ກະຊວງແຜນການ ແລະ ການລົງທຶນຮ່ວມກັບທະນາຄານພັດທະນາອາຊີ
ໄດ້ຈັດກອງປະຊຸມປືກສາຫາລືຄູ່ຮ່ວມພັດທະນາກ່ຽວກັບເສດຖະກິດມະຫາພາກຂຶ້ນໃນວັນທີ
12 ພະຈິກນີ້ຢູ່ ໂຮງແຮມລາວພລາຊາ ໂດຍການເປັນປະທານຮ່ວມຂອງ ທ່ານ ດຣ ຄຳລຽນ ພົນເສນາ
ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ, ມີທ່ານ ບາເລນ ຟຣິລິງ ຜູ້ຮັກສາການຫົວໜ້າທະນາຄານພັດທະນາອາຊີປະຈຳລາວ,
ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເພື່ອແຈ້ງໃຫ້ຄູ່ຮ່ວມພັດທະນາຮູ້ກ່ຽວກັບສະພາບເສດຖະກິດມະຫາພາກຢູ່ລາວ
ແລະ ປືກສາຫາລືຮ່ວມກັນເພື່ອສະເໜີເປັນທິດທາງການແກ້ໄຂໃນໄລຍະສັ້ນແລະໄລຍະຍາວ.
ພ້ອມທັງໄດ້ຮັບຟັງການລາຍງານສະພາບການໃນປັດຈຸບັນທາງການເງິນ,ເງິນຕາ ແລະ ມາດຕະ
ການແກ້ໄຂ ຊຶ່ງຈະເປັນການປະກອບສ່ວນທີ່ສຳຄັນໃຫ້ແກ່ກອງປະຊຸມໂຕະມົນລະດັບສູງຄັ້ງທີ
11 ທີ່ຈະໄດ້ຈັດຂຶ້ນໃນວັນທີ 19 ພະຈິກນີ້.ພ້ອມນີ້ຍັງແຈ້ງໃຫ້ຄູ່ຮ່ວມພັດທະນາໄດ້ຮູ້ກ່ຽວກັບການຈັດຕັ້ງປະຕິ
ບັດແຜນພັດທະ ນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ VII (2011 -2015)
ເພື່ອສູ້ຊົນເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ
ແລະ ໝັ້ນທ່ຽງ ແລະ ບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ MDGs ໃນປີ
2015 ນອກນີ້ຍັງໄດ້ປຶກ ສາຫາລືກ່ຽວກັບການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
5 ປີ ຄັ້ງທີ VIII 2016-2020 ເພື່ອນຳເອົາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ.
No comments:
Post a Comment