Ad

Ad

13 November 2013

ໂຍທາທິການ ແລະ ຂົນສົ່ງຮ່ວມກັບໄອເອັຟຊີພັດທະນາທາງຫລວງເຫນືອ-ໃຕ້



                ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ສປປ ລາວ ​​ແລະ ອົງການ​ການ​ເງິນ​ສາກົນພາກ ພື້ນອາຊີ-ປາຊີ​ຟິກຕາ​ເວັນ​ອອກ ໄດ້​ຕົກລົງ​ຮ່ວມ​ມື​ຊຸກຍູ້ການ​ລົງ ທຶນທັງ​ພາກ​ລັດ ​ແລະ ພາກ​ທຸລະ​ກິດເພື່ອ​​ສ້ອມ​ແປງ​ຍົກ​ລະດັບ​ເສັ້ນ ທາງ​ຫລວງ​ແຫ່ງ​ຊາດ 13 ​ເໜືອ​ແຕ່​ນະຄອນຫລວງ​ວຽງຈັນ-ວັງ​ວຽງ ​ແຂວງ​ວຽງຈັນ ​​ໃນ​ໄລຍະ​ທາງ​ 136 ກິ​ໂລ​ແມັດ ແລະ ນະ ຄອນຫລວງ​ວຽງຈັນ-ປາກ​ຊັນ ​ແຂວງ​ບໍລິ​ຄຳ​ໄຊ ​ໄລຍະ​ທາງ​ 131 ກິ​ໂລ​ແມັດ ​ເພື່ອ​ໃຫ້​​ສະດວກ​ສະ ບາຍ​ຕໍ່ການ​ສັນຈອນຂອງພາຫະ ນະ ເຊິ່ງພິທີ​ເຊັນ​ສັນຍາ​ການ​ຮ່ວມ​ມື​ດັ່ງກ່າວ​ໄດ້​ຈັດຂຶ້ນ​ໃນ​​ວັນ​ທີ 12 ພະຈິກ 2013 ຢູ່ນະຄອນຫລວງ ວຽງຈັນ ລະຫວ່າງທ່ານ ມັດ ສູນ​ມາລາ ຫົວໜ້າກົມ​ແຜນການ ​ແລະ ການ​ລົງທຶນ ກະຊວງ​ໂຍທາ​ທິການແລະຂົນ​ສົ່ງ ​ແລະ ທ່ານ ອີ​ກາ ຊາ​ຮາ​ເວ​ຍ (Edgar saravia) ຜູ້​ຈັດການ​ຂອງອົງການການເງິນ​ສາກົນພາກພື້ນອາຊີ-ປາຊີ​ຟິກຕາ​ເວັນ​ອອກ​ໂດຍ​ມີ​ທ່ານ ສົມ​ມາດ ພົນ​ເສນາ ລັດ ຖະມົນຕີ​ວ່າການ​ກະ ຊວງ​ໂຍທາທິການ ​ແລະ ຂົນ​ສົ່ງ ​ພ້ອມ​ຄະນະ​ຜູ້​ແທນ​ສອງ​ຝ່າຍເຂົ້າ​ຮ່ວມ​ເປັນສັກຂີ​ພະຍານ.
           ໂຄງການນີ້, ໄອ​ເອັຟຊີ ຈະເປັນ​ທີ່​ປຶກສາ​ຊ່ວຍ​ເຫລືອກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ສປປ ລາວ ​ເພື່ອ​ສຶກສາ​ສຳ​ຫລວດ ​ແລະ ສ້າງ​ໂຄງ​ຮ່າງ​ສຳລັບ​ທຸລະ​ກຳ​ການ​ເງິນໂດຍ​ສະ​ເພາະ​ການ​ກຳ ນົດ​ຮູບ​ແບບ​ການ​ລົງທຶນ​ໃຫ້​ເໝາະ ສົມ​ກັບ​ສະພາບ​
ເງື່ອນ​ໄຂ​ຂອງ​ລາວທັງ​ຊ່ວຍ​ລະດົມ​ແຫ​ລ່ງທຶນ​ຈາກ​ພາກ​ລັດ ​ແລະ ທຸລະ​ກິດ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃຫ້​ເຂົ້າ​ມາ​ລົງທຶນ​ຢູ່​ລາວກໍ​ຄື​ການ​ພັດ ທະນາ​ຍົກ​ລະດັບ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ​ດັ່ງກ່າວ ເຊິ່ງຈະ​ຮ່ວມ​ມື​ສຶກສາ​ກະກຽມທັງ​ການ​ເງິນ ​ແລະ ​ເຕັກ ນິກ​ໃຫ້​ສຳ​ເລັດ​ພາຍ​ໃນ​ 9 ​ເດືອນ ຫລື ທ້າຍ​ປີ 2014.ຈາກ​ນັ້ນຈະ​ໄດ້​ເປີດ​ກວ້າງ​ການ​ປະມູນ​ເອົາ​ບັນດາ​ບໍລິສັດທີ່​​ສົນ​ໃຈ​ເຂົ້າ​ມາ​ລົງທຶນ.
          ສຳລັບ​ການ​ປັບປຸງ​ຍົກ​ລະ ດັບ​ເສັ້ນທາງ​ຫລວງ​ທັງ​ສອງ​ໄລຍະ​ນັ້ນຈະ​ພັດທະນາ​ແຕ່​ນະຄອນຫລວງວຽງຈັນ-​ໂພນ​ໂຮງ ​ແລະ ນະຄອນຫລວງ​ວຽງຈັນ-ບ້ານ​ໄຮ່​ປາກງື່ມ​ໃຫ້​ເປັນ​ທາງ 4 ​ຊ່ອງຈະລາຈອນ, ຈະ​ເກັບ​ຄ່າ​ທຳນຽມຕາມ​ຄວາມ​ເໝາະສົມ​ ແລະ ມີ​ໄລຍະ​​ສຳ​ປະທານ 30 ປີ.ທັງ​ນີ້ເມື່ອໂຄງການ​ໄດ້​ຮັບ​ການຈັດຕັ້ງ​ເປັນ​ຮູບ​ປະ​ທຳຕາມ​​ບົດຮຽນ​ຈາກ​​ຕ່າງປະ​ເທດຈະ​ສາ ມາດ​ຫລຸດຜ່ອນ​ການ​ລົງທຶນ​ຂອງ​ລັດ​ໄດ້​ຢ່າງ​ຫລວງຫລາຍ.

No comments:

Post a Comment