Ad

Ad

12 November 2013

ງານວາງສະແດງສິນຄ້າບຸນນະມັດສະການພະທາດຫລວງເປີດຂຶ້ນແລ້ວ



            ງານວາງສະແດງສິນຄ້າ ໃນບຸນນະມັດສະການພະທາດຫລວງວຽງຈັນ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 11 ພະ ຈິກ 2013 ຢູ່ເດີ່ນພະທາດຫລວງ ໂດຍມີທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ມີການນຳນະຄອນຫລວງ ວຽງຈັນ, ບັນດາແຂວງ, ທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນຕ່າງໆ ປະຈຳລາວ ພ້ອມດ້ວຍນັກທຸລະກິດ ແລະ ຫ້າງຮ້ານວາງ ສະແດງຕ່າງໆທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫລາຍ. ງານຕະຫລາດດັ່ງກ່າວ ຈະດຳ ເນີນໄປເຖິງວັນທີ 17 ພະ ຈິກ 2013 ສ່ວນການວາງສະແດງ ແລະ ຂາຍສິນຄ້າຢູ່ສູນການຄ້າ ລາວ-ໄອເຕັກ ເຊິ່ງໄດ້ເລີ່ມມາແຕ່ ວັນທີ 8-17 ພະຈິກ 2013.                           
       ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ລາຍງານໃນພິທີວ່າ: ການຈັດງານວາງສະແດງ ສິນຄ້າໄດ້ກາຍເປັນປະເພນີປະກອບສ່ວນໃຫ້ແກ່ບຸນນະມັດສະການພະທາດຫລວງວຽງຈັນມີບັນຍາກາດຟົດຟື້ນຍິ່ງຂຶ້ນແລະ ເປັນງານທີ່ມີຄວາມໝາຍສຳຄັນຕໍ່ຊາວນະຄອນຫລວງວຽງຈັນກໍຄືຊາວລາວບັນດາເຜົ່າ. ພ້ອມທັງເປັນການຊຸກຍູ້, ສົ່ງເສີມ ແລະ ຮັກສາໄດ້ຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາດລາວທີ່ມີມາແຕ່ບູຮານນະການໃຫ້ຍືນຍົງຕະຫລອດໄປ,
ທັງເປັນບ່ອນເຕົ້າໂຮມ, ແລກປ່ຽນສິນຄ້າທີ່ຜະລິດຈາກພາຍໃນ ແລະ ຕ່າງປະເທດເພື່ອໃຫ້ປະຊາຊົນໄດ້ຊື້, ຂາຍ ແລະ ເປັນໂອ ກາດໃຫ້ແກ່ຜູ້ຜະລິດໄດ້ແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆດ້ວຍກັນ ພ້ອມເປັນໂອກາດໃຫ້ຊາວໄຮ່ນາທີ່ຢູ່ນະຄອນ ຫລວງ ແລະ ແຂວງອ້ອມຂ້າງໄດ້ນຳເອົາຜົນຜະລິດຂອງຕົນມາແລກປ່ຽນຊື້ຂາຍຈົນກາຍເປັນປະເພນີອັນດີງາມທີ່ສືບສານກັນ ມາຫລາຍຮ້ອຍປີ, ງານວາງສະແດງສິນຄ້າ ແລະ ບຸນນະມັດສະການພະທາດຫລວງ ປີ 2013 ນີ້ ໄດ້ກາຍເປັນງານລະດັບຊາດ ທີ່ມີການເຂົ້າຮ່ວມວາງສະແດງສິນຄ້າຈາກພາຍໃນ ແລະ ຕ່າງປະເທດ, ທັງພາກລັດ ແລະ ເອກະຊົນເປັນຈຳນວນຫລວງຫລາຍ ໂດຍໄດ້ຈັດຂຶ້ນຢູ່ 2 ຈຸດຄື:ຢູ່ເດີ່ນພະທາດຫລວງມີ 510 ຫົວໜ່ວຍ ແລະ ສູນການຄ້າລາວ-ໄອເຕັກ ມີ 350 ຫົວໜ່ວຍ, ຊຶ່ງ ສິນຄ້າທີ່ນຳມາວາງສະແດງປະກອບມີປະເພດຫັດຖະກຳ, ກະສີກຳ, ອຸດສາຫະກຳ, ເຄື່ອງໃຊ້ສອຍ, ອາຫານ ແລະ ເຄື່ອງດື່ມ ຕ່າງໆ. ນອກຈາກນີ້ ຍັງມີການສະແດງສິລະປະດົນຕີ ແລະ ອື່ນໆ.                            
            ໃນໂອກາດນີ້ ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດຕັດແຖບຜ້າ ແລະ ປ່ອຍປູມເປົ້າເພື່ອເປັນສັນຍາລັກ ການໄຂງານວາງສະແດງສິນຄ້າໃນບຸນນະມັດສະການພະທາດຫລວງ ໄດ້ໄຂຂຶ້ນຢ່າງເປັນທາງການ ແລະ ໄດ້ຢ້ຽມຊົມບັນດາ ຮ້ານວາງສະແດງ ແລະ ຜະລິດຕະພັນສິນຄ້າໂອດອບຂອງບັນດາເມືອງ, ຂອງຄອບຄົວຕົວແບບຕ່າງອີກດ້ວຍ.

No comments:

Post a Comment