊາດ,
ລັກສະນະປະຊາ ຊົນ ແລະ ລັກສະນະກ້າວໜ້າ. ພ້ອມດຽວກັນນັ້ນ ກໍເປັນການສົ່ງເສີມວັດທະນະທຳຂອງຊາດ
ແລະ ວັດທະນະທຳຂອງບັນ ດາຊົນເຜົ່າໃນທ້ອງຖິ່ນຕ່າງໆເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈເຫັນໄດ້ຄຸນຄ່າ
ແລະ ຍອມຮັບວັດທະນະທຳຂອງຊົນເຜົ່າທ້ອງ ຖິ່ນເຊິ່ງກັນ ແລະ ກັນ, ສ້າງໃຫ້ເກີດການປະສົມປະສານທາງວັດທະນະທຳອັນຈະນຳໄປສູ່ການຢູ່ຮ່ວມກັນຢ່າງມີສັນຕິສຸກພາຍ
ໃນຊາດ ແລະ ເກີດມີຄວາມຮັກຄວາມຫວງແຫນວັດທະນະທຳຂອງຕົນຍິ່ງໆຂຶ້ນທັງເປັນການຊຸກຍູ້ສົ່ງເສີມການຄ້າ,
ການທ່ອງ ທ່ຽວ ແລະ ການ ແລກປ່ຽນວັດທະນະທຳອີກດ້ວຍ.
ລັດຖະມົນຕີຊ່ວຍໃຫ້ ຮູ້ ວ່າ: ຊຸມປີຜ່ານມາ,ກະຊວງຖະ
ແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ມີການ ຈັດຕັ້ງບຸນມະໂຫລານສິລະປະພື້ນເມືອງ ລາວບັນດາເຜົ່າໃນລະດັບຊາດ
ມາແລ້ວເຖິງ 4 ຄັ້ງ. ນອກຈາກນີ້ ຍັງໄດ້ຈັດມະຫະກຳ ສິລະປະບັນດາເຜົ່າໃນລະດັບທ້ອງຖິ່ນມາຫລາ
ເທື່ອຢູ່ແຂວງຕ່າງໆ ເຊິ່ງກໍປະສົບຜົນສຳເລັດ ເປັນຢ່າງດີເຕັມໄປດ້ວຍສີສັນ ແລະ ບັນຍາກາດຟົດຟື້ນມ່ວນຊື່ນ
ທັງເປັນໂອ ກາດໄດ້ໂຄສະນາເຜີຍແຜ່ວັດທະນະທຳລາວທຸກດ້ານ ໄປສູ່ປະຊາ ຊົນ ແລະ ຊຸກຍູ້ປຸກລະດົມໃຫ້ມີການປະຕິບັດຢ່າງກວ້າງຂວາງເຮັດໃຫ້ເກີດຄວາມຮູ້ຄວາມເຂົ້າໃຈຄວາມໝາຍຄວາມສຳຄັນຂອງວັດ
ທະນະທຳບັນດາເຜົ່າທີ່ເປັນເອກະລັກ, ເປັນກຽດສັກສີ, ເປັນພື້ນຖານແຫ່ງຄວາມສາມັກຄີໝັ້ນຄົງຍືນຍົງຂອງຊາດທັງເປັນ
ກຳລັງດັນໃຫ້ແກ່ເສດຖະກິດ-ສັງຄົມຂະຫຍາຍຕົວ ແລະ ເປັນເປົ້າໝາຍຂອງການພັດທະນາສັງຄົມ.
ອັນພົ້ນເດັ່ນທີ່ສຸດແມ່ນການສະແດງຮັບໃຊ້ວັນປະຫວັດສາດສຳຄັນຂອງພັກ,
ຂອງຊາດ, ກອງປະຊຸມສຳຄັນລະດັບ ພາກພື້ນ ແລະ ສາກົນຫລາຍໆເທື່ອທີ່ລາວເຮົາໄດ້ເປັນເຈົ້າພາບເຊິ່ງໄດ້ດຶງດູດຄວາມສົນໃຈຂອງມວນຊົນ
ໃນທົ່ວປະເທດຢ່າງ ຫລວງຫລາຍດ້ວຍຄວາມຕື່ນຕາຕື່ນໃຈ ໂດຍສະເພາະການສະແດງຊຸດໃຫຍ່ທີ່ປະກອບມີການຮ້ອງເພງ,
ການຟ້ອນ, ກາຍະ ສິນ, ສິລະປະປ້ອງກັນໂຕແບບພື້ນເມືອງລາວປະສານສົມທົບກັບດົນຕີ ແລະ ແສງ, ສີ,
ສຽງໂດຍເຕັກນິກສູງໃນພິທີເປີດ ແລະ ປິດເຊິ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກຜູ້ຊົມທັງຢູ່ພາຍໃນ
ແລະ ຕ່າງປະເທດຢ່າງກວ້າງຂວາງ.
ສຳລັບການສະແດງມີທັງ ໝົດ 51 ລາຍການ ປະກອບມີ
ຟ້ອນພື້ນເມືອງ, ຮ້ອງເພງ, ດົນຕີ ພື້ນເມືອງ ແລະ ຂັບລຳພື້ນ ເມືອງທ້ອງຖິ່ນ, ມີນັກສະແດງຍິງ-ຊາຍ
ເຂົ້າຮ່ວມທັງໝົດ 360 ກວ່າຄົນຈາກ 16 ແຂວງ ແລະ ນະຄອນ ຫລວງວຽງຈັນ ແລະ ຈະສະແດງໃນບຸນນະມັດສະການພະທາດ
ຫລວງດັ່ງມີລາຍການລະອຽດຄື :
ສຳລັບຕອນຄ່ຳຂອງວັນທີ 13 ພະຈິກ ຢູ່ເວທີເດີ່ນທາດຫລວງຈະມີການສະແດງຂອງຄະນະສິ
ລະປະແຂວງເຊກອງ, ອຸດົມໄຊ, ຫົວພັນ, ບໍລິຄຳໄຊ ແລະ ຫລວງພະບາງ, ສ່ວນຕອນຄ່ຳຂອງວັນທີ
14 ພະຈິກ ແມ່ນການສະແດງຂອງຄະນະສິລະປະກອນແຂວງໄຊຍະບູລີ, ຄຳມ່ວນ, ສາລະວັນ,
ຜົ້ງສາລີ ແລະ ຈຳປາສັກ, ຕອນຄ່ຳວັນທີ 15 ພະຈິກ ຈະມີການສະແດງຂອງໜ່ວຍສິລະປະກອນແຂວງບໍ່ແກ້ວ,
ຫລວງນ້ຳທາ, ຊຽງຂວາງ, ສະຫວັນນະເຂດ ແລະ ອັດຕະປື, ຕອນຄ່ຳວັນທີ 16 ພະຈິກ ແມ່ນການສະແດງຂອງໜ່ວຍສິລະປະກອນຂອງປະເທດເພື່ອນມິດ
ຄືກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຣາຊະອານາຈັກໄທ, ຫວຽດນາມ ແລະ ຄະນະສິ ລະປະກອນລາວເຮົາ,
ສ່ວນຕອນຄ່ຳວັນທີ 17 ພະຈິກ ຊຶ່ງເປັນຄ່ຳ ຄືນສຸດທ້າຍຂອງບຸນ ກໍຈະມີການສະແດງຂອງໜ່ວຍສິລະປະ
ກອນແຂວງວຽງຈັນ, ນະຄອນ ຫລວງວຽງຈັນ ແລະ ໜ່ວຍສິລະປະອາຊີບຕ່າງໆອີກຈຳນວນໜຶ່ງ.
No comments:
Post a Comment