Ad

Ad

13 November 2013

ຖືກຕັດອິດສະລະພາບ 10 ປີ ຍ້ອນປຸ້ນຊັບ



          ທ້າວ ພອນສະຫວັນ ອາຍຸ 21 ປີ ຢູ່ບ້ານໜອງດ້ວງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຖືກສານ ຕັດສິນລົງໂທດຕັດອິດສະລະພາບ 10 ປີ ພ້ອມປັບໃໝ  6,5 ລ້ານກີບ ໃນຂໍ້ຫາປຸ້ນຊັບພົນລະເມືອງ ເຮັດໃຫ້ສັງຄົມບໍ່ມີ ຄວາມສະຫງົບ.
            ຄະນະສານອາຍາຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ເປີດປະຊຸມສານ ໃນວັນທີ 12 ພະຈິກ ເພື່ອພິຈາລະນາຄະດີ ທ້າວ ພອນສະຫວັນ (ຈຳເລີຍ) ຖືກຫາວ່າປຸ້ນຊັບພົນລະເມືອງ ແລະ ຊີງຊັບພົນລະເມືອງຖືກກັກໂຕ ໃນວັນທີ 16 ທັນວາ 2012 ຢູ່ຄ້າຍຄຸມຂັງນະຄອນບານ.
         ອີງຕາມສຳນວນຄະດີອາ ຍາເລກທີ 662/ອຍກ.ນວ, ລົງວັນ ທີ 22 ສິງຫາ 2013 ຮູ້ວ່າ: ທ້າວ ພອນສະຫວັນ, ຜ່ານ ມາເຄີຍກໍ່ຄະດີປຸ້ນຊັບ ແລະ ຊີງຊັບ ຂອງປະຊາຊົນ ຢູ່ເຂດນະຄອນຫຼວງວຽງຈັນມາແລ້ວຫຼາຍເທື່ອ ໂດຍ ໄດ້ມີການໃຊ້ອາວຸດ ປືນເພື່ອປຸ້ນ- ຈີ້ເອົາຊັບສິນຂອງປະຊາຊົນຕາມເສັ້ນທາງປ່ຽວ ແລະ ຈຸດຫຼໍ່ແຫຼມພ້ອມທັງທຳຮ້າຍຮ່າງກາຍຜູ້ເສຍຫາຍຄືທ້າຍປີ 2012,ໄດ້ຮ່ວມກັບໝູ່ກໍ່ເຫດປຸ້ນຊັບຂອງປະຊາຊົນໂດຍການໃຊ້ປືນສັ້ນໄປຈີ້ເອົາກະເປົາຂອງຜູ້ຍິງຄົນໜຶ່ງຢູ່ເຂດຖະໜົນສາມ ແຍກໜອງບຶກ ຊຶ່ງໄດ້ເງິນ 2 ພັນກວ່າບາດແລ້ວຫຼົບໜີ ແລະ ຄະດີອື່ນໆກ່ອນຈະຖືກເຈົ້າໜ້າທີ່ຈັບມາດຳເນີນຄະດີ.

            ສານນະຄອນຫຼວງວຽງຈັນ ລົງຄວາມເຫັນວ່າ: ຜ່ານການໃຫ້ການຕໍ່ສານ ແລະ ການຄົ້ນຄວ້າຂໍ້ມູນຫຼັກຖານ ແລະ ເອ ກະສານຕ່າງໆທີ່ປະກອບໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນເຫັນວ່າ: ມີຂໍ້ມູນຫຼັກຖານໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ທ້າວ ພອນສະຫວັນ ໄດ້ກະທຳຜິດຕໍ່ກົດໝາຍອາຍາໃນສະຖານປຸ້ນຊັບພົນລະເມືອງ ແລະ ຊີງຊັບພົນລະເມືອງເປັນການກະ ທຳຜິດ ຕໍ່ກົດໝາຍອາຍາທີ່ແຕະຕ້ອງເຖິງກຳມະສິດ, ສຸຂະພາບຂອງບຸກຄົນອື່ນທັງເຮັດໃຫ້ ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມທີ່ໄດ້ບັນຍັດໄວ້ໃນມາດຕາ 118 ແລະ 119 ຂອງກົດໝາຍອາຍາ.

No comments:

Post a Comment