ພະນັກງານລະດັບສູງຂອງລັດວິສາຫະກິດການບິນລາວໃຫ້ຮູ້ວ່າ:
ພາຍ ຫລັງເກີດໂສກນາດຕະກຳ ເຮືອບິນ ATR72-600 ຂອງສາຍການບິນລາວ ຖ້ຽວບິນ ວຽງຈັນ-ປາກເຊຕົກລົງນ້ຳຂອງ
ຢູ່ແຂວງຈຳປາສັກ ເມື່ອກາງ ເດືອນຕຸລາຜ່ານມາ ໄດ້ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 49 ຄົນ, ໃນນັ້ນ
ມີຈຸບິນ 5 ຄົນ. ເຫດການທີ່ບໍ່ເພິ່ງປາຖະໜາດັ່ງກ່າວເຖິງວ່າ ໄດ້ຮັບການຊ່ວຍ ເຫລືອໃນການກູ້ໄພ
ແລະ ໄດ້ຮັບການສະແດງຄວາມເສຍໃຈຈາກນາໆປະເທດຕໍ່ຍາດ ພີ່ນ້ອງຜູ້ທີ່ເຄາະ ຮ້າຍແລ້ວ, ມາຮອດປັດ
ຈຸບັນຍອມຮັບວ່າການບໍລິການໃນບາງສາຍການບິນແມ່ນຫລຸດລົງໂດຍສະເພາະແມ່ນຖ້ຽວບິນປາກ ເຊແມ່ນມີລູກຄ້າຫລຸດລົງ
ປະມານ 20-30%, ສ່ວນສາຍທາງອື່ນໆທັງພາຍໃນ ແລະ
ຕ່າງປະເທດແມ່ນຍັງມີຜູ້ໂດຍສານ ບໍລິການປົກກະຕິ.
ທ່ານ ສະເຫລີມ ໄຕຍາລາດ ຫົວໜ້າຝ່າຍການຕະຫລາດວິສາ
ຫະກິດການບິນລາວ ກ່າວວ່າ: ການບິນລາວຕັ້ງເປົ້າໃຫ້ ໂຕເລກຜູ້ໂດຍສານບັນລຸ 1 ລ້ານກວ່າຄົນໃນປີ
2013, ແຕ່ເມື່ອເກີດອຸປະຕິເຫດດັ່ງກ່າວອາດເຮັດໃຫ້ເປົ້າໝາຍຕັ້ງໄວ້ເປັນໄປ
ໄດ້ຍາກ. ແຕ່ເຖິງຢ່າງໃດໃນປັດຈຸບັນ,
ການບິນລາວພວມສຸມໃສ່ພັດທະນາການບໍລິການໃຫ້ດີກວ່າເກົ່າໂດຍສະເພາະປັບປຸງ ແຜນລະບົບການບິນທັງພາຍໃນ
ແລະ ຕ່າງປະເທດເພື່ອເລັ່ງຟື້ນຄືນຄວາມເຊື່ອໝັ້ນຂອງລູກຄ້າ. ປັດຈຸບັນ, ລັດວິສາຫະກິດ ການບິນລາວມີເຮືອບິນທັງໝົດ
13 ລຳ, ໃນນັ້ນ ມີແອບັດ A320 ຈຳນວນ 4 ລຳ, ATR 5 ລຳ ແລະ MA 60 ຈຳນວນ 4 ລຳ, ສ່ວນບັນຫາມີບາງເວບໄຊ
ຂອງຕ່າງປະເທດທີ່ໂຄສະນາວ່າ: ການບິນລາວບໍ່ໄດ້ມາດຕະຖານນັ້ນແມ່ນບໍ່ມີມູນຄວາມຈິງ ແລະ ເວບໄຊເຫລົ່ານັ້ນກໍບໍ່ເຄີຍມາ
ກວດສອບມາດຕະຖານການບິນລາວແຕ່ຢ່າງໃດອັນເປັນການກ່າວຫາທີ່ບໍ່ດີ.
No comments:
Post a Comment