ສະພາບແວດລ້ອມໜ້າ ດິນ ແລະ ປ່າໄມ້ຢູ່ເຂດສຳປະທານຂອງບໍ່ຄຳ- ທອງເຊໂປນ
ພວມມີການປົວແປງສະພາບໃຫ້ສົມດູນກັບທຳມະຊາດຫຼາຍທີ່ສຸດ ນັບແຕ່ໄດ້ມີການບຸກເບີກ ແລະ ຂຸດເຈາະບໍ່ທອງ-ຄຳໃນເຂດດັ່ງກ່າວ
ແລະ ເມື່ອ ໄລຍະການສຳປະທານທີ່ພວມຈະໝົດລົງໃນອີກບໍ່ເທົ່າໃດປີຂ້າງໜ້າຊຶ່ງເຮັດ ໃຫ້ບໍລິສັດຕ້ອງໄດ້ມີການເລັ່ງພັດທະນາສະພາບແວດລ້ອມຕາມພັນທະທີ່ຕົກ ລົງກັບລັດຖະບານ. ມາຮອດປັດຈຸບັນເນື້ອທີ່ຫຼາຍເຮັກຕາກໍໄດ້ມີການປົວແປງສະພາບແວດລ້ອມທີ່ຖືກລົບກວນໃຫ້ມີສະພາບປົກກະຕິໃຫ້ຫຼາຍທີ່ ສຸດຊຶ່ງຄາດວ່າຈະໃຊ້ເວລາຫຼາຍສົມຄວນເພື່ອສາມາດຟື້ນຟູສິ່ງແວດລ້ອມໄດ້
ກັບມາສົມບູນຫຼາຍຂຶ້ນ.
ການຟື້ນຟູສະພາບແວດລ້ອມໃນເຂດສຳປະທານບໍ່ຄຳ-ທອງ
ເຊໂປນ ເປັນວຽກງານໜຶ່ງທີ່ສຳຄັນພາຍຫຼັງກອງປະຊຸມ ຂອງຄະນະກຳມະການປິດບໍ່ຂອງບໍ່ຄຳ-ທອງ ເຊໂປນ
ໄດ້ມີການພິຈາລະນາຄາດວ່າອາດຈະດຳເນີນການຜະລິດຢ່າງໜ້ອຍຮອດ
ປີ 2020 ຊຶ່ງຕ້ອງໄດ້ມີການວາງແຜນເບື້ອງຕົ້ນສຳລັບການປິດບໍ່ເພື່ອຮັບປະກັນໃຫ້ສະພາບແວດລ້ອມທີ່ດີບໍ່ໃຫ້ມີຜົນກະທົບ
ໂດຍມາຮອດປັດຈຸບັນການຟື້ນຟູສະພາບແວດລ້ອມທີ່ຖືກລົບກວນນັ້ນກໍເຫັນໄດ້ວ່າມີການປັບປຸງດີຂຶ້ນໄປຕາມລຳດັບ.
ວິຊາ ການທີ່ປຶກສາດ້ານສິ່ງແວດລ້ອມບໍ່ຄຳ -ທອງເຊໂປນ ໃຫ້ຮູ້ວ່າ: ພາຍຫຼັງການຂຸດຄົ້ນແຮ່,
ການຟື້ນຟູກໍດຳເນີນຂຶ້ນເພື່ອປັບສະ ພາບໜ້າດິນໃຫ້ແໜ້ນ ແລະ ປູກຕົ້ນໄມ້ຄືນໃໝ່ໃນປີ 2012 ຈຳນວນ
15,6 ເຮັກຕາໄດ້ຮັບການຟື້ນຟູຄືນຊຶ່ງຫຼາຍກວ່າ 39% ຂອງການຟື້ນຟູທີ່ໄດ້ວາງແຜນໄວ້. ປັດຈຸບັນການບູລະນະເຂດທີ່ໄດ້ຮັບການຟື້ນຟູແລ້ວບັນລຸໄດ້ຫຼາຍກວ່າ
37 ເຮັກຕາ ໂດຍ ການຟື້ນຟູແມ່ນມີການປູກຕົ້ນໄມ້ຄືນເພື່ອເຮັດໃຫ້ໜ້າດິນໝັ້ນຄົງ ແລະ ປ້ອງກັນການເຊາະເຈື່ອນ.
ຈາກນັ້ນກໍບຳລຸງຮັກສາ ແລະ ໄດ້ຮ່ວມກັບອົງການອະນຸລັກສັດປ່າ (WCS ) ເພື່ອເພີ່ມຈຳນວນປະຊາກອນແຂ້ນ້ຳຈືດ,
ອະນຸລັກເຂດນ້ຳລຳທານ ທີ່ ພວກມັນອາໄສຢູ່ ແລະ ປັບປຸງການດຳລົງຊີວິດສຳລັບບັນດາຊຸມຊົນທີ່ອາໄສຢູ່ຄຽງຄູ່ກັບແຂ້ນ້ຳຈືດ
ແລະ ໂຄງການຮັກສາແຫຼ່ງ ນ້ຳຊຶ່ງໄດ້ມີການສ້າງອ່າງບຳບັດນ້ຳທີ່ໄຫຼຜ່ານບໍລິເວນເຂດຂຸດຄົ້ນບໍ່ຄຳ-ທອງເຊໂປນ
ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ສະພາບແວດ ລ້ອມຫ້ວຍຮ່ອງ, ລຳເຊ ແລະ ການດຳລົງຊີວິດຂອງປະຊາຊົນ.
This comment has been removed by the author.
ReplyDelete