Ad

Ad

12 November 2013

ລາວ-ຮົງກາລີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ



            ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດ ຖະມົນຕີ ໄດ້ນຳຄະນະຜູ້ແທນຂັ້ນສູງຂອງລາວ ຢ້ຽມຢາມ ປະເທດຮົງກາລີ  ລະຫວ່າງວັນທີ 4-8 ພະຈິກນີ້ ຕາມຄຳ ເຊີນ ຂອງ ທ່ານ ປີເຕີ ຊິ ຢາກໂຕ (Peter Szijjarto), ລັດຖະເລຂາທິການປະຈຳສຳນັກງານລັດຖະບານຮັບຜິດ ຊອບວຽກງານ ການຕ່າງປະເທດ ແລະ ການພົວພັນ ເສດ ຖະກິດກັບພາຍ ນອກ ຂອງ ຮົງກາລີ ເພື່ອຮັດແໜ້ນສາຍ ພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງປະຊາຊົນສອງຊາດ ລາວ-ຮົງກາລີ ແລະ ເພີ່ມທະວີການຮ່ວມມືສອງຝ່າຍໃນ ດ້ານຕ່າງໆເຊັ່ນ: ກະສິກຳ ແລະ ປຸງແຕ່ງຜະລິດຕະພັນກະສິກຳ, ການລ້ຽງສັດ ແລະ ການປະມົງ ໃນໄລຍະການເຄື່ອນໄຫວ ຢ້ຽມຢາມທ່ານຮອງນາຍົກລັດຖະມົນຕີໄດ້ພົບປະກັບທ່ານ ຢອກຢີ ແຊກວັນ (Gyorgy Czer van) ລັດຖະມົນຕີຊ່ວຍວ່າ ການກະຊວງພັດທະນາຊົນນະບົດ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນສອງຝ່າຍ ແລະ ຜົນ ສຳເລັດຂອງການຈັດຕັ້ງປະຕິ ບັດໂຄງການຮ່ວມມືໃນໄລຍະຜ່ານມາທີ່ທາງລັດຖະບານຮົງກາລີ ໄດ້ໃຫ້ການຊ່ວຍ ເຫລືອດ້ານ ເຕັກນິກ ແລະ ສະໜອງທຶນ
ຮອນໃນຮູບແບບເງິນກູ້ດອກເບ້ຍຕ່ຳໃຫ້ ສປປ ລາວ ໃນບາງໂຄງການທີ່ຕິດພັນກັບການເສີມສ້າງຂີດຄວາມສາມາດການຜະ ລິດກະສິກຳເປັນຕົ້ນແມ່ນການປູກຝັງ-ລ້ຽງສັດ ແລະ ອຸປະກອນການແພດ. ທັງສອງຝ່າຍສັງເກດ ເຫັນວ່າ:  ສອງປະເທດມີທ່າ ແຮງທີ່ຄ້າຍຄືກັນຫລາຍຢ່າງເພື່ອສາມາດກະຕຸກຊູ້ຍູ້ໃຫ້ແກ່ການເສີມຂະຫຍາຍການຮ່ວມມືສອງ ຝ່າຍ ເຊັ່ນ: ຮົງກາລີມີ  ທ່າ ແຮງດ້ານກະສິກຳເຊິ່ງສິນຄ້າສົ່ງອອກປະມານ 90% ແມ່ນຜົນຜະລິດກະສິກຳສ່ວນຫລາຍແມ່ນ ຕອບສະໜອງໃຫ້ແກ່ຕະ ຫລາດຂອງອີຢູ ແລະ ແບະ ປັດຈຸບັນລັດຖະບານຮົງກາລີມີຄວາມປະສົງຢາກຂະຫຍາຍການພົວພັນຮ່ວມມືກັບບັນດາປະ ເທດທີ່ມີເສດຖະກິດພວມເຕີບໃຫຍ່ຂຶ້ນໃໝ່ລວມທັງ ສປປ ລາວ.                       
                 ນອກຈາກນັ້ນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ພົບປະກັບທ່ານ ປີເຕີ ຊິຢາກ ໂຕ ແລະ ໃນໂອກາດ ດັ່ງກ່າວທ່ານໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະ ຊາຊົນຮົງກາລີ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ແລະ ການຊ່ວຍສ້າງຊັບພະຍາ ກອນມະນຸດຂອງລາວໃນໄລຍະຜ່ານມາ. ພ້ອມທັງຢ້ຳຄືນຕໍ່ການເຊື້ອເຊີນຂອງປະທານປະເທດລາວ ເຖິງປະທານາ ທິບໍດີ ຮົງ ກາລີ  ໃນການໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນເວລາອັນເໝາະສົມ  ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ ສະເໜີໃຫ້ລັດຖະບານຮົງກາລີ ພິຈາລະນາການສະໜອງເງິນກູ້ດອກເບ້ຍຜ່ອນຜັນ ໂດຍມີກຳນົດໃຊ້ແທນຄືນໄລຍະຍາວ ເພື່ອ ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານກະສິກຳລາວ-ຮົງກາລີ ໄລຍະສອງ ແລະ ສະເໜີໃຫ້ພິຈາລະນາສ້າງຕັ້ງ ຫ້ອງການຜູ້ຕາງຫນ້າຫໍການຄ້າຮົງກາລີ ຢູ່ນະຄອນຫລວງວຽງຈັນ ເຊິ່ງ ທ່ານລັດຖະເລຂາທິການແຈ້ງວ່າ:  ລັດຖະບານຮົງກາລີ ກຽມພ້ອມຕອບສະໜອງຄຳສະເໜີ ແລະ ໃຫ້ຝ່າຍລາວ ຮີບຮ້ອນສົ່ງຈົດໝາຍທາງການສະແດງເຈດຈຳນົງຂອງຕົນເຖິງຮົງກາ ລີ ເພື່ອຈະໄດ້ເລີ່ມຕົ້ນເຈລະຈາກ່ຽວກັບເງິນກູ້ດັ່ງກ່າວ. ໃນຕອນທ້າຍ, ທ່ານຮອງນາຍົກຍັງໄດ້ເຊື້ອເຊີນທ່ານ ປີເຕີ ຊິຢາກໂຕ ໄປຢ້ຽມຢາມປະເທດລາວໃນເວລາອັນເໝາະສົມ.               
       ທ່ານ ປີເຕີ ຊີຢາກໂຕ ໃຫ້ຮູ້ ວ່າ: ປັດຈຸບັນ, ລັດຖະບານຮົງກາລີ ມີນະໂຍບາຍ ເປີດປະຕູໄປສູ່ຕະເວັນອອກ (Eastern Opening Policy) ເພື່ອສົ່ງເສີມການພົວພັນຮ່ວມມືຮອບດ້ານກັບບັນດາປະເທດໃນອາຊີ, ໂດຍຖືເອົາປະເທດລາວ ເປັນປະ ຕູທາງອອກໄປສູ່ຕະຫລາດອັນກວ້າງໃຫຍ່ຂອງອາຊຽນ ກໍຄື ສປ. ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ. ດ້ານການສຶກສາ ແມ່ນຈະສະ ໜອງ15 ທຶນ ໃຫ້ແກ່ນັກສຶກສາລາວທີ່ມີຄວາມສົນໃຈຢາກໄປຮຽນຕໍ່ຊັ້ນສູງທີ່ຮົງກາລີ ນັບຕັ້ງແຕ່ສົກຮຽນປີ 2014 ເປັນຕົ້ນໄປ ແລະ ຖ້າເຫັນວ່າໂຄງການນີ້ ໄດ້ຮັບຜົນດີ ແລະ ໄດ້ຮັບຄວາມສົນໃຈເພີ່ມຂຶ້ນ, ລັດຖະບານຮົງກາລີ ກໍຍິນດີທີ່ຈະເພີ່ມທຶນ ການສຶກສາໃຫ້ຕື່ມໃນຕໍ່ຫນ້າ.                       
         ໃນໄລຍະການເຄື່ອນໄຫວຢ້ຽມຢາມຢູ່ ຮົງກາລີ, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະຍັງໄດ້ໄປຢ້ຽມຢາມຫົວ ໜ່ວຍທຸລະກິດຂອງຮົງກາລີບາງແຫ່ງ ເຊັ່ນ: ໂຮງງານຜະລິດຫົວອາຫານສັດ, ໂຮງງານລ້ຽງໄກ່ຄົບວົງຈອນ, ຟາມລ້ຽງປາແບບ ປະສົມປະສານກັບການທ່ອງທ່ຽວທຳມະຊາດເຊິ່ງບໍລິສັດເຫລົ່ານີ້ລ້ວນແຕ່ໄດ້ສະແດງເຈດຕະນາລົມ ແທ້ຈິງທີ່ຈະມາລົງທຶນ ແລະ ຂະຫຍາຍຖານຜະລິດຂອງຕົນທີ່ປະເທດລາວໂດຍຮ່ວມກັບຜູ້ປະກອບການຂອງລາວ.

No comments:

Post a Comment