Ad

Ad

13 November 2013

ຍ້ອນຫຍັງການວິໄຈນ້ຳໜອງຫານຈຶ່ງຊັກຊ້າ



          ຜ່ານໄປສິບກວ່າມື້ແລ້ວ ທີ່ໜ່ວຍງານສິ່ງແວດລ້ອມນະຄອນຫລວງ ໄດ້ ເອົາຕົວຢ່າງນ້ຳໜອງຫານຢູບ້ານນາທາມ ເມືອງ ປາກງື່ມ ນະຄອນຫລວງວຽງຈັນ ໄປວິໄຈຫາສາເຫດທີ່ພາໃຫ້ເກີດປາຕາຍເປັນຈຳນວນຫລາຍຢູ່ໜອງນ້ຳດັ່ງກ່າວ, ແຕ່ມາຮອດ ປັດຈຸບັນກໍຍັງບໍ່ມີຄຳຕອບ ແລະ ຖ້າແກ່ຍາວໄປດົນເທົ່າໃດກໍຍິ່ງສົ່ງຜົນ ກະທົບໃຫ້ປະຊາຊົນມີຄວາມຫຍຸ້ງຍາກລຳບາກໃນການທຳມາຫາກິນ ແລະ ດຳລົງຊີ ວິດເພີ່ມຂຶ້ນເທົ່ານັ້ນ ເນື່ອງຈາກໜອງນ້ຳດັ່ງກ່າວແມ່ນແຫລ່ງອູ່ເຂົ້າອູ່ປາທີ່ສະໜອງອາຫານ ແລະ ພືດຜັກຕ່າງໆໃຫ້ແກ່ປະຊາ ຊົນໃນເຂດດັ່ງກ່າວນັ້ນມາແຕ່ດົນນານ.
            ທ່ານ ແຊວ ນາຍບ້ານນາ ທາມ ໃຫ້ຮູ້ວ່າ: ນັບແຕ່ເກີດມີສະພາບປາຕາຍຢ່າງຫລວງຫລາຍຢູ່ໜອງຫານເມື່ອກາງ ເດືອນຕຸລາຜ່ານມາໄດ້ເຮັດໃຫ້ປະຊາຊົນບ້ານ ນາທາມ ແລະ ບ້ານໃກ້ຄຽງ ບໍ່ກ້າໄປຫາປາ ແລະ ພືດຕ່າງໆມາບໍລິໂພກຄືດັ່ງປົກ ກະຕິຍ້ອນມີຄວາມກັງວົນຢ້ານວ່າປາ ແລະ ພືດຢູ່ໜອງຫານອາດມີສານເຄມີອັນຕະລາຍປົນເປື້ອນອັນເປັນສາເຫດໃຫ້ມີປາຈຳ
ນວນຫລາຍຕາຍ ແລະ ຕົກມາຮອດວັນທີ 31 ຕຸລາ 2013, ມີພະນັກງານຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມນະຄອນຫລວງວຽງຈັນຈຳນວນໜຶ່ງໄດ້ລົງກວດກາ ແລະ ໄດ້ເກັບເອົາຕົວຢ່າງນ້ຳຢູ່ໜອງດັ່ງກ່າວມາວິໄຈ, ແຕ່ມາ ຮອດປັດຈຸບັນຜົນການວິໄຈກໍຍັງບໍ່ມີຄວາມຄືບໜ້າໃນຄຳຕອບແຕ່ຢ່າງໃດ ແລະ ໜ່ວຍງານທີ່ເອົານ້ຳມາວິໄຈກໍບໍ່ໄດ້ຕິດຕໍ່ຫາອຳ ນາດການປົກຄອງບ້ານນັບແຕ່ມື້ລົງກວດ. ເມື່ອອຳນາດການປົກຄອງບ້ານສອບຖາມໄປຫາກໍໄດ້ຮັບຄຳຕອບວ່າຍັງບໍ່ທັນມີເວລາ ກວດໃຫ້ເທື່ອໂດຍອ້າງເຫດຜົນຄາວຽກປະຊຸມ, ໄປຕ່າງແຂວງ ແລະ ອື່ນໆ ເໜືອກວ່າຄວາມກັງວົນຂອງປະຊາຊົນ.
            ຈາກສະພາບດັ່ງກ່າວຈຶ່ງ ເຮັດໃຫ້ປະຊາຊົນທີ່ອາໄສທຳມາຫາກິນຕາມໜອງນ້ຳທຳມະຊາດແຫ່ງນີ້ມີຄວາມຫຍຸ້ງຍາກ ລຳບາກຫລາຍຕໍ່ການດຳລົງຊີວິດເພາະບໍ່ຮູ້ວ່າຕ້ອງລໍຖ້າອີກດົນປານໃດຈຶ່ງຈະຮູ້ເຖິງຜົນການວິໄຈແທ້ຈິງວ່າມີຄວາມປອດໄພ ຈາກສານເຄມີ ຫລື ບໍ່.
               ນາຍບ້ານນາທາມ ກ່າວວ່າ: ໜອງຫານມີເນື້ອທີ່ກວ້າງ 200 ກວ່າເຮັກຕາ, ເປັນໜອງນ້ຳທຳມະຊາດທີ່ອຸດົມສົມ ບູນໄປດ້ວຍປູປານາໆຊະນິດ, ເປັນແຫລ່ງອູ່ເຂົ້າອູ່ປາຫລໍ່ລ້ຽງປະຊາຊົນເຂດເມືອງ ປາກງື່ມ ມາແຕ່ດຶກດຳບັນ, ເປັນບຶງທີ່ສະ ໜອງນ້ຳໃຫ້ແກ່ການຜະລິດກະສິ ກຳຢູ່ເຂດດັ່ງກ່າວໄດ້ຕະຫລອດ ທັງປີ ໂດຍສະເພາະເຮັດນາໄດ້ ສອງລະດູ. ນັບແຕ່ມີໂຮງ ງານຜະລິດແປ້ງມັນຕົ້ນລາວ-ອິນໂດ ໄຊນາ ມາຕັ້ງຢູ່ເຂດບ້ານນາຊອນ (ຫລັກ47ຖະໜົນ13ໃຕ້) ໄດ້ມີການປ່ອຍນ້ຳເປື້ອນ ຈາກການຜະລິດຂອງໂຮງງານລົງສູ່ຫ້ວຍກອຍໄຫລໄປອັ່ງຢູ່ໜອງຫານ ຈຶ່ງເກີດມີປາຕາຍຢ່າງຫລວງຫລາຍ ແລະ ໂຮງງານ ໄດ້ອອກມາສະແດງຄວາມຮັບຜິດຊອບໂດຍການຊື້ລູກປາມາປ່ອຍ 3 ປີຊ້ອນ ຈຳນວນ 5 ແສນກວ່າໂຕ. ຈົນມາຮອດເດືອນ ຕຸລາ 2013 ຈຶ່ງເກີດມີສະພາບປາຕາຍເປັນຈຳນວນຫລາຍອີກ ແລະ ປະຊາຊົນເຊື່ອວ່າສະພາບດັ່ງກ່າວອາດເປັນຍ້ອນມີສານ ເຄມີໄຫລລົງສູ່ໜອງຫານອີກ. ສະນັ້ນ ປະຊາຊົນຈຶ່ງຕ້ອງການຮູ້ຄຳຕອບກ່ຽວກັບຜົນການກວດສອບນ້ຳໂດຍໄວວ່າພວກເຂົາ ຍັງສາມາດທຳມາຫາກິນປອດໄພ ຫລື ບໍ່ ?.

No comments:

Post a Comment